News

ສໍາມະນາ ທັກສະການເຂົ້າຫາຂໍ້ມູນຂ່າວສານການຕະຫຼາດ ແລະ ນະວັດຕະກຳໃໝ່

ໃນວັນທີວັນທີ 19 ທັນວາ 2018 ຢູ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມການຄ້າ ໄດ້ຈັດກອງປະຊຸມ ສໍາມະນາ ໃນຫົວຂໍ້” ທັກສະການເຂົ້າຫາຂໍ້ມູນຂ່າວສານການຕະຫຼາດ ແລະ ນະວັດຕະກຳໃໝ່”, ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີນັກວິທະຍາກອນ ຈາກພາກລັດ ແລະ ພາກທຸລະກິດ ໃຫ້ກຽດຂຶ້ນບັນຍາຍ. ໃນກອງປະຊຸມສຳມະນາຄັ້ງນີ້, ມີບັນດາສຳມະນາກອນທີ່ຕາງໜ້າ ຈາກຂະແໜງ ສົ່ງເສີມການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ 18 ແຂວງທົ່ວປະເທດ ແລະ ບັນດາຫົວໜ່ວຍທຸລະກິດພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ທ່ານ ພັນທອງ ພິດທຸມມາ ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມ ກໍເພື່ອເປັນການສ້າງໃຫ້ພະນັກງານຂອງລັດ ໂດຍສະເພາະຂະແໜງການສົ່ງເສີມການຄ້າ ແລະ ນັກທຸລະກິດລາວ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈ ໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານການຕະຫຼາດ ແລະ ຮູ້ຈັກນໍາໃຊ້ນະວັດຕະກໍາໃໝ່ ເຂົ້າໃນການພັດທະນາວຽກງານສົ່ງເສີມການຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມໃຫ້ນັກທຸລະກິດລາວ ...

Read More »

ເມືອງຊໍາໃຕ້ ເປີດປີທ່ອງທ່ຽວຕິດພັນກັບການອະນຸຮັກວັດທະນະທໍາ ແລະ ສົ່ງເສີມການຜະລິດ

ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ   ຮອງເຈົ້າເມືອງໆຊຳໃຕ້ ກ່າວໃນໂອກາດພິທີເປີດປີທ່ອງທ່ຽວລາວຕິດພັນກັບການອະນຸຮັກ-ຮັກສາວັດທະນະທຳ ແລະ ສົ່ງເສີມຜະລິດຕະພັນ ຫັດຖະກຳ-ກະສິກໍາ ປະຈຳປີ 2018 ວ່າ:  ເມືອງຊຳໃຕ້ເປັນເມືອງພູດອຍ  ມີຄວາມອຸດົມສົມບູນໄປດ້ວຍແຫຼ່ງອາລິຍະທຳທາງປະຫວັດສາດ ແລະ ທໍາມະຊາດເຊັ່ນ:  ມີວັດວາອາຮາມທີ່ເກົ່າແກ່,  ມີຫ້ວຍນໍ້າລຳເຊ ຫຼາຍສາຍທີ່ສາມາດ ສ້າງເປັນເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ  ແລະ ກາງ, ມີພູຜາປ່າໄມ້ອັນຂຽວງາມຕະຫຼອດລະດູ.  ການຈັດງານເປີດປີທ່ອງທ່ຽວລາວ ໃນປີ 2018 ນີ້ສຸດທີ່ມີຄວາມສໍາຄັນນອກຈາກຈະເປັນການເປີດກວ້າງໃຫ້ແຂກພາຍໃນ ແລະ ພາຍນອກ ໄດ້ຮັບຮູ້ເຖິງແຫຼ່ງທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດ, ທຳມະຊາດພາຍໃນເມືອງແລ້ວ, ຍັງເປັນການສົ່ງເສີມອະນຸຮັກ-ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າໃຫ້ຄົງຢູ່ ແລະ ຄຽງຄູ່ກັນນີ້ ຍັງໄດ້ມີການສົ່ງເສີມບັນດາຜະລິດຕະພັນ ຫັດຖະກຳ ແລະ ກະສິກໍາ ເປັນສິນຄ້າ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ທັງຕິດພັນກັບການທ່ອງທ່ຽວ, ເປັນການສ້າງລາຍຮັບໃຫ້ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ, ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເມືອງຊຳໃຕ້ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ພິເສດເມືອງຊຳໃຕ້  ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງທີ່ງົດງາມ ແລະ ໜ້າທ່ຽວຊົມເປັນຕົ້ນແມ່ນ:  ຖໍ້າພະຍານາກ ຜາໜ່າງວິລະຊົນ ບ້ານເມືອງເກິນ,  ນໍ້າຕົກຕາດຜາຫວ່າງ  ບ້ານປາວເໜືອ, ນໍ້າຕົກຕາດແກ້ງວັງໄນ,  ທ່ຽວຊົມປ່າໄມ້ໃຫຍ່ໂລ່ງເລງ,  ຂີ່ເຮຶອເລາະຊົມທຳມະຊາດ ນໍ້າຊຳຕອນໃຕ້,  ມ້າມະນີກາບຖໍ້າຜາຮໍ,  ພະທາດເຈດີວັດສີມຸງຄຸນ ບ້ານເກົ່າວຽນໃຕ້, ທ່ຽວຊົມຜະລິດຕະພັນຜ້າໄໝມ້ອນ ແລະ ອື່ນໆ. ນໍ້າຕົກຕາດ ຜາຫວ່າງ ທີ່ບ້ານປາວເໜືອ ເມືອງຊຳໃຕ້ ແຂວງຫົວພັນ. ພິທີເປີດງານດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ຢ່າງຄຶກຄື້ນມ່ວນຊື່ນ ໂດຍມີ ທ່ານ ເພີດ ມາປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ...

