AI ຕ້ອງຫຼີກ! ເມື່ອຜົນການສໍາຫຼວດສະແດງໃຫ້້ເຫັນວ່າ ລູກຄ້າຍັງຕ້ອງການຄົນເປັນຕົວຊ່ວຍດ້ານບໍລິການ…

AI ບໍ່ສາມາດຕອບໂຈດວຽກບໍລິການໄດ້!!!

ຍຸກນີ້ບໍ່ວ່າຈະເບິ່ງໄປທາງໃດ ໃຜໆກໍເວົ້າເຖິງເທັກໂນໂລຍີ AI ຫຼືຫຸ່ນຍົນເຂົ້າມາຊ່ວຍເພີ່ມສັກກະຍະພາບວຽກດ້ານການບໍລິການ (ໃນຕ່າງປະເທດ) ແຕ່ຈາກຜົນການສໍາຫຼວດຫຼ້າສຸດຂອງ Calabrio ບໍລິສັດດ້ານຊ໊ອຟແວ ແລະວິເຄາະຜູ້ບໍລິໂພກ ຊີ້ໃຫ້ເຫັນວ່າລູກຄ້າຍັງຄົງເລືອກ ແລະມັກການບໍລິການ ຫຼືປະຕິສໍາພັນກັບພະນັກງານທີ່ເປັນຄົນຫຼາຍກວ່າເຄື່ອງມື ຫຼືລະບົບ Digital…

ຈາກຜົນການສໍາຫຼວດພົບວ່າ 79% ຂອງຜູ້ບໍລິໂພກຊາວອາເມຣິກາ ແລະອັງກິດຈໍານວນ 3.000 ຄົນ ບອກວ່າ ການໄດ້ຮັບການບໍລິການ ຫຼືມີປະຕິສໍາພັນກັບມະນຸດແທນ Chatbot ຫຼືຊ່ອງທາງການໃຫ້ບໍລິການຕົວເອງແບບ Digital ນັ້ນຍັງເປັນສິ່ງສໍາຄັນ ເພາະເຊື່ອວ່າຈະໄດ້ຮັບການບໍລິການທີ່ດີກວ່າ. ນອກຈາກນີ້ 74% ຂອງຜູ້ເຮັດການສໍາຫຼວດຍັງບອກວ່າ ພວກເຂົາຈະຍັງຄົງເປັນລູກຄ້າທີ່ມັກທຸລະກິດທີ່ມີທາງເລືອກໃຫ້ໄດ້ຮັບການບໍລິການຈາກຄົນດ້ວຍກັນ ຫຼາຍກວ່າທຸລະກິດທີ່ໃຫ້ບໍລິການຜ່ານຊ່ອງທາງ Digital ຫຼືຕ້ອງໃຫ້ບໍລິການຕົວເອງພຽງຢ່າງດຽວ ແລະຖ້າບໍລິສັດໃດບໍ່ມີຕົວເລືອກໃຫ້ກັບລູກຄ້າ ແລະຢືນຢັນທີ່ຈະໃຫ້ພວກເຂົາຕ້ອງຮັບບໍລິການທີ່ຕ້ອງອາໄສເທັກໂນໂລຍີ ຫຼືລະບົບດີຈີຕອລນັ້ນ ກໍກຽມຮັບມືໄດ້ເລີຍ ເພາະວ່າ 43% ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາຈະຄິດຮອດການໃຫ້ບໍລິການຂອງຄູ່ແຂ່ງ ຫາກບໍ່ສາມາດໄດ້ຮັບການບໍລິການຈາກພະນັກງານທີ່ເປັນຄົນ ຈາກບໍລິສັດ ຫຼືຍີ່ຫໍ່ທີ່ໃຊ້ຢູ່.

ນອກຈາກນີ້ ລູກຄ້າບາງສ່ວນຍັງບອກວ່າ ມີຄວາມຕ້ອງການທີ່ຈະໂອ້ລົມກັບພະນັກງານທີ່ເປັນຄົນແບບຕົວຕໍ່ຕົວ ໂດຍສະເພາະດ້ານການໄດ້ຮັບບໍລິການ ແລະແກ້ໄຂບັນຫາຕ່າງໆ ໂດຍຜົນສໍາຫຼວດບອກວ່າ 24% ຂອງຜູ້ຕອບແບບສອບຖາມມີຄວາມຄິດວ່າ ບໍລິສັດຕ່າງໆນັ້ນເປືອງເງິນໄປກັບການລົງທຶນດ້ານເທັກໂນໂລຍີ ໃນການໃຫ້ບໍລິການແບບອັດຕະໂນມັດ; ໂດຍໃຫ້ເຫດຜົນວ່າສິ່ງທີ່ລູກຄ້າຕ້ອງການນັ້ນ ຄືການໄດ້ໂອ້ລົມກັບພະນັກງານທີ່ເປັນຄົນ ແລະສາມາດແກ້ບັນຫາທີ່ພວກເຂົາມີໄດ້.

ໃນປີທີ່ຜ່ານມາ (ໃນຕ່າງປະເທດ) ຮ້ານຂາຍເຄື່ອງຍ່ອຍ ແລະຍີ່ຫໍ່ຕ່າງໆ ພາກັນປັບຍຸດທະສາດ ແລະໃຊ້ຊ່ອງທາງ ຫຼືເທັກໂນໂລຍີໃໝ່ໆໃນການບໍລິການລູກຄ້າຫຼາຍຂຶ້ນບໍ່ວ່າຈະເປັນ Chatbot Live Chat ແລະການໃຫ້ລູກຄ້າສາມາດບໍລິການຕົວເອງໄດ້ ຫຼື Self Service ເຊິ່ງເປັນວິທີທີ່ຊ່ວຍເພີ່ມການເຂົ້າເຖິງສິນຄ້າໃຫ້ກັບຜູ້ບໍລິໂພກ ແລະໃນຂະນະດຽວກັນກໍເພີ່ມໂອກາດໃຫ້ກັບບໍລິສັດໃນການສ້າງປະສົບການທີ່ດີໃຫ້ກັບລູກຄ້າໄດ້.

ຂອບໃຈທີ່ມາ: www.smethailandclub.com

Comments