ຊົມເຊີຍ!!! ຫົວພັນກຽມຈົດທະບຽນຖິ່ນກຳເນີດຜ້າໄໝ

ຫົວພັນເປັນອີກແຂວງໜຶ່ງຂຶ້ນຊື່ຂອງປະເທດລາວ ເລື່ອງຜ້າໄໝ, ສິ້ນໄໝ ຍ້ອນຄວາມປານີດຂອງສີມືເອື້ອຍນ້ອງແມ່ຍິງທາງຊໍາເໜືອ ມີຄວາມເປັນເອກະລັກ, ສະນັ້ນ, ເພື່ອຮັກສາມໍລະດົກຂອງບັນພະບຸລຸດຂອງຊາວເມືອງຊໍາເໜືອ ກໍຄືຫົວພັນ ທີ່ໄດ້ຖ່າຍທອດໃຫ້ນັ້ນ ກາຍເປັນທີ່ຮັບຮູ້ຂອງສັງຄົມກໍຄືທົ່ວໂລກ ຈຶ່ງມີແຜນຈົດທະບຽນຖິ່ນກຳເນີດຜ້າໄໝ ຊໍາເໜືອ ຫົວພັນໃນໄວໆນີ້.

ໃນວັນທີ 17 ທັນວາ 2018 ນີ້ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ໄດ້ຈັດກອງປະຊຸມ ກ່ຽວກັບ ການກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝຫົວພັນຂຶ້ນ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ. ກອງປະຊຸມຄັ້ງນີ້ ຮ່ວມເປັນປະທານໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ສົມຈິດ ພັນພິພັກ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 31 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ປຶກສາຫາລືຮ່ວມກັບ ຜູ້ຜະລິດ, ຜູ້ປະກອບການຜ້າໄໝ ແລະ ອໍານາດການປົກຄອງແຂວງຫົວພັນ ກ່ຽວກັບການວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດຜ້າໃໝຈາກແຂວງຫົວພັນ ແລະ ປຶກສາຫາລືກັບສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຫົວພັນ ກ່ຽວກັບ ແຜນການໃນການສ້າງຄວາມເຂັ້ມແຂງໃຫ້ສະມາຄົມ ແລະ ສົ່ງເສີມເຂົ້າໄກ່ນ້ອຍຫົວພັນພາຍຫຼັງຈາກໄດ້ຮັບການຈົດທະບຽນຖິ່ນກຳເນີດ ໃນເດືອນພະຈິກ 2018 ທີ່ຜ່ານມາ.

ໃນພາກເຊົ້າ ທ່ານປະທານຮ່ວມກອງປະຊຸມ ປອ. ນາງ ຂັນລາສີ ແກ້ວບຸນພັນ ແລະ ທ່ານ ສົມຈິດ ພັນພິພັກ ໄດ້ນໍາພາກອງຊຸມປຶກສາຫາລືກ່ຽວກັບບັນດາໜ້າວຽກຕ່າງໆໃນການກະກຽມຈົດທະບຽນຖິ່ນກຳເນີດຜ້າໃໝຫົວພັນ ພ້ອມທັງ ໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຊັບສິນທາງປັນຍາປະເພດຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມມີຄວາມເຂົ້າໃຈກ່ຽວກັບຊັບສິນທາງປັນຍາເພີ່ມຂຶ້ນ. ພ້ອມນັ້ນ ໃນກອງປະຊຸມຄັ້ງນີ້ ຍັງມີ ທ່ານ ສະເຕຟານ ປາດເຊີຣີ ຊ່ຽວຊານດ້ານຖິ່ນກຳເນີດປະຈໍາໂຄງການ ເປັນຜູ້ສະເໜີ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນ ແລະ ຜົນປະໂຫຍດຈາກການປົກປ້ອງຖິ່ນກໍາເນີດຜ້າໃໝຫົວພັນ ລວມທັງຂັ້ນຕອນການຈົດທະບຽນຖິ່ນກໍາເນີດ ໃຫ້ຜູ້ຜະລິດ, ຜູ້ປະກອບການຜ້າໄໝ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ 6 ພາກສ່ວນໄດ້ຮັບຊາບ ພ້ອມທັງໄດ້ເກັບກຳຂໍ້ມູນກ່ຽວກັບສະພາບການຜະລິດ ແລະ ຄ້າຂາຍຜ້າໃໝຫົວພັນ ເພື່ອເປັນຂໍ້ມູນໃຫ້ແກ່ການວາງແຜນຈົດທະບຽນຖິ່ນກໍາເນີດຜ້າໃໝຫົວພັນໃນຕໍ່ໜ້າ. ພາຍຫລັງການປຶກສາຫາລື ເຫັນວ່າ ພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບວຽກງານຖິ່ນກໍາເນີດ ແລະ ເຮັດໃຫ້ຜະລິດຜູ້ປະກອບການຜ້າໄໝຫົວພັນ ມີຄວາມສົນໃຈໃນການຈົດທະບຽນຖິ່ນກຳເນີດຜ້າໄໝຫົວພັນ. ຈາກນັ້ນ ກອງປະຊຸມໄດ້ເປັນເອກະພາບໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງພັນ ສະເໜີຫາອຳນາດການປົກຄອງແຂວງຫົວພັນ ເພື່ອຂໍອະນຸມັດສ້າງຕັ້ງຄະນະກຳມະການສະເພາະກິດ ທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ ທີ່ເຮັດໜ້າທີ່ຕາມພາລະບົດບາດຂອງແຕ່ລະພາກສ່ວນ ໃນການຊີ້ນໍາວຽກງານການພັດທະນາສິນຄ້າຖິ່ນກໍາເນີດ ຂັ້ນແຂວງ ແລະ ໄດ້ເກັບກຳເອົາລາຍຊື່ຜູ້ຜະລິດ ແລະ ຜູ້ປະກອບການໄດ້ຈຳນວນ 5 ທ່ານທີ່ເຫັນດີເຂົ້າຮ່ວມເປັນຜູ້ເລີ່ມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດຜ້າໄໝຫົວພັນໃນຕໍ່ໜ້າ.

ການຈົດທະບຽນຜ້າໃໝຫົວພັນ ແລະ ສົ່ງເສີມຖິ່ນກໍາເນີດເຂົ້າໄກ່ນ້ອຍ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກ ໂຄງການສົ່ງເສີມການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານ ການພັດທະນາຖິ່ນກໍາເນີດ ຜະລິດຕະພັນ ຮ່ວມມືກັບ ທະນາຄານພັດທະນາອາຊີ ຫຼື ADB ພາຍໃຕ້ແຜນງານການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.
ບົດຂ່າວໂດຍ: ເຈວະລາ ວົງທອງຈິດ
ພາບໂດຍ: ພວຕ ຫົວພັນ

Comments