ຄະນະຜູ້ແທນ ສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.

ໃນວັນທີ 24 ທັນວາ 2018, ຄະນະຜູ້ແທນສັນຕິພາບສອງຝ່າຍ ໄດ້ພົບປະທີ່ນະຄອນຫຼວງວຽງຈັນ, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຮອງປະທານ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ.

ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ປຶກສາຫາລື, ແລກ ປ່ຽນປະສົບການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນທັດສະນະ ແລະ ຂໍ້ມູນຂ່າວສານ ກ່ຽວກັບສະພາບການພົ້ນເດັ່ນ  ຂອງພາກພື້ນ ແລະ ໃນໂລກ.

ຂໍ້ມູນຈາກ: ຂປລ.

ຂອບໃຈພາບຈາກເຟສບຸກ: ທ່ານສົມສະໜຸກ ມີໄຊ.

Comments