ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຈັດຂຶ້ນຍິ່ງໃຫຍ່

ງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງ ສະຫວັນນະເຂດ ແມ່ນເປີດສາກຂຶ້ນຢ່າງຍິ່ງໃຫຍ່ ໃນຕອນບ່າຍຂອງວັນທີ 18 ທັນວາ 2018 ທີ່ ນະຄອນໄກສອນ ພົມວິຫານ ອັນເປັນການສ້າງເງື່ອນໄຂກໍຄືກິດຈະກໍາຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແຂວງ ສະຫວັນນະເຂດໃຫ້ຫຼາຍຂຶ້ນ

ແນ່ໃສ່ນໍາເອົາລາຍຮັບມາໃຫ້ປະຊາຊົນຊາວແຂວງສະຫວັນນະເຂດ,ທັງເປັນການປະກອບສ່ວນເຂົ້າໃນການກະຕຸ້ນກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ

ອັນສໍາຄັນແມ່ນການນໍາໃຊ້ເງື່ອນໄຂແລະທ່າແຮງຄວາມອຸດົມສົມບູນຂອງແຂວງສະຫວັນນະເຂດຢ່າງຖືກຕ້ອງສອດຄ່ອງຕາມທິດສີຂຽວ ແລະ ຍືນຍົງ ທັງເກີດປະໂຫຍດສູງສຸດຕໍ່ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ.

ທ່ານ ປອ.ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະຮັບຜິດຊອບຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ໃຫ້ກຽດລັ່ນຄ້ອງ 9 ບາດ, ຊຶ່ງມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ ກ່າວເປີດງານຢ່າງເປັນທາງການທ່າມກາງບັນຍາກາດທີ່ມີແຂກພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນຢ່າງຫຼວງຫຼາຍເຂົ້າຮ່ວມ

 ຫຼັງຈາກນັ້ນກໍເລີ່ມຂະບວນການແຫ່ກ້ອນກໍາລັງຈາກພາກສ່ວນຕ່າງໆ ທີ່ໄດ້ນໍາເອົາວັດທະນະທໍາ,ສິລະປະ,ການນຸ່ງຖື,ຮູບຈໍາລອງເອກະລັກທີ່ໂດດເດັ່ນທາງດ້ານມໍລະດົກ,ທາງດ້ານການທ່ອງທ່ຽວ ແລະ ວິຖີໃນການດໍາລົງຊີວິດຂອງປະຊາຊົນທີ່ຢູ່ພາຍໃນເມືອງຕ່າງໆຂອງແຂວງ ສະຫວັນນະເຂດໃຫ້ບັນດາແຂກເຂົ້າຮ່ວມງານໄດ້ຊົມ

 

ເປັນຕົ້ນມີ: ຂະບວນເປົ່າແຄນ,ຂະບວນແຫ່ໜັງສືຜູກໃບລານ ,ແຫ່ຈໍາລອງໝາກໂມໃຫຍ່,ຈໍາລອງທາດໂຜ່ນ,ວັດຖຸບູຮານທີ່ຄົ້ນພົບ,ແຫ່ຈໍາລອງຄ້ອງພະເໜາະບູຮານ,ຈໍາລອງການຕໍ່າຫູກກີ່ແອວ,ປາຂະຫຍອງ,ຈໍາລອງໂອງ-ມັ່ງ,ຈໍາລອງແຫຼ່ງທ່ອງທ່ຽວທໍາມະຊາດພູໂຮງ,ຈໍາລອງແຫຼ່ງທ່ອງທ່ຽວແກ້ງຫລວງ-ຮອຍຕີນໄດໂນເສົາ,ຈໍາລອງທາດຍາຄູຂີ້ຫອມ,ຈໍາລອງທາດດອກແກ້ວແລະກະບອງໃຫຍ່,ຈໍາລອງເອກະລັກເມືອງ 4 ທິດແລະປີ້ໄກ່ເຊໄນ,ຈໍາລອງທາດນາງລາວ,ພຣະເຈົ້າອົງແສນ ບ້າງຮ່ອນຄໍາ ແລະຂະບວນແຫ່ນາງສັງຂານ ຊຶ່ງສ້າງຄວາມປະທັບໃຈ ຈາກແຂກພາຍໃນແລະຕ່າງປະເທດທີ່ໄດ້ເຂົ້າຮ່ວມງານ.

ຂອບໃຈຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments