ສສຊ ພິຈາລະນາ-ຮັບຮອງ 3 ຮ່າງມະຕິ ການເຄຶ່ອນໄຫວວຽກງານສະພາແຫ່ງຊາດ

ມື້ສຸດທ້າຍ ຂອງການດຳເນີນກອງປະຂຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າຂອງວັນທີ 21 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສືບຕໍ່ສຸມໃສ່ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ 3 ຮ່າງມະຕິ ຄື:

ການເຄື່ອນໄຫວວຽກງານກາງສະໄໝ ຂອງສະພາແຫ່ງຊາດ 2016-2018, ແຜນວຽກຈຸດສຸມ ປີ 2019 ແລະ ທິດທາງແຜນການຮອດປີ 2020; ການປະຕິບັດແຜນສ້າງ ແລະ ປັບປຸງ ກົດໝາຍ ໄລຍະ 3 ປີຜ່ານມາ ແລະ ແຜນການ 2 ປີທ້າຍສະໄໝ ສະພາແຫ່ງຊາດຊຸດທີ VIII 2019-2020; ການປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ 3 ປີຜ່ານມາ ແລະ ແຜນການ ປີ 2019 ຂອງສະພາແຫ່ງຊາດ.

ເຖິງວ່າໃນໄລຍະ 3 ປີຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງໆ ໂດຍສະເພາະການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ລວມທັງການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ ໃນຂົງເຂດຕ່າງໆບັນລຸ 60%; ປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ຢູ່ໃນທຸກຄວາມຮັບຜິດຊອບຂອງຕົນ ໄດ້ຮັບຜົນສຳເລັດຫຼາຍດ້ານກໍຕາມ.

ບັນດາ ສສຊ ທຸກເຂດເລືອກຕັ້ງ ຍັງມີຄຳເຫັນທີ່ຫຼາກຫຼາຍ ເພື່ອສະເໜີໃຫ້ສະພາ ປັບປຸງແກ້ໄຂ ແລະ ເພີ່ມທະວີ ບັນດາວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນສູງກວ່າເກົ່າ.

ສິ່ງສຳຄັນ ບັນດາ ສສຊ ໄດ້ຮຽກຮ້ອງ ໃຫ້ສະພາແຫ່ງຊາດ ເອົາໃສ່ຕິດຕາມກວດກາກົດໝາຍ ວ່າດ້ວຍແຮ່ທາດ, ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍຢາເສບຕິດ, ກົດໝາຍ ວ່າດ້ວຍທາດເຫຼົ້າ ແລະ ອື່ນໆ ເພາະວ່າກົດໝາຍເຫຼົ່ານີ້ ແມ່ນມີຄວາມສຳຄັນ ຕໍ່ການພັດທະນາປະເທດຊາດໃນຕໍ່ໜ້າ.

ຂໍ້ມູນຈາກ: ຂປລ

Comments