ອະດີດປະທານປະເທດ ໃຫ້ທິດຊີ້ນຳການນຳນະຄອນຫຼວງ

ໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທ່ານ ຄຳ​ໄຕ ສີ​ພັນ​ດອນ ອະ­ດີດ​ປະ­ທານ​ພັກ ອະດີດປະ­ທານ​ປະ­ເທດ ​ແຫ່ງ ສປປ ລາວ ລົງ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ຕ້ອນ­ຮັບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

 

ການ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້ ທ່ານ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ພົ້ນ​ເດັ່ນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຍາດ​ມາ​ໄດ້ ພ້ອມ​ນັ້ນ ກໍໄດ້​ແນະ­ນຳ​ໃຫ້​ຍົກ​ສູງ​ຄວາມ​ສາ­ມາດ​ການ​ນຳ­ພາ​ຂອງ​ລັດ ໃນ​ການ​ນຳ­ພາ​ເປັນ​ເຈົ້າ​ການ​ກຳ­ນົດ​ແນວ­ທາງ​ນະ­ໂຍ­ບາຍ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ການ​ຕ່າງ­ປະ­ເທດ ຮັບ­ປະ­ກັນ​ຄວາມ​ສາ­ມັກ­ຄີ ແລະ ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ສົມ­ທົບ​ທຶນ­ຮອນ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຈາກ​ພາຍ​ນອກ ປະ­ກອບ­ສ່ວນ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ ປະ­ກອບ­ສ່ວນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຂາດ­ແຄນ​ຫຼ້າ­ຫຼັງ​.

 

 ພ້ອມ​ນັ້ນ ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ຂັ້ນ​ຕ່າງໆ ໂດຍ​ຜ່ານ​ແນວ​ໂຮມ​ບ້ານ ອົງ​ການ­ຈັດ­ຕັ້ງ​ຂັ້ນ​ຕ່າງໆ ປະ­ກອບ­ສ່ວນ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ແລະ ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. 

ທ່ານໄດ້ເນັ້ນຕື່ມວ່າ: ແຕ່​ກໍ​ຍັງ​ມີ​ຂໍ້­ຄົງ­ຄ້າງ​ຫຼາຍ​ຢ່າງ ທີ່​ການ​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຢ່າງ​ຈິງ​ຈັງ ພະ­ນັກ­ງານ​ຈຳ­ນວນ​ບໍ່​ໜ້ອຍ​ໄດ້​ສວຍ​ໃຊ້​ອຳ­ນາດ ໜ້າ­ທີ່ ຕຳ­ແໜ່ງ​ງານ ວາງ​ໂຕ​ເປັນ​ນາຍ​ໄປ​ທາງ​ໃດ​ມີ​ການ​ຕ້ອນ­ຮັບ​ໃຫຍ່​ໂຕ ເຫັນ​ວ່າ​ບໍ່​ເໝາະ​ສົມ,

ບັນ­ຫາ​ດ້ານ​ສັງ­ຄົມ​ຄວາມ​ແຕກ​ໂຕນ​ດ້ານ​ລາຍ​ຮັບ ແລະ ຄວາມ​ຮັ່ງ­ມີ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ ລະ­ຫວ່າງ​ຜູ້​ປະ­ກອບ​ການ​ໃນ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ ບໍ­ລິ­ການ​ກັບ​ຊາວ​ກະ­ສິ­ກອນ​ກໍ​ນັບ​ມື້​ນັບ​ຫ່າງ​ອອກ ທຸກ​ມື້​ ປະ­ຊາ­ຊົນ​ແບກ​ຫາບ​ພາ­ລະ​ຢ່າງ​ໜັກ­ໜ່ວງ

ຕົວ­ຢ່າງ ຈະ​ເອົາ​ລູກ​ເຂົ້າ​ໂຮງ­ຮຽນ​ກໍ​ຕ້ອງ​ເສຍ​ເງິນ ເຈັບ​ປ່ວຍ​ເຂົ້າ​ໂຮງ­ໝໍ​ກໍ​ເສຍ​ເງິນ ລູກ​ຫຼານ​ເຂົ້າ​ເປັນ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ​ກໍ​ເສຍ​ເງິນ ຟ້ອງ​ຮ້ອງ​ກັນ​ຢູ່​ສານ​ກໍ​ເສຍ​ເງິນ ມີ​ຄົນ​ລັກ​ເຄື່ອງ​ຈະ​ໄປ​ຫາ​ຕຳ­ຫຼວດ​ໄປ​ຈັບ​ຄົນ​ຂີ້­ລັກ​ກໍ​ຕ້ອງ​ໄດ້​ເສຍ​ເງິນ ແລະ ບັນ­ຫາ​ອື່ນໆ

