News

ໂຮງໝໍແຂວງຫຼວງນ້ຳທາໄດ້ຮັບອຸປະກອນເຄື່ອງມືຜ່າຕັດຕາ

ອົງການໃຈບຸນກຸສົນ (DIC) ນໍາເອົາອຸປະກອນຜ່າຕັດແກ່ນຕາຂຸ້ນ,ແວ່ນຕາຂະຫຍາຍ,ໂຄມໄຟຜ່າຕັດ,ເຄື່ອງຫ້າມເລືອດ ແລະ ອື່ນໆ…ລວມມູນຄ່າ 31.252 ໂດລາສະຫະລັດ. ຄຣິບຂ່າວ ໂຮງໝໍແຂວງຫຼວງນ້ຳທາໄດ້ຮັບອຸປະກອນເຄື່ອງມືຜ່າຕັດຕາລວມມູນຄ່າ 267,235 ,000 ກີບ Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 20, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ

Read More »

ເປີດສິລາລຶກອະນຸສອນສະຖານຖານທີ່ໝັ້ນການປະຕິວັດເຂດໃຕ້

ໃນວັນທີ 22 ທັນວານີ້ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ເປັນກຽດເປີດສິລາລຶກອະນຸສອນສະຖານຖານທີ່ຫມັ້ນຂອງການປະຕິວັດເຂດໃຕ້ ບ້ານ ອຸດົມໄຊ (ເຈັງເຫາະ) ເມືອງ ສະຫນາມໄຊ ແຂວງ ອັດຕະປື. ເປັນກຽດເຂົ້າຮ່ວມຍັງມີ ທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດ, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ, ພົນເອກ ຈັນສະຫມອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍຕາງໜ້າອຳນາດການປົກຄອງກ່ຽວຂ້ອງ. ຖານທີ່ຫມັ້ນຂອງການປະຕິວັດເຂດໃຕ້ ບ້ານ ອຸດົມໄຊ (ເຈັງເຫາະ) ໄດ້ສ້າງຕັ້ງຂຶ້ນໃນເດືອນ ຕຸລາ 1948 ພາຍໃຕ້ການຊີ້ນຳ-ນຳພາຂອງອະດີດປະທານປະເທດ ຄຳໄຕ ສີພັນດອນ, ທ່ານ ບຸນ ພົມມະຫາໄຊ, ທ່ານ ແກ້ວ ດວງເສນາ ແລະ ນັກປະຕິວັດຜູ້ອື່ນໆ ເພື່ອສ້າງຖານທີ່ຫມັ້ນຂອງ ການປະຕິວັດ, ກໍ່ສ້າງຮາກຖານການເມືອງ ແລະ ຈັດຕັ້ງກຳລັງປະກອບອາວຸດຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າຝຣັ່ງຜູ້ຮຸກຮານເພື່ອກອບກູ້ເອກະລາດຂອງຊາດ, ອິດສະລະພາບ ເອກະລາດ ແລະ ...

Read More »

ລັດຖະບານ ຕວັກກີ ແລະ ອົງການ ສປຊ ມອບເຮືອກູ້ໄພ ໃຫ້ລັດຖະບານລາວ

ລັດຖະບານ ຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ) ໄດ້ນໍາເອົາເຮືອກູ້ໄພລຸຍຕົມ ຈຳນວນ 2 ລຳ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 21 ທັນວາ 2018 ນີ້, ຕາງໜ້າມອບໂດຍ ທ່ານ Idem Akay ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ ແລະ ທ່ານ ນາງ ກາຣິນາ ອີໂມເນັນ ຜູ້ຕາງໜ້າອົງການ ສປຊ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າໃຫ້ລັດຖະບານລາວ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ແລະ ...

