ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ

ໃນວັນທີ 7 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ, ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ໂດຍມີ ທ່ານ ເອີເລນ ໂອດູນຊັນ ຟອນ ຕາງໜ້າອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳ ສປປ ລາວ(UNODC), ພ້ອມດ້ວຍທູຕານຸທູດ ອົງການຈັດຕັ້ງສາກົນ ຕາງໜ້າບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສີໃນ ມຽງລາວັນ ກ່າວວ່າ: ການສໍ້ລາດບັງຫຼວງ ແມ່ນສະພາບຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງ ເຊິ່ງສົ່ງຜົນກະທົບ ແລະ ກົດໜ່ວງ ທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ; ການສໍ້ລາດບັງຫຼວງເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບຂອງອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ, ເປັນການບັນທອນກຳລັງແຮງ ກໍຄື ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ.

ພ້ອມນີ້, ການສໍ້ລາດບັງຫລວງ ເປັນການຕັດຮອນເອົາລາຍໄດ້ຂອງຊາດ, ຂອງລວມໝູ່ ກໍຄືຂອງພົນລະເມືອງ ດ້ວຍຫລາຍຮູບຫລາຍວິທີ, ສ້າງຄວາມເສຍຫາຍໃຫ້ຊັບສິນເງິນຄຳຂອງລັດ ແລະ ຂອງປະຊາຊົນຈຳນວນມະຫາສານ.

ທ່ານຍົກໃຫ້ເຫັນຕື່ມອີກວ່າ: ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ລົງມະຕິ ເລກທີ 55/6 ລົງວັນທີ 14/12/2000 ໄດ້ກໍານົດຄວາມຈໍາເປັນຕ້ອງມີກົດໝາຍສາກົນທີ່ມີຜົນສັກສິດ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ໃນໂລກ. ຄະນະກໍາມະການຮ່າງກົດບັດຂອງ ສປຊ ກ່ຽວກັບການຕ້ານການສໍ້ລາດບັງຫຼວງໄດ້ຮັບການສ້າງຕັ້ງຂຶ້ນ,ຈາກນັ້ນ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງຢ່າງເປັນເອກະສັນໃນວັນທີ 18 ທັນວາ ປີ 2002 ທີ່ນິວຢອກ ປະເທດອາເມຣິກາ, ສົນທິສັນຍາດັ່ງກ່າວ ໄດ້ເປີດໃຫ້ບັນດາລັດພາຄີ ລົງນາມເຂົ້າເປັນສະມາຊິກ ໃນວັນທີ 9 ທັນວາ 2003 ທີ່ ເມລີດາ ປະເທດແມກຊີໂກ ຊຶ່ງມາຮອດປັດຈຸບັນນີ້ ມີ 186 ລັດພາຄີ. ໃນນັ້ນເປັນສະມາຊິກ 178 ປະເທດ.

ກອງປະຊຸມສະມັດຊາໃຫຍ່ ສປຊ ໃນປີ 2003 ໄດ້ອອກຍັດຕິ ສະບັບເລກທີ 58/4 ໂດຍກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ ນັບແຕ່ນັ້ນເປັນຕົ້ນມາ.

ການສະຫຼອງໃນປີນີ້ພາຍໃຕ້ຄໍາຂວັນ “ຮ່ວມແຮງ ຮ່ວມໃຈ  ຕ້ານການສໍ້ລາດບັງຫຼວງ ເພື່ອການພັດທະນາ,ຄວາມຍືຍຍົງ ແລະ ຄວາມໝັ້ນຄົງ”.

ທ່ານ ຍັງຍົກໃຫ້ເຫັນຕື່ມວ່າ: ສໍາລັບ ສປປ ລາວ ໄດ້ລົງນາມສົນທິສັນຍາ ໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍະບັນ ໃນວັນທີ 25 ກັນຍາ 2009.

ໂດຍເຫັນໄດ້ຄວາມສໍາຄັນຄືດັ່ງກ່າວ ສູນກາງພັກ ແລະ ລັດຖະບານ ສປປ ລາວ ໄດ້ຖືເອົາການສະກັດກັ້ນການຕ້ານການສໍ້ລາດບັງຫຼວງ ແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວນານ ໄດ້ສ້າງຕັ້ງອົງການກວດກາພັກ-ລັດ ຂຶ້ນໃນວັນທີ 16 ກຸມພາ 1982 ມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກແລະລັດຖະບານ ຮ່ວມມືປະສານງານກັບອົງການທີ່ກ່ຽວຂ້ອງຄົ້ນຄວ້າ ສ້າງ-ປັບປຸງບັນດານິຕິກໍາ ລະບຽບກົດໝາຍ ຕ່າງໆ.

ໃນປີ 2017-2018 ອົງການກວດກາລັດຖະບານໄດ້ສົມທົບກັບຄະນະກວດກາ ຂອງບັນດາກະຊວງງ-ອົງການ ແລະ ທ້ອງຖິ່ນ ດໍາເນີນການກວດກາຫຼາຍເປົ້າໝາຍ ຊຶ່ງໄດ້ກວດພົບເຫັນຜົນເສຍຫາຍເປັນຈໍານວນຫຼວງຫຼາຍ,ຕໍ່ເປົ້າໝາຍທີ່ກະທໍາຜິດ ແລະ ສ້າງຄວາມເສຍຫາຍຄືດັ່ງກ່າວ ຜູ້ກະທໍາຜິດເບົາກໍໄດ້ດໍາເນີນການສຶກສາອົບຮົມ,ກ່າວເຕືອນຄວາມຜິດ,ປະຕິບັດວິໄນດ້ານບໍລິຫານ,ຜູ້ກະທໍາຜິດໜັກ ກໍໄດ້ດໍາເນີນຄະດີຕາມກົດໝານຈໍານວນ 160 ຄົນ. ໃນນັ້ນໄດ້ສະຫຼຸບສໍານວນຄະດີສົ່ງໄອຍະການຈໍານວນ 62 ຄົນ ແລະ ສານຕັດສິນແລ້ວ 55 ຄົນ.

 

ຂອບໃຈຂໍ້ມູນແລະພາບຈາກເຟສບຸກທ່ານ ສຸຣິອູດົງ ແສງດາຣາ.

Comments