ປະທານ ສນຊ ຕ້ອນຮັບຄະນະຜູ້ແທນສະມາຄົມ ພຸດທະສາສະໜາ ສປ ຈີນ

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ພຣະອາຈານໃຫຍ່ ອິນຊຸນ ຮອງປະທານສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ, ເຈົ້າອະທິການວັດ ຫົງຟ້າຊື ພ້ອມດ້ວຍຄະນະ, ໃນວັນທີ 24 ທັນວາ 2018 ທີ່ສູນກາງແນວລາວສ້າງຊາດ (ສນຊ).

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ພຣະອາຈານໃຫຍ່ ອິນຊຸນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນອົງການພຸດທະສາສະໜາສຳພັນລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີການຂະຫຍາຍຕົວຂຶ້ນເລື້ອຍໆ.

ຂໍ້ມູນຈາກ:ຂປລ.

Comments