ຂ່າວຄືບໜ້າ ໄຟໄໝ້ສາງເກັບເຄື່ອງເຂດບ້ານໜອງພະຍາ

ອີງຕາມຂໍ້ມູນຈາກເຟສບຸກຂອງສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ 1624 ໃຫ້ຮູ້ວ່າ: ວັນທີ 24/12/2018 ເວລາປະມານ13:55 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າ ມີເຫດໄຟໄໝ້ສາງເກັບເຄື່ອງຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີມງານຈຶ່ງອອກກວດສອບຮ່ວມກັບເຈົ້າໜ້າທີ່ຕຳຫຼວດດັບເພີງ ປັດຈຸບັນສາມາດຄວບຄຸມເພີງໄດ້ແລ້ວ.

ສ່ວນລາຍລະອຽດສາເຫດເກີດຂຶ້ນຍ້ອນຫຍັງ ມູນຄ່າເສຍຫາຍຫຼາຍເທົ່າໃດ ຍັງບໍ່ທັນມີລາຍງານ.

Comments