Read More »

ເປີດຮັບສະໝັກທຶນການສຶກສາ 100% ຈາກໂຄງການຮ່ວມມື ລາວ-ໄທ ອ່ານດ່ວນ…

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານຊາບວ່າ: ໂຄງການຮ່ວມມືລາວ-ໄທ (TICA), ສະເໜີໃຫ້ທຶນການສຶກສາແກ່ ສປປ ລາວ ປະຈຳປີ 2019 ຈຳນວນ 28 ທຶນໃນລະດັບປະລິນຍາໂທ, ໂດຍເປີດຮັບສະໝັກພະນັກງານລັດຖະກອນຜູ້ທີ່ມີຄວາມສົນໃຈຢາກໄປຮຽນຕໍ່ທີ່ປະເທດໄທ  ມີຫຼາຍສາຂາໃຫ້ເລືອກ: ທຸລະກິດ, ການສື່ສານ, ວິສະວະກໍາ, ວິທະຍາສາດ ເຕັກໂນໂລຊີ, ສິ່ງແວດລ້ອມ, ການທ່ອງທ່ຽວ, ການສຶກສາ.​ພາຍໃຕ້ທຶນຂອງລັດຖະບານໄທ ໂຄງການຮ່ວມມື ລາວ-ໄທ ຝ່າຍໄທໃຫ້ທຶນ 100%. ປິດຮັບສະໝັກ: 06/01/2019 ລາຍລະອຽດ ແລະ ວິທີການສະໝັກ ຂ້າງລຸ່ມນີ້.

Read More »

ທ່ານ ບໍ່ແສງຄໍາ ວົງດາລາ ລົງຕິດຕາມໂຄງການກໍ່ສ້າງສະຖານີວິທະຍຸ ກະຈາຍສຽງ

ໃນວັນທີ 21 ທັນວາ 2018 ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງໄປຕິດຕາມກວດກາໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ ແຂວງຈຳປາສັກ ແຫ່ງໃໝ່. ຂໍ້ມູນຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz.

Read More »

ລັດແຈ້ງການ ເລີ່ມປັບປຸງ ຫຼຸດຂັ້ນຕອນ ແລະ ເວລາ ການບໍລິການ ນຳເຂົ້າ-ສົ່ງອອກ.

ກະຊວງອຸດສາຫະກຳ ແລະ ການຄ້າ ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ໄດ້ອອກແຈ້ງການກ່ຽວກັບເລີ່ມຈັດຕັ້ງປະຕິບັດມາດຕະຖານການບໍລິການ (Service Charter) ຂອງກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ເພື່ອປັບປຸງ ແລະ ຍົກລະດັບປະສິດທິພາບວຽກງານບໍລິການຂອງ ກຂອ, ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ເອກະສານ ໃນການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ຂອງພາກທຸລະກິດໃຫ້ໄດ້ຢ່າງໜ້ອຍ 50%ພາຍໃນປີ 2020 ແລະ ຫັນການບໍລິການຂອງ ກຂອ ເປັນລະບົບເອເລັກໂຕຣນິກ ຢ່າງເຕັມສ່ວນ ໂດຍແນໃສ່ເພີ່ມປະລິມານການຄ້າຂຶ້ນ 3 ເທົ່າ ພາຍໃນປີ 2025. ອີງຕາມແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ແຈ້ງໃຫ້ຊາບວ່າ ກຂອ ໄດ້ລິເລີ່ມປັບປຸງວຽກງານການບໍລິການຂອງກົມໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນັ້ນ, ກອຂ ມີວິໄສທັດໃນການພັດທະນາວຽກງານການນຳເຂົ້າ ແລະ ສົ່ງອອກ, ...

Read More »

ຖ່າຍທອດສົດ ປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII  ທີ່ໄດ້ດໍາເນີນມາແຕ່ວັນທີ 20 ພະຈິກ 2018 ໄດ້ປິດລົງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ທັນວາ 2018  ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງວໍລະຈິດ, ເລຂາທິກາານໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະລັດຖະມົນຕີຈາກແຕ່ລະກະຊວງ. 21-12-2018 Posted by ໂທລະພາບເເຫ່ງຊາດລາວ ທຊລ 1 on Thursday, December 20, 2018 ຂອບໃຈໂທລະພາບແຫ່ງຊາດ

Read More »

