ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ສະມາຊິກສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ

ໃນວັນທີ 7 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ສະມາຊິກສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ເພື່ອເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງ ຕໍ່ການບໍລິຫານເຄື່ອນໄຫວ ຂອງສະມາຄົມໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງຍິ່ງຂຶ້ນໄປເລື້ອຍໆ ກ້າວໄປເຖິງການສ້າງຕັ້ງ ຜູ້ອາຍຸສູງລະດັບຊາດ ຫຼື ສະຫະພັນຜູ້ອາຍຸສູງແຫ່ງຊາດ.


 ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ທີ່ໄດ້: ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຈົນໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍນຳໃຈເສຍສະຫລະສູງ, ປະຕິບັດໜ້າທີ່ຕາມກົດລະບຽບ ແລະ ແຜນການທີ່ວາງໄວ້ດ້ວຍຄວາມຮັບຜິດຊອບ, ມີຜົນງານທີ່ເປັນຮູບປະທຳຢ່າງໜ້າເພິງພໍໃຈ.


ສາມາດເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ສັງຄົມພາຍນອກໄດ້ຮັບຮູ້ ແລະ ໄດ້ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ສາມາດເວົ້າໄດ້ວ່າ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທັງເປັນການແບ່ງເບົາພາລະຂອງພັກ-ລັດ ນຳອີກ.
 ພ້ອມກັນນັ້ນ, ທ່ານ ນາຍົກຍັງໄດ້ອະທິບາຍ ແລະ ລາຍງານ: ສະພາບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໃນທຸກຂະແໜງການ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ພະລັງງານ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ ໃຫ້ສະມາຊິກສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ຂອບໃຈຂໍ້ມູນ-ພາບຈາກເຟສບຸກທ່ານ ສຸຣິອູດົງ ແສງດາຣາ.

Comments