ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດເຝິກອົບຮົມ

ໃນວັນທີ 21 ທັນວາ 2018 ຢູ່ ແຂວງຫຼວງພະບາງ ກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດເຝິກອົບຮົມໃນຫົວຂໍ້ “ການເຮັດການຄ້າຜ່ານທາງເອເລັກໂທຣນິກໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ”, ໂດຍການເປັນປະທານ ຂອງທ່ານ ໄຊສົມເພັດ ນໍຣະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ, ທ່ານ ນາງ ລັດທະນາ ດວງບຸຜາ ຮອງຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍຣະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ ກ່າວວ່າ: ປັດຈຸບັນ ເຕັກໂນໂລຊີ ເລີ່ມມີການຈະເລີນເຕີບໂຕແບບກ້າວກະໂດດ ແລະ ສາມາດອຳນວຍຄວາມສະດວກໃຫ້ຜູ້ປະກອບການ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຄ້າໄດ້ມີການພັດທະນາ ໄປສູ່ຍຸກການຄ້າທີ່ບໍ່ມີພົມແດນ.

ເຮັດໃຫ້ໂລກໄດ້ມີການປ່ຽນແປງ ແລະ ມີການແຂ່ງຂັນກັນຫຼາຍຂຶ້ນ ໂດຍສະເພາະ ການເຮັດທຸລະກິດການຄ້າໃນຮູບແບບການຊື້ຂາຍສິນຄ້າ ແລະ ການບໍລິການຕ່າງໆ ຜ່ານສື່ອອນໄລ໌ (e-commerce), ດ້ວຍເຫດຜົນເຫຼົ່ານີ້, ຜູ້ປະກອບການຈຶ່ງຕ້ອງມີການພັດທະນາຕົນເອງໃຫ້ມີການປັບປຸງ ແລະ ພັດທະນາ ທາງດ້ານທຸລະກິດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອສາມາດແຂ່ງຂັນ ແລະ ສົ່ງອອກໄປຕ່າງປະເທດໄດ້ໃນອະນາຄົດໃຫ້ຫຼາຍຂຶ້ນ ສາມາດແຂ່ງຂັນກັບສາກົນ ແລະ ພາກພື້ນ.

ຂໍ້ມູນຈາກ: ຂປລ.

Comments