ທົ່ວປະເທດມີສິນຄ້າ “ໂອດອບ” ຫຼາຍກວ່າ 600 ຜະລິດຕະພັນ.

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ສຳລັບ ນະຄອນຫຼວງວຽງຈັນ ມີແຜນສູ້ຊົນ ໃນປີ 2019 ນີ້ ຈະໃຫ້ມີສິນຄ້າ ໂອດອບເພີ່ມຂຶ້ນ 5 ຜະລິດຕະພັນ ໂດຍມີສອງພາກສ່ວນແລ້ວທີ່ສະເໜີມາຂໍກາໝາຍສິນຄ້າໂອດອບ ຂັ້ນຕອນຕໍ່ໄປ ແມ່ນການກວດກາຕາມເງື່ອນໄຂ.


ເມື່ອໄດ້ກາໝາຍສິນຄ້າໂອດອບແລ້ວ, ເຈົ້າຂອງຜະລິດຕະພັນ ມີໂອກາດໄດ້ຮັບສິດໃນການເຂົ້າເຖິງແຫຼ່ງທຶນ, ຂະຫຍາຍຕະຫຼາດໄດ້ກວ້າງອອກ, ໄດ້ຮັບນະໂຍບາຍເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍລາຄາທີ່ຖືກກວ່າ ຫຼື ບໍ່ເສຍຄ່າ,

ພ້ອມນີ້ ຍັງຈະໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບຍີ່ຫໍ້, ການບັນຈຸພັນ, ອອກແບບຕົບແຕ່ງກາສິນຄ້າ ແລະ ອື່ນໆ ພ້ອມຍັງຈະໄດ້ຮັບຄຳແນະນຳຈາກວິຊາການທີ່ມີຄວາມຊຳນານໃນການເຄື່ອນໄຫວດຳເນີນທຸລະກິດອີກດ້ວຍ.

ມາຮອດປັດຈຸບັນນີ້ ທົ່ວປະເທດເຮົາ ມີສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຫຼື ( ODOP) ທັງໝົດ 626 ຜະລິດຕະພັນ ຈາກ 165 ຫົວຫນ່ວຍ ກວມ 157 ບ້ານ 83 ເມືອງ.

ສະເພາະ ນະຄອນຫຼວງວຽງຈັນ ມິ 197 ຜະລິດຕະພັນ ປະກອບດ້ວຍ 44 ຫົວຫນ່ວຍ ກວມ 39 ບ້ານ ໃນ 9 ຕົວເມືອງ.

ຂໍ້ມູນຈາກ: ຂປລ.

Comments