News

ມອບຄອມພິວເຕີໃຫ້ສູນສະຖິຕິ 3 ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານເກັບກຳສະຖິຕິນັບແຕ່ຂັ້ນຮາກຖານ

ເພື່ອເປັນການປະກອບສ່ວນໃນການປັບປຸງ ແລະ ພັດທະນາວຽກງານສະຖິຕິ ໂດຍສະເພາະແມ່ນລະບົບສະຖິຕິແຫ່ງຊາດໃຫ້ມິຄວາມກ້າວໜ້າທັນສະໄໝ ໃນການນຳໃຊ້ເຄື່ອງຄອມພິວເຕີເຂົ້າ ໃນການຜະລິດຂໍ້ມູນສະຖິຕິທາງການ ໃຫ້ເປັນລະບົບນັບແຕ່ເມືອງຂຶ້ນມາ, ເພື່ອສາມາດສະໜອງຂໍ້ມູນສະຖິຕິທາງການ ໃຫ້ແກ່ການນໍາແຕ່ລະຂັ້ນ ແລະ ຜູ້ນໍາໃຊ້ທົ່ວໄປກ່ຽວກັບໝາກຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຮາກຖານ ແຕ່ລະຂັ້ນ. ສູນສະຖິຕິແຫ່ງຊາດ ຮ່ວມກັບ ອົງການສະຖິຕິເກົາຫຼີ 2017 -2020,  ໄດ້ນໍາເອົາເຄື່ອງຄອມພິວເຕີຕັ້ງໂຕະ, ຄອມພິວ “ເຕີໂນ໊ດບຸກ”, ເຄື່ອງພິມ ແລະ ເຄື່ອງອຸປະກອນຮັບໃຊ້ອີກຈຳນວນໜຶ່ງ, ລວມທັງໝົດ 32 ຊຸດ, ຄິດເປັນມູນຄ່າທັງໝົດ 508 ລ້ານກີບ ມອບໃຫ້ສູນສະຖິຕິຂອງ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ໂດຍມອບໃຫ້ເມືອງລະ 1 ຊຸດ. ພິທີມອບຄອມພິວເຕີໃຫ້ ແກ່ສູນສະຖິຕິຂອງ 3 ແຂວງ ໄດ້ຈັດຂຶ້ນທີ່ ສູນສະຖິຕິຂອງແຂວງ ສະຫວັນນະເຂດ ໃນວັນທີ 19 ທັນວາ 2018 ຜ່ານມາໃຫ້ກຽດເຂົ້າຮ່ວມໃນພິທີ ຄັ້ງນີ້ໂດຍມີທ່ານ ພູຂົງ ນາມມະຈັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ພ້ອມດ້ວຍຕາງໜ້າສູນສະຖິຕິ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າພະແນກແຜນການ ...

Read More »

ປະທານ ສນຊ ຕ້ອນຮັບຄະນະຜູ້ແທນສະມາຄົມ ພຸດທະສາສະໜາ ສປ ຈີນ

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ພຣະອາຈານໃຫຍ່ ອິນຊຸນ ຮອງປະທານສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ, ເຈົ້າອະທິການວັດ ຫົງຟ້າຊື ພ້ອມດ້ວຍຄະນະ, ໃນວັນທີ 24 ທັນວາ 2018 ທີ່ສູນກາງແນວລາວສ້າງຊາດ (ສນຊ). ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ພຣະອາຈານໃຫຍ່ ອິນຊຸນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນອົງການພຸດທະສາສະໜາສຳພັນລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີການຂະຫຍາຍຕົວຂຶ້ນເລື້ອຍໆ. ຂໍ້ມູນຈາກ:ຂປລ.