Read More »

ລັດຖະບານ ເຢຍລະມັນ ຊ່ວຍສ້າງທາງຊົນນະບົດ 2 ເມືອງ ຢູ່ແຂວງສະຫວັນນະເຂດ

ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ ໄດ້ໃຫ້ຮູ້ວ່າ: ລັດຖະບານ ເຢຍລະມັນ ໄດ້ຕົກລົງສືບຕໍ່ຊ່ວຍເຫຼືອລ້າ ເພື່ອກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ 1 ທີ່ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງທຸກຍາກຂອງແຂວງ ສະຫວັນນະເຂດຄື: ເມືອງນອງ ແລະ ເມືອງເຊໂປນ, ມີລວງຍາວທັງໝົດ 47,7 ກວ່າກິໂລແມັດ, ການກໍ່ສ້າງໄດ້ແບ່ງອອກເປັນ 3 ສັນຍາ, ມີໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.  ສັນຍາທີ 1 ​ແມ່ນ ບໍລິສັດ PMS ກໍ່ສ້າງຈຳກັດ,  ​ແມ່ນ​ກໍ່ສ້າງເສັ້ນທາງສາມແຍກທາງເລກ 9  ບ້ານດົງ ຫາ ບ້ານສະແລັນ,  ທາງນ້ຳເບີ 2.6306, ມີລວງຍາວ 24,3 ກິໂລແມັດ,  ໜ້າທາງກວ້າງ 5,5 ແມັດ,  ໃນມູນຄ່າ 14,52 ຕື້ກວ່າກີບ. ສັນຍາທີ  2  ແມ່ນ ບໍລິສັດ TSB ກໍ່ສ້າງຂົວທາງຈຳກັດ,  ​ແຕ່ເສັ້ນທາງສາມແຍກບ້ານສະແລັນ ຫາ ບ້ານກາໂລ,  ທາງນ້ຳເບີ 2.6306, ລວງຍາວ 18 ກິໂລແມັດ,  ເມືອງເຊໂປນ, ໜ້າທາງກວ້າງ 4,5 ແມັດ,  ໃນມູນຄ່າ 13,34 ຕື້ກວ່າກີບ. ສັນຍາທີ ...

