ທ່ານໄດ້ເນັ້ນໃຫ້ການນໍາແຂວງ ເອົາໃຈໃສ່ເຮັດໃຫ້ປະຊາຊົນມີຄວາມຜາສຸກ,ມີຄວາມຍຸຕິທໍາໃນສັງຄົມ.

ໃນວັນທີ 17 ທັນວາ 2018, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ທ່ານຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານໃນຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້.

ພາຍຫຼັງທີ່ທ່ານ ສັນຕິພາບ ພົມວິຫານ ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ,

ຈາກນັ້ນ ທ່ານ ຄໍາໄຕ ສີພັນດອນ ກໍໃຫ້ກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ 3 ຂັ້ນຂອງແຂວງເປັນຕົ້ນ: ມີບາງດ້ານຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍອາດເປັນອຸປະສັກຕໍ່ຈຸດໝາຍປາຍທາງຂອງພັກເຮົາ ຄື: ລັກສະນະດີເລີດຂອງລະບອບໃໝ່ລະບອບສັງຄົມນິຍົມ ທີ່ພວກເຮົານໍາພານັບ ແຕ່ມື້ເລີ່ມຕົ້ນເຮັດການປະຕິວັດ.

ມາຮອດປັດຈຸບັນນີ້ ບໍ່ທັນສະແດງອອກຢ່າງເດັ່ນຊັດໂດຍສະເພາະພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍປະຊາຊົນລ້ວນແຕ່ຄອງຄອຍ ແລະ ຝາກຄວາມຫວັງຢາກເຫັນສັງຄົມລາວ ມີຄວາມສະເໝີພາບ ແລະ ຍຸຕິທໍາ ບໍ່ໃຫ້ມີການຂູດຮີດ ເອົາລັດເອົາປຽບກັນ, ບໍ່ໃຫ້ມີການແບ່ງຊັ້ນ-ແບ່ງຂັ້ນໃນສັງຄົມ, ຢາກເຫັນນະໂຍບາຍດ້ານເສດຖະກິດ ແລະ ສັງຄົມທີ່ຊ່ວຍໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທໍາຂອງປະຊາຊົນດີຂຶ້ນ,

ທ່ານກ່າວເນັ້ນອີກວ່າ: ພະນັກງານເຮົາຢູ່ແຕ່ລະຂັ້ນເຄີຍໃຫ້ຄໍາໝັ້ນສັນຍາວ່າ: ຈະເຮັດທຸກຢ່າງເພື່ອຜົນປະ ໂຫຍດຂອງປະຊາຊົນ ຈະໃຫ້ປະຊາຊົນມີຄວາມສຸກກ່ອນພະນັກງານຈຶ່ງສຸກນໍາຫຼັງ ແຕ່ໃນທຸກມື້ນີ້ ພະນັກງານເຮົາຈໍານວນບໍ່ໜ້ອຍມີການກະທໍາສໍ້ລາດບັງຫຼວງ, ຮັ່ງມີລໍ້າລວຍລື່ນປະຊາຊົນຫຼາຍສິບຫຼາຍຮ້ອຍເທື່ອ ຍ້ອນສວຍໃຊ້ອໍານາດໜ້າທີ່ຕໍາແໜ່ງທີ່ປະຊາຊົນມອບໃຫ້,

ມີພະນັກງານຈໍານວນບໍ່ໜ້ອຍເປັນອາຍາສິດ ຫ່າງເຫີນມະຫາຊົນ, ວາງຕົວເປັນເຈົ້ານາຍລະບອບໃໝ່, ໄປທາງໃດກໍໃຫ້ມີການ  ຮັບຕ້ອນຮັບໃຫຍ່ໂຕ ແລະ ຫຼິ້ນກິນຟູມເຟືອຍ, ເຖິງວ່າພື້ນຖານເສດຖະກິດຂອງພວກເຮົາຈະມີຂະໜາດໃຫຍ່ຂຶ້ນ ແຕ່ກໍແລກດ້ວຍມູນຄ່າລາຄາແພງ,

ກ່ອນອື່ນແມ່ນການຂຸດຄົ້ນຊັບພະຍາກອນທໍາມະຊາດແບບຊະຊາຍເພື່ອແລກກັບລາຍຮັບໃຫ້ແກ່ງົບປະມານ, ແລກກັບການສ້າງຖະໜົນຫົນທາງ, ສໍານັກງານອົງການ, ແລກກັບການ ເພີ່ມປະລິມານການເພີ່ມສິນຄ້າສົ່ງອອກ ອັນເຮັດໃຫ້ຊັບພະຍາກອນທໍາມະຊາດຢູ່ລາວຫຼຸດລົງຢ່າງໄວວາ ແລະ ຍາກທີ່ຈະຟື້ນຟູຄືນໄດ້,

ດ້ານໜຶ່ງອີກການສ້າງພື້ນຖານໂຄງລ່າງເສດຖະກິດກໍມີມູນຄ່າແພງກວ່າຄວາມເປັນຈິງຫຼາຍເທົ່າຕົວ, ອັນນີ້ ເປັນການແລກດ້ວຍການສ້າງໜີ້ສິນທີ່ໜັກໜ່ວງໃຫ້ແກ່ປະເທດຊາດ, ການລະເມີດສິດເປັນເຈົ້າຂອງປະຊາຊົນ ຍັງເກີດຂຶ້ນຢ່າງເປັນປະຈໍາ,

ແຕ່ເຖິງຢ່າງໃດກໍຕາມພັກ ແລະ ລັດເຮົາຍາມໃດກໍສົ່ງເສີມໃຫ້ປະຊາຊົນລາວຂຸດຄົ້ນສະຕິປັນຍາ, ເຫື່ອແຮງ ແລະ ຊັບທຶນ ເຂົ້າໃນການພັດທະນາຕົນເອງ ແລະ ພັດທະນາປະເທດຊາດ.

ໃນຕອນທ້າຍ ທ່ານຍັງໄດ້ ເນັ້ນໜັກໃຫ້ພະນັກງານການນໍາຂັ້ນສູງຈົ່ງຫ້າວຫັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງພັກ ໃຫ້ປະເທດຊາດມີການພັດທະນາ ປະຊາຊົນມີຄວາມຜາສຸກ.

ຂອຍໃຈຂໍ້ມູນຈາກ:  ຂ່າວ ສະຫວັນພັດທະນາ.

Comments