Read More »

ຂ່າວຄືບໜ້າ ໄຟໄໝ້ສາງເກັບເຄື່ອງເຂດບ້ານໜອງພະຍາ

ອີງຕາມຂໍ້ມູນຈາກເຟສບຸກຂອງສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ 1624 ໃຫ້ຮູ້ວ່າ: ວັນທີ 24/12/2018 ເວລາປະມານ13:55 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າ ມີເຫດໄຟໄໝ້ສາງເກັບເຄື່ອງຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີມງານຈຶ່ງອອກກວດສອບຮ່ວມກັບເຈົ້າໜ້າທີ່ຕຳຫຼວດດັບເພີງ ປັດຈຸບັນສາມາດຄວບຄຸມເພີງໄດ້ແລ້ວ. ສ່ວນລາຍລະອຽດສາເຫດເກີດຂຶ້ນຍ້ອນຫຍັງ ມູນຄ່າເສຍຫາຍຫຼາຍເທົ່າໃດ ຍັງບໍ່ທັນມີລາຍງານ.

Read More »

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດເຝິກອົບຮົມ

ໃນວັນທີ 21 ທັນວາ 2018 ຢູ່ ແຂວງຫຼວງພະບາງ ກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດເຝິກອົບຮົມໃນຫົວຂໍ້ “ການເຮັດການຄ້າຜ່ານທາງເອເລັກໂທຣນິກໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ”, ໂດຍການເປັນປະທານ ຂອງທ່ານ ໄຊສົມເພັດ ນໍຣະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ, ທ່ານ ນາງ ລັດທະນາ ດວງບຸຜາ ຮອງຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊສົມເພັດ ນໍຣະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ ກ່າວວ່າ: ປັດຈຸບັນ ເຕັກໂນໂລຊີ ເລີ່ມມີການຈະເລີນເຕີບໂຕແບບກ້າວກະໂດດ ແລະ ສາມາດອຳນວຍຄວາມສະດວກໃຫ້ຜູ້ປະກອບການ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຄ້າໄດ້ມີການພັດທະນາ ໄປສູ່ຍຸກການຄ້າທີ່ບໍ່ມີພົມແດນ. ເຮັດໃຫ້ໂລກໄດ້ມີການປ່ຽນແປງ ແລະ ມີການແຂ່ງຂັນກັນຫຼາຍຂຶ້ນ ໂດຍສະເພາະ ການເຮັດທຸລະກິດການຄ້າໃນຮູບແບບການຊື້ຂາຍສິນຄ້າ ແລະ ການບໍລິການຕ່າງໆ ຜ່ານສື່ອອນໄລ໌ (e-commerce), ...

Read More »

ຄະນະຜູ້ແທນ ສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018. ໃນວັນທີ 24 ທັນວາ 2018, ຄະນະຜູ້ແທນສັນຕິພາບສອງຝ່າຍ ໄດ້ພົບປະທີ່ນະຄອນຫຼວງວຽງຈັນ, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຮອງປະທານ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ. ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນ ...

Read More »

ໄຟໄໝ້ສາງເກັບເຄື່ອງເຂດບ້ານໜອງພະຍາ

ວັນທີ  24 ທັນວາ 2018 ເວລາປະມານ 14 ໂມງ 45 ນາທີ ໄດ້ຮັບລາຍງານຈາກທີມງານຂ່າວ TARGET ທີ່ລົງໄປເຮັດວຽກໃນເຂດນັ້ນວ່າ: ມີເຫດໄຟໄໝ້ສາງເກັບເຄື່ອງຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຂ່າວຄືບໜ້າຈະແຈ້ງໃຫ້ຊາບຕື່ມ.

Read More »

ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ຈະເລີ່ມຜະລິດໃນທ້າຍປີ 2019.