Read More »

ສະພາແຫ່ງຊາດ ສະເໜີຜົນງານການເຄື່ອນໄຫວເຄິ່ງສະໄໝຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງ ການລາຍງານກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ 2016-2018, ທິດທາງຮອດກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ຂອງສະພາແຫ່ງຊາດປີ 2019 ສະເໜີໂດຍ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ; ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານແຜນການສ້າງ ແລະ ປັບປຸງ ກົດໝາຍ ຂອງສະພາແຫ່ງຊາດ ໃນໄລຍະ 3 ປີຜ່ານມາ ແລະ ຮັບຟັງແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ປະຈຳປີ 2019 ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ. ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງສູນກາງແນວລາວສ້າງຊາດ ຕໍ່ບົດລາຍງານຂອງສະພາແຫ່ງຊາດ, ລວມທັງການປະກອບຄຳຄິດເຫັນ ...

Read More »

ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ຊີ້ນໍາ ການນຳຫຼັກແຫຼ່ງ ແຂວງເຊກອງ

ໃນຕອນເຊົ້າ ຂອງວັນທີ 18 ທັນວາ 2018 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງ ຂອງແຂວງເຊກອງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ, ເຈົ້າແຂວງໆເຊກອງ ພ້ອມດ້ວຍ ຄະນະນຳ ແລະ ພາກ ສ່ວນທີ່ກ່ຽວຂ້ອງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ.  ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງ ການລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈຳປີ 2018 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 8,3%, ລາຍຮັບສະເລ່ຍຕໍ່ຫົວຄົນ 1.623 ໂດລາ/ຄົນ/ປີ, ການເກັບລາຍຮັບເຂົ້າງົບປະມານ ຮອດປະຈຸບັນ ປະຕິບັດໄດ້ 93% ຂອງແຜນການ, ຄອບຄົວທຸກຍາກ ຍັງເຫຼືອ 8,7%, ອັດຕາເຂົ້າຮຽນສຸດທິ ຊັ້ນປະຖົມ ກວມ 97%, ມັດທະຍົມຕົ້ນ ກວມ 84,7%, ມັດທະຍົມຕອນປາຍ ກວມ ...

Read More »

ເປີດນຳໃຊ້ ການຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງທຄຕລ ແລະ 6 ທະນາຄານຕົວແທນ

ວັນທີ 17 ທັນວາ 2018 ຜ່ານມາ ຢູ່ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ແລະ ເປີດນໍາໃຊ້ລະບົບຊໍາລະຄ່າພາສີທີ່ດິນຜ່ານລະບົບຂອງ ທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ). ຕາງໜ້າລົງນາມສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າສ່ວຍສາອາກອນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ, ຄະນະກົມຂອງສະພາແຫ່ງຊາດ, ຄະນະກົມຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ, ຄະນະພະແນກ ອ້ອມຂ້າງກະຊວງການເງິນ, ພະແນກການເງິນນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳນະຄອນຫຼວງ, ສ່ວຍສາອາກອນປະຈຳ 9 ຕົວເມືອງ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ...

Read More »

ມອບທຶນການສຶກສາ, ອຸປະກອນການແພດໃຫ້ນັກສຶກສາ, ໂຮງໝໍ ແລະ ທຶນບູລະນະໂຮງຮຽນ.

ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມະຫາວິທະຍາໄລ ຈໍາປາສັກ (ມ.ຈ) ພ້ອມທັງມອບອຸປະກອນການແພດໃຫ້ໂຮງໝໍແຂວງຈຳປາສັກ, ໂຮງໝໍ ແລະ ສຸກສາລາ ເມືອງປະທຸມພອນ ແລະ ມອບທຶນບູລະນະອາຄານຮຽນໃຫ້ແກ່ໂຮງຮຽນປະຖົມ – ມັດທະຍົມຕອນຕົ້ນພະໂພ ລວມມູນຄ່າ 427 ລ້ານກວ່າກີບ ເພື່ອຕອບແທນແກ່ສັງຄົມ. ພິທີມອບທຶນການສຶກສາ ໃຫ້ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມ.ຈ ຈັດຂຶ້ນໃນວັນທີ 12 ທັນວາ 2018 ຢູ່ສະໂມສອນວິທະຍາໄລຄູ ປາກເຊ, ໃນພິທີ ແຕ່ລະພາກສ່ວນ ໄດ້ຜ່ານບົດລາຍງານການເຄື່ອນໄຫວຂອງນັກສຶກສາທີ່ໄດ້ຮັບທຶນຈາກບໍລິສັດ ເບຍລາວ ຈໍາກັດ ໃນສົກຮຽນ 2017-2018 ທີ່ຜ່ານມາ, ຈາກນັ້ນ ກໍໄດ້ມອບທຶນໃຫ້ແກ່ນັກສຶກສາ ເຊິ່ງໃຫ້ກຽດມອບໂດຍທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາເພື່ອສັງຄົມ ບໍລິສັດ ເບຍລາວ ຈໍາກັດ, ຕາງໜ້ານັກສຶກສາວິທະຍາໄລຄູປາກເຊ ຮັບໂດຍທ່ານ ສົມໄຊ ເທບສົມບັດ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ; ຕາງໜ້ານັກສຶກສາ ມ.ຈ ...

