ສອງບໍລິສັດມອບລົດໂຮງໝໍ (Ambulance) 2 ຄັນ.

ໃນວັນທີ 4 ທັນວາ 2018 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ມີພິທີມອບ-ຮັບລົດໂຮງໝໍ (Ambulance) ໃຫ້ກັບໂຮງ ໝໍເມືອງພິນ ແລະ ໂຮງໝໍເມືອງ ເຊໂປນ.

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນແຂວງເປັນກຽດຮັບ ແລະ ມອບຕໍ່ໃຫກັບໂຮງໝໍເມືອງທັງສອງແຫ່ງ. ໂດຍທ່ານ ລຽງ ຫົງ ຈິງ ຮອງຜູ້ອຳນວຍການ ບໍລິສັດຊັນເປເປີ ໂຮນດິ້ງລາວ ຈຳກັດ ແລະ ກຸ່ມບໍລິສັດດາວສະຫວັນ ລົງທຶນ ເປັນຜູ້ມອບ, ຊຶ່ງລົດໂຮງໝໍ (Ambulance) ຈຳນວນ ສອງຄັນ ລວມມູນຄ່າ 60.800 ໂດລາສະຫະລັດ.

ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງທັງສອງບໍລິສັດ ທີ່ມີນໍ້າໃຈເພື່ອສ່ວນຮ່ວມໃຫ້ກັບສັງຄົມ ກໍຄືວຽກງານສາທາລະນະສຸກ, ເພື່ອອຳນວຍຄວາມສະດວກ ໃນການລຳລຽງຄົນເຈັບໃນຍາມສຸກເສີນໄດ້ ທ່ວງທັນເວລາ.

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ.

Comments