ມອບຄອມພິວເຕີໃຫ້ສູນສະຖິຕິ 3 ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານເກັບກຳສະຖິຕິນັບແຕ່ຂັ້ນຮາກຖານ

ເພື່ອເປັນການປະກອບສ່ວນໃນການປັບປຸງ ແລະ ພັດທະນາວຽກງານສະຖິຕິ ໂດຍສະເພາະແມ່ນລະບົບສະຖິຕິແຫ່ງຊາດໃຫ້ມິຄວາມກ້າວໜ້າທັນສະໄໝ ໃນການນຳໃຊ້ເຄື່ອງຄອມພິວເຕີເຂົ້າ ໃນການຜະລິດຂໍ້ມູນສະຖິຕິທາງການ ໃຫ້ເປັນລະບົບນັບແຕ່ເມືອງຂຶ້ນມາ,

ເພື່ອສາມາດສະໜອງຂໍ້ມູນສະຖິຕິທາງການ ໃຫ້ແກ່ການນໍາແຕ່ລະຂັ້ນ ແລະ ຜູ້ນໍາໃຊ້ທົ່ວໄປກ່ຽວກັບໝາກຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຮາກຖານ ແຕ່ລະຂັ້ນ.

ສູນສະຖິຕິແຫ່ງຊາດ ຮ່ວມກັບ ອົງການສະຖິຕິເກົາຫຼີ 2017 -2020,  ໄດ້ນໍາເອົາເຄື່ອງຄອມພິວເຕີຕັ້ງໂຕະ, ຄອມພິວ “ເຕີໂນ໊ດບຸກ”, ເຄື່ອງພິມ ແລະ ເຄື່ອງອຸປະກອນຮັບໃຊ້ອີກຈຳນວນໜຶ່ງ, ລວມທັງໝົດ 32 ຊຸດ, ຄິດເປັນມູນຄ່າທັງໝົດ 508 ລ້ານກີບ ມອບໃຫ້ສູນສະຖິຕິຂອງ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ໂດຍມອບໃຫ້ເມືອງລະ 1 ຊຸດ.

ພິທີມອບຄອມພິວເຕີໃຫ້ ແກ່ສູນສະຖິຕິຂອງ 3 ແຂວງ ໄດ້ຈັດຂຶ້ນທີ່ ສູນສະຖິຕິຂອງແຂວງ ສະຫວັນນະເຂດ ໃນວັນທີ 19 ທັນວາ 2018 ຜ່ານມາໃຫ້ກຽດເຂົ້າຮ່ວມໃນພິທີ ຄັ້ງນີ້ໂດຍມີທ່ານ ພູຂົງ ນາມມະຈັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ພ້ອມດ້ວຍຕາງໜ້າສູນສະຖິຕິ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ຂອງທັງສາມ ແຂວງ ເຂົ້າຮ່ວມ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Comments