ຖ້າ​ບໍ່​ແກ້​ໄຂ​ໄວ​ຈະ​ເຮັດ​ໃຫ້​ສັງ­ຄົມ​ລາວ ກາຍ­ເປັນ​ສັງ­ຄົມ​ຜູ້​ມີ​ເງິນ ​ເປັນ​ຄົນ​ມີ​ອຳ­ນາດ​ເຮັດ​ໄດ້​ທຸກ​ຢ່າງ ຄວາມ​ຍຸ­ຕິ​ທຳ ​ບໍ່​ສາ­ມາດ​ຮຽກ­ຮ້ອງ​ໄດ້.

ທ່ານ ຄຳ​ໄຕ ສີ​ພັນ​ດອນ ຍັງ​ໄດ້​ໃຫ້​ທິດ​ຊີ້​ນຳ​ຕື່ມ​ວ່າ: ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ມີ​ຫຼາຍ​ບັນ­ຫາ​ຕ້ອງ​ເອົາ­ໃຈ­ໃສ່​ແກ້​ໄຂ ເປັນ­ຕົ້ນ ຄວາມ​ບໍ່​ສະ­ຫງົບ​ໃນ​ເຂດ​ໃຈ­ກາງ​ກໍ​ຍັງ​ແກ່­ຍາວ ແລະ ແກ້​ໄຂ​ບໍ່​ທັນ​ໄດ້ ການ​ລັກ​ເລັກ​ຂະ­ໂມຍ​ນ້ອຍ​ມີ​ຢູ່​ທົ່ວ​ໄປ ແລະ ອຸ­ບັດ​ຕິ​ເຫດ​ຕາມ​ຖະ­ໜົນ​ເກີດ​ຂຶ້ນ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຫັນ​ວ່າ​ມີ​ຄົນ​ເຈັບ­ເປັນ ແລະ ຕາຍ​ເປັນ​ຈຳ­ນວນ​ຫຼາຍ ຕ້ອງ​ໄດ້​ຄົ້ນ­ຄວ້າ​ຄືນ ພ້ອມ​ກັນ​ຕີ​ລາ­ຄາ​ຢ່າງ​ເຂັ້ມ​ງວດ ແລະ ເອົາ­ໃຈ­ໃສ່​ແກ້​ໄຂ ສິ່ງ​ສຳ­ຄັນ​ແມ່ນ​ການ​ປັບ­ປຸງ​ກຳ­ລັງ ​ທັງ​ປະ­ລິ­ມານ ແລະ ຄຸ­ນະ­ພາບ

ສະ­ນັ້ນ ຢາກ​ໃຫ້​ຄະ­ນະ​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ຕ້ອງ​ຮີບ​ເລັ່ງ​ແກ້​ໄຂ ຖື​ເອົາ​ການ​ສ້າງ​ສັງ­ຄົມ​ຕ້ອງ​ເລີ່ມ​ຈາກ​ການ​ສ້າງ​ປະ­ຖົມ​ປັດ​ໄຈ​ສັງ­ຄົມ​ນິ­ຍົມ ​ແຕ່​ຮາກ​ຖານ ກ່ອນ​ອື່ນ​ຕ້ອງ​ກຳ­ນົດ​ໃນ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ພັກ ເພື່ອ​ເປັນ​ທິດ​ຊີ້​ນຳ​ໃຫ້​ແກ່​ຄະ­ນະ​ພັກ​ຂັ້ນ​ຕ່າງໆ ທັງ​ເປັນ​ທິດ​ຊີ້​ນຳ​ໃຫ້​ແກ່​ລັດ ຫັນ​ເປັນ​ນິ­ຕິ​ກຳ ລະ­ບອບ​ລະ­ບຽບ ແລະ ຍຸດ​ທະ​ສາດ​ການ​ພັດ­ທະ­ນາ ທັງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຄຸ້ມ​ຄອງ ແລະ ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ.

ຂໍ້ມູນຈາກເວບໄຊ໌: ວຽງຈັນໃໝ່

 

 

Comments