ສະຫະພາບເອີຣົບໃຫ້ການຊ່ວຍເຫຼືອ ວຽກງານເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ຢູ່ແຂວງຫົວພັນ ໂຄງການດັ່ງກ່າວ ມີເປົ້າໝາຍຢູ່ໃນ 44 ບ້ານເປົ້າໝາຍ ແລະ ໃນພື້ນທີ່ 9.450.000 ຕາແມັດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ. ພ້ອມທັງຈະພັດທະນາ ແລະ ສະໜັບສະໜູນແນວທາງການຄຸ້ມຄອງວຽກງານ ການໂຄສະນາສຶກສາຄວາມສ່ຽງໄພຈາກລູກລະເບີບໍ່ທັນແຕກ ໃນລະດັບຂັ້ນບ້ານໃຫ້ເປັນຮູບປະທຳໃນໄລຍະຍາວ ຊອກຫາຫຼາກຫຼາຍວິທີ ເພື່ອສະໜັບສະໜູນວຽກງານການຄຸ້ມຄອງ ຄວາມສ່ຽງຈາກລູກລະເບີດບໍ່ທັນແຕກໃນຊຸມຊົນ ເພື່ອເຮັດໃຫ້ປະຊາຊົນສາມາດປະຕິບັດກິດຈະກຳ ກໍຄື ການສ້າງສາພັດທະນາເສດຖະກິດ-ສັງຄົມໄດ້ຢ່າງປອດໄພ ໂຄງການຈະໃຫ້ການເຝິກອົບຮົມ ຄູ-ອາຈານ ກ່ຽວກັບການສຶກສາຄວາມສ່ຽງໄພ ເພື່ອນຳໄປເຜີຍແຜ່ຜັນຂະຫຍາຍໃຫ້ກັບນັກຮຽນຂອງຕົນ ໃນປັດຈຸບັນນີ້ ສະເລ່ຍທຸກໆສອງເດືອນຈະມີເຫດການລະເບີດແຕກ ແລະ ສ້າງຜົນເສຍຫາຍໃຫ້ແກ່ຊີວິດຊັບສິນຂອງປະຊາຊົນ. ໃນນັ້ນ ໄດ້ເກີດຂຶ້ນກັບເດັກນ້ອຍນັກຮຽນເຂດພື້ນທີ່ສ່ຽງທີ່ບໍ່ທັນຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ດັ່ງນັ້ນ ໂຄງການຈິ່ງເນັ້ນທີ່ຈະເຝິກອົບຮົມໃຫ້ແກ່ບັນດາຄູ-ອາຈານ ໃນເຂດພື້ນທີ່ສ່ຽງໄພເປັນຕົ້ນຕໍ. ພິທີລົງນາມການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 20 ທັນວາ 2018 ຜ່ານມາ ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ ຮ່ວມລົງນາມຄັ້ງນີ້ ໂດຍທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ເບີນົວ ຄູເຕີຣິແອ ຫົວໜ້າອົງການເພື່ອມະນຸດສະທຳ ...
Read More »News
ອະດີດປະທານປະເທດ ໃຫ້ທິດຊີ້ນຳການນຳນະຄອນຫຼວງ
ໃນວັນທີ 20 ທັນວາ 2018 ຜ່ານມາ ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ພ້ອມດ້ວຍການນຳຂັ້ນນະຄອນຫຼວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ. ການມາຢ້ຽມຢາມຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ນະຄອນຫຼວງວຽງຈັນຍາດມາໄດ້ ພ້ອມນັ້ນ ກໍໄດ້ແນະນຳໃຫ້ຍົກສູງຄວາມສາມາດການນຳພາຂອງລັດ ໃນການນຳພາເປັນເຈົ້າການກຳນົດແນວທາງນະໂຍບາຍ ເສດຖະກິດ ວັດທະນະທຳ-ສັງຄົມ ການຕ່າງປະເທດ ຮັບປະກັນຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ສົມທົບທຶນຮອນດ້ານເຕັກໂນໂລຊີ ຈາກພາຍນອກ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ປະກອບສ່ວນຫຼຸດພົ້ນອອກຈາກຄວາມທຸກຍາກຂາດແຄນຫຼ້າຫຼັງ. ພ້ອມນັ້ນ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຂັ້ນຕ່າງໆ ໂດຍຜ່ານແນວໂຮມບ້ານ ອົງການຈັດຕັ້ງຂັ້ນຕ່າງໆ ປະກອບສ່ວນປົກປັກຮັກສາປະເທດຊາດ ແລະ ຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ. ທ່ານໄດ້ເນັ້ນຕື່ມວ່າ: ແຕ່ກໍຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ການນຳນະຄອນຫຼວງວຽງຈັນ ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ພະນັກງານຈຳນວນບໍ່ໜ້ອຍໄດ້ສວຍໃຊ້ອຳນາດ ໜ້າທີ່ ຕຳແໜ່ງງານ ວາງໂຕເປັນນາຍໄປທາງໃດມີການຕ້ອນຮັບໃຫຍ່ໂຕ ເຫັນວ່າບໍ່ເໝາະສົມ, ບັນຫາດ້ານສັງຄົມຄວາມແຕກໂຕນດ້ານລາຍຮັບ ...
