ໃນວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ແຂວງຫຼວງນໍ້າທາ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ ໂຮງໝໍແຂວງຫຼວງນໍ້າທາ ສປປ ລາວ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ສປ ຈີນ ລົງນາມໂດຍທ່ານນາງ ດຣ ສອນແກ້ວ ໝັ້ນປະດິດ ຮອງອໍານວຍການໂຮງໝໍແຂວງຫຼວງນໍ້າທາ ແລະ ທ່ານ ກວາງ ເຈິນ ຮອງອໍານວຍການ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ໂດຍຊ້ອງໜ້າພະນັກງານກ່ຽວຂ້ອງສອງຝ່າຍ.
ພ້ອມກັນນີ້ທາງຝ່າຍຈີນຍັງຈະໃຫ້ການຮ່ວມມືໃນການຊ່ວຍເຫຼືອຍົກລະດັບທາງດ້ານສຸກເສີນການແພດໃຫ້ກັບ ໂຮງໝໍໃນ 5 ແຂວງພາກເໜືອ ບົນພື້ນຖານການຮ່ວມມືແບບຍືນຍົງ.
ກອງປະຊຸມລົງນາມບົດບັນທຶກການຮ່ວມມືລະຫວ່າງໂຮງໝໍ ກິງ ແຂວງສິບສອງພັນນາ ສປ ຈີນ ກັບໂຮງໝໍແຂວງຫລວງນ້ຳທາ
Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 6, 2018