Read More »

ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົດໄຟ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2018, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການລົດໄຟ ສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ບັນດາເນື້ອໃນ, ໂຄງຮ່າງພື້ນຖານ, ລວມທັງຈຸດປະສົງຄາດໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ພາຍຫລັງທີ່ສະພາໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍສະບັບນີ້. ຮ່າງກົດໝາຍ ສະບັບນີ້ປະກອບມີ 14 ພາກ, 21 ໝວດ 165 ມາດຕາ ເຊິ່ງໄດ້ກຳນົດລະບຽບຫຼັກການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານການລົດໄຟ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານນີ້ ມີປະສິດທິພາບ, ທັນສະໄໝ ແລະ ຍືນຍົງ, ທັງເປັນມິດກັບສິ່ງແວດລ້ອມ. ແນໃສ່ເຮັດໃຫ້ການດຳເນີນກິດຈະການ ການລົດໄຟ ແລະ ການຂົນສົ່ງທາງລົດໄຟ ມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ທັງສາມາດເຊື່ອມຈອດ ເຊື່ອມໂຍງ ກັບພາກພື້ນ ແລະ ...

Read More »

ຜູ້ຊ່ວຍ AI ສາມາດຍົກລະດັບໃຫ້ທຸລະກິດຂອງທ່ານໄດ້ແນວໃດ?

