ອະດີດປະທານພັກ ປະທານປະເທດເນັ້ນ ກໍ່ສ້າງສັງຄົມນິຍົມ ເລີ່ມຈາກຮາກຖານ.

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ສປປ ລາວ ໄດ້ໂອ້ລົມ ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຈຳປາສັກ ໃນວັນທີ 6 ທັນວາ 2018 ຜ່ານມາຢູ່ທີ່ສະໂມສອນຫຼັກ 4.

ເນື້ອໃນໂອລົມ ທ່ານ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ນຳພາກໍ່ສ້າງສັງຄົມນິຍົມ ດ້ວຍການສືບຕໍ່ເສີມຂະຫຍາຍບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເລີ່ມຈາກຮາກຖານ;

ໃນນັ້ນຕ້ອງເຮັດໃຫ້ການຈັດຕັ້ງຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ,ປະຊາຊົນແຕ່ລະບ້ານມີຢູ່ມີກິນ,ສັງຄົມມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ ແລະ ສີວິໄລ.

ນອກນີ້, ອະດີດປະທານພັກ ປະທານປະເທດ ຍັງໄດ້ຊີ້ນຳບັນຫາສຳຄັນອື່ນໆອີກ ເພື່ອເປັນທິດເຍືອງທາງໃຫ້ຄະນະພັກ,ອົງການປົກຄອງແຂວງ,ນະຄອນ ແລະ ເມືອງ,ພະແນກການກົມກອງຕ່າງໆ ໄດ້ນໍາໄປຈັດຕັ້ງນຳພາໃຫ້ມີຜົນສຳເລັດ.

 

ຂໍ້ມູນແລະພາບຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Comments