ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ບັນດາການນຳຂັ້ນສູງຂອງລາວ

ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018.

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5, ເຊິ່ງເຫັນວ່າເປັນກົນໄກການຮ່ວມມືທີ່ສໍາຄັນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກໍຄື ຕີລາສະພາບການໃນພາກພື້ນ ແລະ ສາກົນ ຢ່າງທັນການ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວມເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດ ລາວ-ຫວຽດ ນາມ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ແລະ ຮ່ວມກັບ ສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສອງຄະນະກຳມະການຮ່ວມມື ເພື່ອເຮັດໃຫ້ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນປີ 2019 ທີ່ ນະ ຄອນຫລວງຮ່າໂນ້ຍ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດດັ່ງກ່າວ, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າ ແລະ ທັນການຕະຫລອດມາ ໂດຍສະເພາະ ເຫດການໄພພິບັດ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ທີ່ຜ່ານມາ, ເຊິ່ງສະແດງເຖິງຄວາມຮັກແພງສາມັກຄີ, ເປັນຫວ່ງເປັນໃຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະຜູ້ຖືກກະທົບຈາກໄພພິບັດທາງທໍາມະຊາດ.

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ປະຈໍາປີ 2018, ທີ່ນະຄອນຫລວງວຽງຈັນ, ແຕ່ວັນທີ 18-19 ທັນວາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ (ຂປລ)

Comments