Read More »ມສ ວຽງຈັນ ຈັດກິດຈະກໍາສະຫຼອງຄົບຮອບ 60 ປີ
ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໄດ້ສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີ (1958-2018) ຂຶ້ນໃນວັນທີ 20 ທັນວາ 2018 ດ້ວບັນຍາກາດເບີກບານມ່ວນຊື່ນ ດ້ວຍຫຼາກຫຼາຍກິດຈະກໍາຂອງ ບັນດາຄູ ອາຈານ ແລະ ນັກຮຽນ. ຂອບໃຈພາບຈາກເຟສບຸກ Fie lthls
Read More »ລັດຖະບານລາວ ສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບຊຳລະສະສາງແບບດິຈິຕ໋ອນ
ວັນທີ 12 ທັນວາ 2018, ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ ), ຮ່ວມກັບ ບໍລິສັດກຸ່ມນະຄອນຊັບ ຈຳກັດຜູ້ດຽວ, ໄດ້ຈັດພິທີເຊັນ MOU ໂຄງການສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບຊຳລະສະສາງແບບດິຈິຕ໋ອນ (Digital Payment platform) ໃນ ສປປ ລາວ. ພິທີເຊັນ MOU ດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ. ບັນດາທ່ານ ຮອງລັຖະມົນຕີ ກວຕ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານວິຊາການທີ່ກ່ຽວທັງສອງຝ່າຍ. ຜູ້ລົງນາມໃນພິທີເຊັນ MOU ດັ່ງກ່າວ ມີທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຕິຕ໋ອນ; ທ່ານ ຈິດຕະພົງ ອັກຄະວົງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ແລະ ທ່ານ Xie ...
Read More »ສສຊ ພິຈາລະນາ-ຮັບຮອງ 3 ຮ່າງມະຕິ ການເຄຶ່ອນໄຫວວຽກງານສະພາແຫ່ງຊາດ
ມື້ສຸດທ້າຍ ຂອງການດຳເນີນກອງປະຂຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າຂອງວັນທີ 21 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສືບຕໍ່ສຸມໃສ່ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ 3 ຮ່າງມະຕິ ຄື: ການເຄື່ອນໄຫວວຽກງານກາງສະໄໝ ຂອງສະພາແຫ່ງຊາດ 2016-2018, ແຜນວຽກຈຸດສຸມ ປີ 2019 ແລະ ທິດທາງແຜນການຮອດປີ 2020; ການປະຕິບັດແຜນສ້າງ ແລະ ປັບປຸງ ກົດໝາຍ ໄລຍະ 3 ປີຜ່ານມາ ແລະ ແຜນການ 2 ປີທ້າຍສະໄໝ ສະພາແຫ່ງຊາດຊຸດທີ VIII 2019-2020; ການປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ 3 ປີຜ່ານມາ ແລະ ແຜນການ ປີ 2019 ຂອງສະພາແຫ່ງຊາດ. ເຖິງວ່າໃນໄລຍະ 3 ປີຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງໆ ໂດຍສະເພາະການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ລວມທັງການປະຕິບັດແຜນສ້າງ ...
Read More »ທົ່ວປະເທດມີສິນຄ້າ “ໂອດອບ” ຫຼາຍກວ່າ 600 ຜະລິດຕະພັນ.
ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ສຳລັບ ນະຄອນຫຼວງວຽງຈັນ ມີແຜນສູ້ຊົນ ໃນປີ 2019 ນີ້ ຈະໃຫ້ມີສິນຄ້າ ໂອດອບເພີ່ມຂຶ້ນ 5 ຜະລິດຕະພັນ ໂດຍມີສອງພາກສ່ວນແລ້ວທີ່ສະເໜີມາຂໍກາໝາຍສິນຄ້າໂອດອບ ຂັ້ນຕອນຕໍ່ໄປ ແມ່ນການກວດກາຕາມເງື່ອນໄຂ. ເມື່ອໄດ້ກາໝາຍສິນຄ້າໂອດອບແລ້ວ, ເຈົ້າຂອງຜະລິດຕະພັນ ມີໂອກາດໄດ້ຮັບສິດໃນການເຂົ້າເຖິງແຫຼ່ງທຶນ, ຂະຫຍາຍຕະຫຼາດໄດ້ກວ້າງອອກ, ໄດ້ຮັບນະໂຍບາຍເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍລາຄາທີ່ຖືກກວ່າ ຫຼື ບໍ່ເສຍຄ່າ, ພ້ອມນີ້ ຍັງຈະໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບຍີ່ຫໍ້, ການບັນຈຸພັນ, ອອກແບບຕົບແຕ່ງກາສິນຄ້າ ແລະ ອື່ນໆ ພ້ອມຍັງຈະໄດ້ຮັບຄຳແນະນຳຈາກວິຊາການທີ່ມີຄວາມຊຳນານໃນການເຄື່ອນໄຫວດຳເນີນທຸລະກິດອີກດ້ວຍ. ມາຮອດປັດຈຸບັນນີ້ ທົ່ວປະເທດເຮົາ ມີສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຫຼື ( ODOP) ທັງໝົດ 626 ຜະລິດຕະພັນ ຈາກ 165 ຫົວຫນ່ວຍ ກວມ 157 ບ້ານ 83 ເມືອງ. ສະເພາະ ນະຄອນຫຼວງວຽງຈັນ ...
Read More »ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ບັນດາການນຳຂັ້ນສູງຂອງລາວ
ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018. ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດນາມ, ...
Read More »ຊົມເຊີຍ!!! ຫົວພັນກຽມຈົດທະບຽນຖິ່ນກຳເນີດຜ້າໄໝ
ຫົວພັນເປັນອີກແຂວງໜຶ່ງຂຶ້ນຊື່ຂອງປະເທດລາວ ເລື່ອງຜ້າໄໝ, ສິ້ນໄໝ ຍ້ອນຄວາມປານີດຂອງສີມືເອື້ອຍນ້ອງແມ່ຍິງທາງຊໍາເໜືອ ມີຄວາມເປັນເອກະລັກ, ສະນັ້ນ, ເພື່ອຮັກສາມໍລະດົກຂອງບັນພະບຸລຸດຂອງຊາວເມືອງຊໍາເໜືອ ກໍຄືຫົວພັນ ທີ່ໄດ້ຖ່າຍທອດໃຫ້ນັ້ນ ກາຍເປັນທີ່ຮັບຮູ້ຂອງສັງຄົມກໍຄືທົ່ວໂລກ ຈຶ່ງມີແຜນຈົດທະບຽນຖິ່ນກຳເນີດຜ້າໄໝ ຊໍາເໜືອ ຫົວພັນໃນໄວໆນີ້. ໃນວັນທີ 17 ທັນວາ 2018 ນີ້ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ໄດ້ຈັດກອງປະຊຸມ ກ່ຽວກັບ ການກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝຫົວພັນຂຶ້ນ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ. ກອງປະຊຸມຄັ້ງນີ້ ຮ່ວມເປັນປະທານໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ສົມຈິດ ພັນພິພັກ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 31 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ປຶກສາຫາລືຮ່ວມກັບ ຜູ້ຜະລິດ, ຜູ້ປະກອບການຜ້າໄໝ ແລະ ອໍານາດການປົກຄອງແຂວງຫົວພັນ ...
Read More »ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຈັດຂຶ້ນຍິ່ງໃຫຍ່
ງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງ ສະຫວັນນະເຂດ ແມ່ນເປີດສາກຂຶ້ນຢ່າງຍິ່ງໃຫຍ່ ໃນຕອນບ່າຍຂອງວັນທີ 18 ທັນວາ 2018 ທີ່ ນະຄອນໄກສອນ ພົມວິຫານ ອັນເປັນການສ້າງເງື່ອນໄຂກໍຄືກິດຈະກໍາຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແຂວງ ສະຫວັນນະເຂດໃຫ້ຫຼາຍຂຶ້ນ ແນ່ໃສ່ນໍາເອົາລາຍຮັບມາໃຫ້ປະຊາຊົນຊາວແຂວງສະຫວັນນະເຂດ,ທັງເປັນການປະກອບສ່ວນເຂົ້າໃນການກະຕຸ້ນກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ ອັນສໍາຄັນແມ່ນການນໍາໃຊ້ເງື່ອນໄຂແລະທ່າແຮງຄວາມອຸດົມສົມບູນຂອງແຂວງສະຫວັນນະເຂດຢ່າງຖືກຕ້ອງສອດຄ່ອງຕາມທິດສີຂຽວ ແລະ ຍືນຍົງ ທັງເກີດປະໂຫຍດສູງສຸດຕໍ່ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ. ທ່ານ ປອ.ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະຮັບຜິດຊອບຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ໃຫ້ກຽດລັ່ນຄ້ອງ 9 ບາດ, ຊຶ່ງມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ ກ່າວເປີດງານຢ່າງເປັນທາງການທ່າມກາງບັນຍາກາດທີ່ມີແຂກພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນຢ່າງຫຼວງຫຼາຍເຂົ້າຮ່ວມ ຫຼັງຈາກນັ້ນກໍເລີ່ມຂະບວນການແຫ່ກ້ອນກໍາລັງຈາກພາກສ່ວນຕ່າງໆ ທີ່ໄດ້ນໍາເອົາວັດທະນະທໍາ,ສິລະປະ,ການນຸ່ງຖື,ຮູບຈໍາລອງເອກະລັກທີ່ໂດດເດັ່ນທາງດ້ານມໍລະດົກ,ທາງດ້ານການທ່ອງທ່ຽວ ແລະ ວິຖີໃນການດໍາລົງຊີວິດຂອງປະຊາຊົນທີ່ຢູ່ພາຍໃນເມືອງຕ່າງໆຂອງແຂວງ ສະຫວັນນະເຂດໃຫ້ບັນດາແຂກເຂົ້າຮ່ວມງານໄດ້ຊົມ ເປັນຕົ້ນມີ: ຂະບວນເປົ່າແຄນ,ຂະບວນແຫ່ໜັງສືຜູກໃບລານ ,ແຫ່ຈໍາລອງໝາກໂມໃຫຍ່,ຈໍາລອງທາດໂຜ່ນ,ວັດຖຸບູຮານທີ່ຄົ້ນພົບ,ແຫ່ຈໍາລອງຄ້ອງພະເໜາະບູຮານ,ຈໍາລອງການຕໍ່າຫູກກີ່ແອວ,ປາຂະຫຍອງ,ຈໍາລອງໂອງ-ມັ່ງ,ຈໍາລອງແຫຼ່ງທ່ອງທ່ຽວທໍາມະຊາດພູໂຮງ,ຈໍາລອງແຫຼ່ງທ່ອງທ່ຽວແກ້ງຫລວງ-ຮອຍຕີນໄດໂນເສົາ,ຈໍາລອງທາດຍາຄູຂີ້ຫອມ,ຈໍາລອງທາດດອກແກ້ວແລະກະບອງໃຫຍ່,ຈໍາລອງເອກະລັກເມືອງ 4 ທິດແລະປີ້ໄກ່ເຊໄນ,ຈໍາລອງທາດນາງລາວ,ພຣະເຈົ້າອົງແສນ ບ້າງຮ່ອນຄໍາ ແລະຂະບວນແຫ່ນາງສັງຂານ ຊຶ່ງສ້າງຄວາມປະທັບໃຈ ...
Read More »ທ່ານໄດ້ເນັ້ນໃຫ້ການນໍາແຂວງ ເອົາໃຈໃສ່ເຮັດໃຫ້ປະຊາຊົນມີຄວາມຜາສຸກ,ມີຄວາມຍຸຕິທໍາໃນສັງຄົມ.
ໃນວັນທີ 17 ທັນວາ 2018, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ທ່ານຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານໃນຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້. ພາຍຫຼັງທີ່ທ່ານ ສັນຕິພາບ ພົມວິຫານ ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ຄໍາໄຕ ສີພັນດອນ ກໍໃຫ້ກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ 3 ຂັ້ນຂອງແຂວງເປັນຕົ້ນ: ມີບາງດ້ານຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍອາດເປັນອຸປະສັກຕໍ່ຈຸດໝາຍປາຍທາງຂອງພັກເຮົາ ຄື: ລັກສະນະດີເລີດຂອງລະບອບໃໝ່ລະບອບສັງຄົມນິຍົມ ທີ່ພວກເຮົານໍາພານັບ ແຕ່ມື້ເລີ່ມຕົ້ນເຮັດການປະຕິວັດ. ມາຮອດປັດຈຸບັນນີ້ ບໍ່ທັນສະແດງອອກຢ່າງເດັ່ນຊັດໂດຍສະເພາະພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍປະຊາຊົນລ້ວນແຕ່ຄອງຄອຍ ແລະ ຝາກຄວາມຫວັງຢາກເຫັນສັງຄົມລາວ ມີຄວາມສະເໝີພາບ ແລະ ຍຸຕິທໍາ ບໍ່ໃຫ້ມີການຂູດຮີດ ເອົາລັດເອົາປຽບກັນ, ບໍ່ໃຫ້ມີການແບ່ງຊັ້ນ-ແບ່ງຂັ້ນໃນສັງຄົມ, ຢາກເຫັນນະໂຍບາຍດ້ານເສດຖະກິດ ແລະ ສັງຄົມທີ່ຊ່ວຍໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ...
Read More »