ໃນປີ 2005 ໂອ່ງ-ມັ່ງ ໃນລາວ ຍັງເຫຼືອພຽງແຕ່ 6 ຫາ 20 ໂຕ

ໃນປີ 2005, ໂອ່ງ-ມັ່ງ ໃນລາວ ຍັງເຫຼືອພຽງແຕ່ 6 ຫາ 20 ໂຕ? ຕັ້ງແຕ່ນັ້ນມາ, ຄວາມພະຍາຍາມໃນການປົກປ້ອງສັດດັ່ງກ່າວ ຈາກການສູນພັນກໍໄດ້ມີຂຶ້ນໃນລະດັບຊຸມຊົນໃນໄລຍະເວລາບໍ່ເຖິງ 15 ປີ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຢາກຮັບປະກັນວ່າ: ແນວທາງນີ້ບໍ່ຄວນຢຸດຕິພຽງເທົ່ານີ້ ແລະ ຢາກໃຫ້ສັດທີ່ສວາຍງາມເຫຼົ່ານີ້ ສືບຕໍ່ເພີ່ມຈຳນວນຂຶ້ນໃນຫຼາຍໆທົດສະວັດໃນຕໍ່ໜ້າ. ນັ້ນເປັນເຫດຜົນທີ່ວ່າ: ເປັນຫຍັງໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ໃນລະບົບນິເວດປ່າໂຄກ ພາກໃຕ້ຂອງ ສປປ ລາວ ເຊິ່ງເປັນໂຄງການປົກປັກຮັກສາທີ່ຢູ່ອາໄສຂອງໂອ່ງ-ມັ່ງ ນັ້ນກໍຄື ປ່າໂຄກ ຂອງ ອົງການຢູເອັນດີພີ ຈິ່ງໄດ້ມອບຮູບປັ້ນໂອ່ງ-ມັ່ງໃຫ້ແກ່ແຂວງສະຫວັນນະເຂດໃນວັນທີ 13 ທັນວາ 2018  ຜ່ານມານີ້.   ຮູບປັ້ນດັ່ງກ່າວໄດ້ຖືກຕັ້ງຢູ່ວົງວຽນ ຈຸດທີ່ເປັນສູນກາງຂອງນະຄອນໄກສອນ ພົມວິຫານ ເຊິ່ງຈະເປັນສິ່ງຢໍ້າເຕືອນໃຫ້ຄົນໃນທ້ອງຖິ່ນ ແລະ ແຂກທີ່ມາຢ້ຽມຢາມ ຮູ້ເຖິງການໃຫ້ຄວາມສໍາຄັນຂອງການອະນຸລັກສັດທີ່ໃກ້ຈະສູນພັນ. ທ່ານສາມາດອ່ານຕື່ມກ່ຽວກັບພິທີເປີດຮູບປັ້ນຈາກລິ້ງລຸ່ມນີ້. ໂອ້! ຖ້າທ່ານຢູ່ໃນນະຄອນໄກສອນ, ຢ່າລືມສົ່ງຖ່າຍຮູບກັບຮູບປັ້ນໂອ່ງ-ມັ່ງ ແລ້ວສົ່ງໃຫ້ພວກເຮົາເບິ່ງແດ່ເດີ້! Did you know that in 2005 there ...

Read More »

ອົງການ (WHO) ຊ່ວຍພັດທະນາຊົນນະບົດ, ສຸຂະສຶກສາ ,ໂພຊະນາການ ແລະ ອື່ນໆ

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ມາກ ຈາກຄອບ ຜູ້ຕາງໜ້າຄົນໃໝ່ຂອງອົງການອະນາໄມໂລກ (WHO) ປະຈຳສປປ ລາວ ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 19 ທັນວາ 2018 ທີ່ຜ່ານມາທີ່ກະຊວງສາທາລະນະສຸກ. ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງອົງການ WHO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່ ອົງການ WHO ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ WHO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະ ການສົ່ງເສີມການພັດທະນາຊົນນະບົດ, ສຸຂະສຶກສາ ແລະ ໂພຊະນາການ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ ...