ທ່ານ ກິດພົດ ສະສົມຊັບ ຜູ້ຊ່ວຍຜູ້ຈັດການໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ ລາຍງານໃນໂອກາດທີ່ ຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຕົວແທນຈາກກອງເລຂາຄະນະກໍາມາການແມ່ນໍ້າຂອງສາກົນ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ໃນວັນທີ 23 ທັນວາ 2018 ຜ່ານມາວ່າ: ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ມີກໍາລັງຕິດຕັ້ງ 1.285 MW ສາມາດຜະລິດໄຟຟ້າໄດ້ປະມານ 7.370 ລ້ານ KWh/ປີ ປະກອບ ມີ 8 ຊຸດ ໃນນີ້ມີເຄື່ອງກໍາເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 500 ກິໂລໂວນ ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ເຄື່ອງກໍາເນີດໄຟຟ້າ 60 ເມກາວັດ ແລະ ຈໍານວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ. ໂຄງການນີ້ ແມ່ນໄດ້ມີການຈັດຕັ້ງປະຕິບັດຕາມຂະບວນການ ໃນລະບຽບວ່າດ້ວຍ ການແຈ້ງໃຫ້ກັນຊາບ ປືກສາຫາລືລ່ວງໜ້າ ແລະ ການຕົກລົງສະເພາະ ຕາມສັນຍາແມ່ນໍ້າຂອງ 1995 ...

Read More »

ສະຖານນີ ຖ່າຍທອດຕໍ່ລາຍການ ວິທະຍຸ ແລະ ໂທລະພາບ ເຂດພາກກາງ

ໃນວັນທີ 24 ທັນວາ 2018, ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ ສະຖານນີຖ່າຍທອດຕໍ່ລາຍການ ວິທະຍຸ ແລະ ໂທລະພາບ ເຂດພາກກາງ ຊຶ່ງຕັ້ງຢູ່ບ້ານ ໂພໄຊ ເມືອງພະລານໄຊ, ແຂວງສະຫວັນນະເຂດ ຢ່າງເປັນທາງການ, ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 3 ປີ. ເຂົ້າຮ່ວມພິທີດັ່ງກ່າວໂດຍ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫງວຽນ ວັນ ຈິ ຮອງຫົວໜ້າກົມແຜນການ-ການເງິນ, ສະຖານນີວິທະຍຸກະຈາຍສຽງຫວຽດນາມ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາການນໍາຈາກສູນກາງ, ທ້ອງຖິ່ນ, ສສ.ຫວຽດນາມ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຖານ​ນີແຫ່ງ​ນີ້ ຈະເຮັດໃຫ້ການແຜ່ກະຈາຍຄື້ນວິທະຍຸແຫ່ງຊາດ ສາມາດກວມເອົາທັງໝົດຂອງແຂວງສະຫວັນນະເຂດ ແລະ ສ່ວນໜຶ່ງຂອງແຂວງຄຳມ່ວນ ແລະ ແຂວງໃກ້ຄຽງ ແລະ ເມື່ອປະສານກັບວິທະຍຸເຂດທີ່ປາກຊ່ອງເຫັນວ່າ ວິທະຍຸແຫ່ງຊາດຄື້ນ 103,7 ເມກາເຮີດ ແມ່ນສາມາດກະຈາຍສັນຍານກວມໝົດພາກໃຕ້ ​ແລະ ສັນຍານໂທລະພາບ ...

Read More »

ທ່ານຮອງນາຍົກ ແນະນຳຫຼາຍບັນຫາກ່ຽວກັບການເກັບລາຍຮັບ ທີ່ແຂວງສະຫວັນນະເຂດ.

ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໃນວັນທີ 21 ທັນວາ 2018, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໃນໂອກາດທີ່ທ່ານລົງມາເຄື່ອນໄຫວໃນວຽກງານຊຸກຍູ້ການເກັບລາຍຮັບເຂົ້າງົບປະມານທີ່ແຂວງ ສະຫວັນນະເຂດ ໃນສົກປີ 2018-2019. ທ່ານເຈົ້າແຂວງ ສະຫວັນນະເຂດ ກໍໄດ້ລາຍງານ ສະພາບການພັດທະນາເສດ ຖະກິດ-ສັງຄົມໂດຍຫຍໍ້ໃຫ້ ທ່ານຮອງນາຍົກ ໄດ້ຮັບຊາບ, ໃນນີ້ບັນຫາຕົ້ນຕໍກໍແມ່ນຕົວເລກການເກັບລາຍຮັບໃນປີ 2018 ເຫັນໄດ້ວ່າ ໃນທົ່ວແຂວງ ສະຫວັນນະເຂດ ແມ່ນບໍ່ສາມາດເກັບລາຍຮັບເຂົ້າງົບປະມານຕາມ ຕົວເລກແຜນການທີ່ຂັ້ນເທິງໄດ້ວາງເປົ້າໝາຍໃຫ້ນັ້ນກໍຍ້ອນ ສາເຫດ ແລະ ເງື່ອນໄຂຕ່າງໆ ເຖິງແມ່ນວ່າບັນດາຂະແໜງການທີ່ ເປັນແຫຼ່ງລາຍຮັບຫຼັກໃນການສ້າງລາຍຮັບຈະພະຍາຍາມບືນຕົວສຸດຂີດແລ້ວກໍຕາມ. ທ່ານ ເຈົ້າແຂວງກ່າວວ່າ: ເຖິງຢ່າງ ໃດກໍດີ ທາງຄະນະນຳຂອງ ແຂວງຍັງເລັ່ງສ້າງໃຫ້ໂຄງປະກອບທາງດ້ານເສດຖະກິດຂອງ ແຂວງເຂັ້ມແຂງຂຶ້ນ ໂດຍເນັ້ນໜັກໃສ່ຂົງເຂດອຸດສາຫະກຳ, ກະສິກຳ ແລະ ການບໍລິການ, ນອກນັ້ນຍັງເລັ່ງໃສ່ຂະແໜງທ່ອງທ່ຽວ ໂດຍມີໂຄງການບູລະນະເຂດເມືອງເກົ່າເພື່ອດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສ່ວນດ້ານກະສິກຳ ກໍແມ່ນເນັ້ນໃສ່ການຜະລິດເຂົ້າ ແລະ ປູກພືດສຳຮອງແກ້ໄຂບັນ ຫາດ້ານຊົນລະປະທານ ແລະ ...

Read More »

ທ່ານຮອງນາຍົກ ລົງຕິດຕາມຢ້ຽມຢາມໂຄງການຟື້ນຟູ ຜູ້ປະສົບໄພນໍ້າຖ້ວມ.

ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ໄດ້ລົງເຄື່ອນໄຫວຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນທີ່ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ເປັນຕົ້ນກໍແມ່ນການຜະລິດເຂົ້ານາແຊງ. ໃນວັນທີ 19 ທັນວາ 2018, ໄດ້ລົງຕິດຕາມໂຄງການຟື້ນຟູລະບົບຄອງເໝືອງ ຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເຮັດໃຫ້ຄອງເໝືອງເສຍຫາຍເປັນບໍລິເວນກວ້າງ ເຊິ່ງໃນຂະນະນີ້, ອໍານາດການປົກຄອງ ຂັ້ນເມືອງ, ແຂວງ ພວມເລັ່ງສຸມ ໃສ່ໃນການຟື້ນຟູເພື່ອໃຫ້ສາມາດ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ. ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຮ່ວມຕິດຕາມນໍາ, ຈາກ ນັ້ນ ກໍມີການພົບປະໂອ້ລົມກັບ ບັນດາພໍ່ແມ່ປະຊາຊົນພາຍໃນ ບ້ານຕົ້ນແຫນ ແລະ ບ້ານໃກ້ຄຽງຂອງເມືອງໄຊບູລີ. ເມືອງໄຊບູລີ ເປັນເມືອງທີ່ອຸດົມ ສົມບູນໄປດ້ວຍພືດພັນທັນຍາຫານ ແລະ ໄດ້ຊື່ວ່າ: ເປັນອູ່ເຂົ້າ ອູ່ປາອີກແຫ່ງໜຶ່ງຂອງແຂວງ ສະຫວັນນະເຂດ ໃນທົ່ວເມືອງ ມີເນື້ອທີ່ນາທັງໝົດ 15.700 ເຮັກຕາ, ມີໂຄງການຈັກສູບນໍ້າ ເລາະຄຽມເຊບັ້ງໄຟ 29 ແຫ່ງ, ສະມັດຕະພາບການຜະລິດເຂົ້າ ໃນເຂດນີ້ສະເລ່ຍ 3,8 ໂຕນ/ ເຮັກ ຕາ, ໃນປີ ...

Read More »