ສະເລ່ຍທຸກໆສອງເດືອນ ຈະມີເຫດການລະເບີດແຕກ

ສະ­ຫະ­ພາບ​ເອີ​ຣົບ​ໃຫ້ການຊ່ວຍ­ເຫຼືອ ວຽກ​ງານ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ແຂວງ​ຫົວ­ພັນ ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ​ໝາຍ​ຢູ່​ໃນ 44 ບ້ານ​ເປົ້າ​ໝາຍ ແລະ ໃນ​ພື້ນ​ທີ່ 9.450.000 ຕາ​ແມັດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ລະ­ເບີດ​ລູກ​ຫວ່ານ.

ພ້ອມ​ທັງ​ຈະ​ພັດ­ທະ­ນາ ແລະ ສະ­ໜັບ­ສະ­ໜູນ​ແນວ­ທາງ​ການ​ຄຸ້ມ​ຄອງ​ວຽກ​ງານ ການ​ໂຄ­ສະ­ນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລູກ​ລະ​ເບີ​ບໍ່​ທັນ​ແຕກ ໃນ​ລະ­ດັບ​ຂັ້ນ​ບ້ານ​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ໄລ­ຍະ​ຍາວ

ຊອກ​ຫາ​ຫຼາກ​ຫຼາຍ​ວິ­ທີ ເພື່ອ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ການ​ຄຸ້ມ​ຄອງ ຄວາມ​ສ່ຽງ​ຈາກ​ລູກ​ລະ­ເບີດ​ບໍ່​ທັນ​ແຕກ​ໃນ​ຊຸມ​ຊົນ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ປະ­ຕິ­ບັດ​ກິດ­ຈະ­ກຳ ກໍ​ຄື ການ​ສ້າງ­ສາ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄດ້​ຢ່າງ​ປອດ​ໄພ

​ໂຄງ­ການ​ຈະ​ໃຫ້­ການ​ເຝິກ­ອົບ­ຮົມ ຄູ-ອາ­ຈານ ກ່ຽວ​ກັບ​ການ​ສຶກ​ສາ​ຄວາມ​ສ່ຽງ​ໄພ ເພື່ອ​ນຳ­ໄປ​ເຜີຍ­ແຜ່​ຜັນ​ຂະ­ຫຍາຍ​ໃຫ້​ກັບ​ນັກ­ຮຽນ​ຂອງ​ຕົນ

ໃນ​ປັດ­ຈຸ­ບັນ​ນີ້ ສະ­ເລ່ຍ​ທຸກໆ​ສອງ​ເດືອນ​ຈະ​ມີ​ເຫດ­ການ​ລະ­ເບີດ​ແຕກ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊີ­ວິດ​ຊັບ​ສິນ​ຂອງ​ປະ­ຊາ­ຊົນ​.

ໃນ​ນັ້ນ ໄດ້​ເກີດ​ຂຶ້ນ​ກັບ​ເດັກ­ນ້ອຍ​ນັກ­ຮຽນ​ເຂດ​ພື້ນ​ທີ່​ສ່ຽງ​ທີ່​ບໍ່​ທັນ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ​ຂອງ​ລະ­ເບີດ​ບໍ່​ທັນ​ແຕກ ດັ່ງ­ນັ້ນ ໂຄງ­ການ​ຈິ່ງ​ເນັ້ນ​ທີ່​ຈະ​ເຝິກ­ອົບ­ຮົມ​ໃຫ້​ແກ່​ບັນ­ດາ​ຄູ-ອາ­ຈານ ໃນ​ເຂດ​ພື້ນ​ທີ່​ສ່ຽງ​ໄພ​ເປັນ­ຕົ້ນ​ຕໍ.

ພິທີລົງນາມການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທີ່​ໂຮງ­ແຮມ​ເສດ​ຖາ​ປາ​ລາສ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ໂດຍ​ທ່ານ ພູ​ຂຽວ ຈັນ­ທະ​ສົມ­ບູນ ຫົວ­ໜ້າ​ຫ້ອງ­ການ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ເບີ​ນົວ ຄູ​ເຕີ​ຣິ​ແອ ຫົວ­ໜ້າ​ອົງ­ການ​ເພື່ອ​ມະ­ນຸດ­ສະ­ທຳ ແລະ ການ​ມີ​ສ່ວນ​ຮ່ວມ ມີ​ບັນ­ດາ​ຜູ້­ຕາງ­ໜ້າ​ຈາກ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຫົວ­ພັນ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

​ໂຄງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ດັ່ງ­ກ່າວ ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ຈາກ​ສະ­ຫະ­ພາບ​ເອີ​ຣົບ (EU) ດ້ວຍ​ມູນ​ຄ່າ 2,7 ລ້ານ​ເອີ​ໂຣ ຫຼື ປະ­ມານ 30 ຕື້​ກວ່າ​ກີບ ມີ​ໄລ­ຍະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງານ​ແຕ່​ນີ້​ເຖິງ​ປີ 2021.

ຂໍ້ມູນຈາກເວບໄຊ໌: ວຽງຈັນໃໝ່

 

 

 

Comments