ສິ່ງດີໆທີ່ຈະໄດ້! ເມື່ອທ່ານໃຊ້ AI ເມື່ອປັນຍາປະດິດ ຫຼື AI (Artificial Intelligence) ບໍ່ແມ່ນເລື່ອງໄກຕົວ ເຮັດໃຫ້ຫຼາຍທຸລະກິດໃນບັນດາປະເທດທີ່ພັດທະນາແລ້ວຕື່ນຕົວ ແລະນໍາເຂົ້າມາທົດລອງໃຊ້ໃນການປະກອບທຸລະກິດຂອງຕົນເອງ, ເຊິ່ງຖືວ່າເປັນຄວາມສໍາເລັດອີກຂັ້ນໜຶ່ງກໍວ່າໄດ້. ແຕ່ສໍາລັບຜູ້ປະກອບການທົ່ວໄປໃນບ້ານເຮົາ ທີ່ຄິດຈະນໍາເອົາເຄື່ອງມືປັນຍາປະດິດນີ້ເຂົ້າມານໍາໃຊ້ ຕ້ອງຄິດໃຫ້ດີກ່ອນວ່າ ທ່ານຈະສາມາດໃຊ້ຜູ້ຊ່ວຍນີ້ເຂົ້າມາຍົກປະສິດທິພາບໃນທຸລະກິດຂອງທ່ານ ແລ້ວຈະໄດ້ຜົນດີແທ້ບໍ່? ມາເບິ່ງປະໂຫຍດທີ່ທ່ານຈະໄດ້ພ້ອມກັນເລີຍ… ໄດ້ຂໍ້ມູນທາງເລິກທີ່ດີກວ່າ ຄວາມສະຫຼາດຂອງ AI ນັ້ນສາມາດຊອກຫາຂໍ້ມູນທີ່ມີຈໍານວນຫຼາຍ ຫຼືແມ່ນແຕ່ຂໍ້ມູນທີ່ເປັນຊຸດໄດ້ ເຊິ່ງຈະເຮັດໃຫ້ເກີດການເຊື່ອມຕໍ່ກັນ ແລະໄດ້ຂໍ້ມູນໃນທາງເລິກໃໝ່ໆຂຶ້ນມາ ເພື່ອຊ່ວຍໃຫ້ການຕັດສິນໃຈຂອງທຸລະກິດງ່າຍຂຶ້ນ ໂດຍປັດຈຸບັນມີຜູ້ໃຊ້ AI ເປັນຕົວຂັບເຄື່ອນ ແລະເຄື່ອງມືວິເຄາະຕ່າງໆຫຼາກຫຼາຍ ທີ່ຜູ້ໃຊ້ທົ່ວໄປສາມາດໃຊ້ງານໄດ້. ຊ່ວຍໃຫ້ລະບົບອັດຕະໂນມັດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ AI ສາມາດໃຊ້ເຂົ້າໃນການເຮັດກິດຈະກໍາຕ່າງໆໃຫ້ເປັນໄປແບບອັດຕະໂນມັດ ແລະສະດວກຫຼາຍຂຶ້ນເຊັ່ນ: ການຈັດການທາງການເງິນສ່ວນຕົວທີ່ເປັນ Application ການລົງທຶນຂະໜາດນ້ອຍເຊັ່ນ Mylo ທີ່ມີການໃຊ້ AI ເພື່ອຊ່ວຍໃຫ້ຜູ້ໃຊ້ທົ່ວໄປສາມາດເລີ່ມຕົ້ນພ໊ອດໂດຍບໍ່ຕ້ອງຫຍຸ້ງຍາກ ໂດຍ Application ຈະຊ່ວຍເລື່ອງການຊື້ ແລະລົງທຶນໃນພ໊ອດຕ່າງໆ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ໃຊ້. ເປັນຜູ້ຊ່ວຍທີ່ແສນຈະສະຫຼາດ ເຖິງວ່າ Siri ແລະ Alexa ຈະເຮັດວຽກໄດ້ດີ ແຕ່ບາງຄັ້ງກໍອາດຈະມີຄວາມບໍ່ສະຖຽນຢູ່ ແມ່ນແຕ່ກັບຄໍາສັ່ງຂັ້ນພື້ນຖານ ອີກທັງຍັງສາມາດຕອບສະໜອງຕໍ່ຄໍາສັ່ງໄດ້ພຽງຄັ້ງລະຄໍາສັ່ງເທົ່ານັ້ນ ເຊິ່ງຂໍ້ຈໍາກັດເຫຼົ່ານີ້ອາດຈະສົ່ງຜົນຕໍ່ການຕັດສິນໃຈໃຊ້ AI ຂອງໃຜຫຼາຍຄົນ; ແນວໃດກໍຕາມການເກີດຂຶ້ນຂອງຜູ້ຊ່ວຍ ...

Read More »

ລັດຖະມົນຕີກະຊວງ ຊທສ ສະເໜີຮ່າງກົດໝາຍທີ່ດິນ ເພື່ອທາບທາມ

ໃນຕອນເຊົ້າຂອງວັນທີ 18 ທັນວາ 2018, ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອເປັນການທາບທາມ ແລະ ເປີດໂອກາດໃຫ້ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ ຕໍ່ຮ່າງກົດໝາຍສະບັບນີ້ ແຕ່ຈະບໍ່ທັນໄດ້ຮັບຮອງເອົາໃນກອງປະຊຸມເທື່ອນີ້. ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ຕິດຕາມກວດກາ ກ່ຽວກັບວຽກງານທີ່ດິນ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ, ແນໃສ່ເຮັດໃຫ້ມີຄວາມຮັບປະກັນໃນການນຳໃຊ້ທີ່ດິນ ຖືກຕ້ອງຕາມເປົ້າໝາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະລຽບຮຽບຮ້ອຍ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ທັງປົກປັກຮັກສາສິ່ງແວດລ້ອມ ແລະ ເຂດນ້ຳແດນດິນ ຂອງ ສປປ ລາວ. ຫຼັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ...

Read More »