Read More »

ສະເລ່ຍທຸກໆສອງເດືອນ ຈະມີເຫດການລະເບີດແຕກ

ສະ­ຫະ­ພາບ​ເອີ​ຣົບ​ໃຫ້ການຊ່ວຍ­ເຫຼືອ ວຽກ​ງານ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ແຂວງ​ຫົວ­ພັນ ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ​ໝາຍ​ຢູ່​ໃນ 44 ບ້ານ​ເປົ້າ​ໝາຍ ແລະ ໃນ​ພື້ນ​ທີ່ 9.450.000 ຕາ​ແມັດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ລະ­ເບີດ​ລູກ​ຫວ່ານ. ພ້ອມ​ທັງ​ຈະ​ພັດ­ທະ­ນາ ແລະ ສະ­ໜັບ­ສະ­ໜູນ​ແນວ­ທາງ​ການ​ຄຸ້ມ​ຄອງ​ວຽກ​ງານ ການ​ໂຄ­ສະ­ນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລູກ​ລະ​ເບີ​ບໍ່​ທັນ​ແຕກ ໃນ​ລະ­ດັບ​ຂັ້ນ​ບ້ານ​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ໄລ­ຍະ​ຍາວ ຊອກ​ຫາ​ຫຼາກ​ຫຼາຍ​ວິ­ທີ ເພື່ອ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ການ​ຄຸ້ມ​ຄອງ ຄວາມ​ສ່ຽງ​ຈາກ​ລູກ​ລະ­ເບີດ​ບໍ່​ທັນ​ແຕກ​ໃນ​ຊຸມ​ຊົນ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ປະ­ຕິ­ບັດ​ກິດ­ຈະ­ກຳ ກໍ​ຄື ການ​ສ້າງ­ສາ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄດ້​ຢ່າງ​ປອດ​ໄພ ​ໂຄງ­ການ​ຈະ​ໃຫ້­ການ​ເຝິກ­ອົບ­ຮົມ ຄູ-ອາ­ຈານ ກ່ຽວ​ກັບ​ການ​ສຶກ​ສາ​ຄວາມ​ສ່ຽງ​ໄພ ເພື່ອ​ນຳ­ໄປ​ເຜີຍ­ແຜ່​ຜັນ​ຂະ­ຫຍາຍ​ໃຫ້​ກັບ​ນັກ­ຮຽນ​ຂອງ​ຕົນ ​ໃນ​ປັດ­ຈຸ­ບັນ​ນີ້ ສະ­ເລ່ຍ​ທຸກໆ​ສອງ​ເດືອນ​ຈະ​ມີ​ເຫດ­ການ​ລະ­ເບີດ​ແຕກ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊີ­ວິດ​ຊັບ​ສິນ​ຂອງ​ປະ­ຊາ­ຊົນ​. ໃນ​ນັ້ນ ໄດ້​ເກີດ​ຂຶ້ນ​ກັບ​ເດັກ­ນ້ອຍ​ນັກ­ຮຽນ​ເຂດ​ພື້ນ​ທີ່​ສ່ຽງ​ທີ່​ບໍ່​ທັນ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ​ຂອງ​ລະ­ເບີດ​ບໍ່​ທັນ​ແຕກ ດັ່ງ­ນັ້ນ ໂຄງ­ການ​ຈິ່ງ​ເນັ້ນ​ທີ່​ຈະ​ເຝິກ­ອົບ­ຮົມ​ໃຫ້​ແກ່​ບັນ­ດາ​ຄູ-ອາ­ຈານ ໃນ​ເຂດ​ພື້ນ​ທີ່​ສ່ຽງ​ໄພ​ເປັນ­ຕົ້ນ​ຕໍ. ພິທີລົງນາມການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທີ່​ໂຮງ­ແຮມ​ເສດ​ຖາ​ປາ​ລາສ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ໂດຍ​ທ່ານ ພູ​ຂຽວ ຈັນ­ທະ​ສົມ­ບູນ ຫົວ­ໜ້າ​ຫ້ອງ­ການ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ເບີ​ນົວ ຄູ​ເຕີ​ຣິ​ແອ ຫົວ­ໜ້າ​ອົງ­ການ​ເພື່ອ​ມະ­ນຸດ­ສະ­ທຳ ...

Read More »