ລັດຖະບານລາວ ສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບຊຳລະສະສາງແບບດິຈິຕ໋ອນ

ວັນທີ 12 ທັນວາ 2018, ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ ), ຮ່ວມກັບ ບໍລິສັດກຸ່ມນະຄອນຊັບ ຈຳກັດຜູ້ດຽວ, ໄດ້ຈັດພິທີເຊັນ MOU ໂຄງການສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບຊຳລະສະສາງແບບດິຈິຕ໋ອນ (Digital Payment platform) ໃນ ສປປ ລາວ.

ພິທີເຊັນ MOU ດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ. ບັນດາທ່ານ ຮອງລັຖະມົນຕີ ກວຕ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານວິຊາການທີ່ກ່ຽວທັງສອງຝ່າຍ.

ຜູ້ລົງນາມໃນພິທີເຊັນ MOU ດັ່ງກ່າວ ມີທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຕິຕ໋ອນ; ທ່ານ ຈິດຕະພົງ ອັກຄະວົງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ແລະ ທ່ານ Xie Yu, ປະທານ ກຸ່ມບໍລິສັດ ນະຄອນຊັບ ຈຳກັດຜູ້ດຽວ.

ໃນພິທີດັ່ງກ່າວ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກວຕ ໄດ້ຂຶ້ນກ່າວລາຍງານຈຸດປະສົງ, ເປົ້າໝາຍ ແລະ ຄວາມສຳຄັນຂອງການສຶກສາຄວາມເປັນໄປໄດ້ໂຄງການດັ່ງກ່າວໃນການເຮັດທຸລະກຳທາງເອເລັກໂຕຣນິກຕ່າງໆແມ່ນໄດ້ມີການພັດທະນາ ແລະ ນຳໃຊ້ຫຼາຍ ຊຶ່ງເຮັດໃຫ້ມີຄວາມສະດວກ, ວ່ອງໄວ້ທັງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ກໍຄືປະຊາຊົນໃນຂອບເຂດທົ່ວປະເທດ. ແຕ່ຍັງຄົງເຫັນວ່າມີບາງບັນຫາທີ່ຍັງບໍ່ທັນເອື້ອອຳນວຍໃຫ້ແກ່ວຽກງານດັ່ງກ່າວ ເປັນຕົ້ນແມ່ນ ລະບົບຖານ (platform) ທີ່ໃຫ້ບໍລິການປັດຈຸບັນ ຂອງພາກສ່ວນທະນາຄານ, ສະຖາບັນການເງິນ ແລະ ຜູ້ປະກອບການ-ຫ້າງຮ້ານ ຍັງບໍ່ສາມາດເຊື່ອມເຂົ້າກັນໄດ້ທັງໝົດ ເຮັດໃຫ້ມີຂໍ້ຈຳກັດ ໃນການຊຳລະສະສາງດ້ວຍລະບົບດິຈິຕ໋ອນ (Digital Payment). ດັ່ງນັ້ນ, ໂຄງການສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບຖານຊຳລະເງິນແບບດິຈິຕ໋ອນ (Digital Payment platform) ໃນ ສປປ ລາວ ຄັ້ງນີ້ຈະສຶກສາໃຫ້ເຫັນບັນຫາທີ່ເປັນອຸປະສັກ ແລະ ຈະນຳບັນຫາເຫຼົ່ານັ້ນມາປັບປຸງ, ພັດທະນາ ແລະ ແກ້ໄຂ ຮ່ວມກັບຄູ່ຮ່ວມມື ທີ່ມີປະສົບການ ແລະ ມີຊ່ຽວຊານດ້ານວິຊາການ-ເຕັກນິກ ເພື່ອພ້ອມກັນພັດທະນາ ເຮັດໃຫ້ມີລະບົບຖານຊຳລະສະສາງແບບລວມສູນ ສາມາດເຊື່ອມໂຍງພາຍໃນ ແລະ ສາກົນ ທີ່ມີມາດຕະຖານດຽວກັນ (ສາມາດນຳໃຊ້ຮ່ວມກັນໄດ້, ມີຄວາມປອດໄພ ແລະ ໂປ່ງໃສ່) ເຮັດໃຫ້ການລະບົບຊຳລະເງິນແບບດິຈິຕ໋ອນ ໃນ ສປປ ລາວ ຮອງຮັບໃຫ້ແກ່ການ ໃຊ້ຈ່າຍ, ຊື້-ຂາຍ ເປັນເລື່ອງງ່າຍໆ ແລະ ຮັບປະກັນໄດ້ດ້ານຄວາມປອດໄພສູງສຸດ.


ຂ່າວ: ນ. ທັດສະນີ ພົງບັນດິດ
ພາບ: ບຸນທັນ ນັນທະວົງ

ທີ່ມາ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ

Comments