ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເລັ່ງປະສານສົມທົບກັບຂະແໜງກ່ຽວຂ້ອງອື່ນໆ ເພື່ອໃຫ້ການຄຸ້ມຄອງພາຫະນະຂອງລັດຖືກຕ້ອງຕາມລະບຽບກົດໝາຍ, ພາຍຫຼັງເຫັນວ່າມີລົດລັດ (ປ້າຍຟ້າ) ເກືອບ 2 ພັນຄັນ ເອກະສານຍັງບໍ່ຄົບຖ້ວນ ແຕ່ຂໍຂຶ້ນທະບຽນລົດກ່ອນ.
ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ການຂຶ້ນທະບຽນພາຫະນະຂອງລັດ ເຊິ່ງເປັນຊັບສົມບັດຂອງລັດ, ຕາມລະບຽບກົດໝາຍຕ້ອງໄດ້ຈົດທະບຽນເປັນຊັບສິນຂອງລັດ ແຕ່ຜ່ານມາມີໃບສະເໜີຈາກພາກສ່ວນກ່ຽວຂ້ອງຂໍຂຶ້ນປ້າຍທະບຽນລົດກ່ອນ, ມາຮອດປັດຈຸບັນຍັງມີລົດປ້າຍລັດບໍ່ທັນໄດ້ປະກອບເອກະສານມາຄົບຖ້ວນຈຳນວນ 1,919 ຄັນ ແລະ ພາຍຫຼັງປີ 2015 ໄດ້ມີແຈ້ງການຂອງກະຊວງການເງິນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ພາຫະນະຂອງລັດ ໂດຍໄດ້ຫ້າມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງ ແລະ ນະຄອນຫຼວງຢຸດຕິອອກໃບທະບຽນຊົ່ວຄາວໃຫ້ບຸກຄົນ ແລະ ການຈັດຕັ້ງຕ່າງໆຕິດປ້າຍລົດລັດບໍລິຫານ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງຄຸ້ມຄອງຊັບສິນຂອງລັດ, ຜ່ານມາການຄຸ້ມຄອງພາຫະນະລັດແມ່ນຂຶ້ນກັບຫຼາຍພາກສ່ວນຄື: ບັນດາກະຊວງ-ອົງການປົກຄອງທ້ອງຖິ່ນ ແລະ ປັດຈຸບັນຍັງບໍ່ທັນສາມາດແຍກບັນຊີການຄຸ້ມຄອງໄດ້ລະອຽດ ໂດຍກະຊວງ ຍທຂ ຈະສືບຕໍ່ປະສານກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອດຳເນີນການຄົ້ນຄວ້າສ້າງນິຕິກຳຄຸ້ມຄອງທີ່ຮັດກຸມຂຶ້ນຕື່ມອີກ.
ຂໍ້ມູນຈາກ : ໜັງສືພິມ ເສດຖະກິດ-ສັງຄົມ