ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ຈະເລີ່ມຜະລິດໃນທ້າຍປີ 2019.

ທ່ານ ກິດພົດ ສະສົມຊັບ ຜູ້ຊ່ວຍຜູ້ຈັດການໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ ລາຍງານໃນໂອກາດທີ່ ຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຕົວແທນຈາກກອງເລຂາຄະນະກໍາມາການແມ່ນໍ້າຂອງສາກົນ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ໃນວັນທີ 23 ທັນວາ 2018 ຜ່ານມາວ່າ:

ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ມີກໍາລັງຕິດຕັ້ງ 1.285 MW ສາມາດຜະລິດໄຟຟ້າໄດ້ປະມານ 7.370 ລ້ານ KWh/ປີ ປະກອບ ມີ 8 ຊຸດ ໃນນີ້ມີເຄື່ອງກໍາເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 500 ກິໂລໂວນ ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ເຄື່ອງກໍາເນີດໄຟຟ້າ 60 ເມກາວັດ ແລະ ຈໍານວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ.

ໂຄງການນີ້ ແມ່ນໄດ້ມີການຈັດຕັ້ງປະຕິບັດຕາມຂະບວນການ ໃນລະບຽບວ່າດ້ວຍ ການແຈ້ງໃຫ້ກັນຊາບ ປືກສາຫາລືລ່ວງໜ້າ ແລະ ການຕົກລົງສະເພາະ ຕາມສັນຍາແມ່ນໍ້າຂອງ 1995 ໄດ້ສໍາເລັດຂະບວນການ PNPCA ໃນປີ 2011 ແລະ ເລີ່ມດໍາເນີນການກໍ່ສ້າງແຕ່ປີ 2012 ເປັນຕົ້ນມາ

ໃນນີ້ ການປະຕິບັດ ຕາມຂະບວນການຂອງ PNPCA ແມ່ນຜູ້ພັດທະນາໂຄງການໄດ້ເອົາ ໃຈໃສ່ ປະຕິບັດບົດແນະນໍາ ການອອກແບບເບື້ອງຕົ້ນ (PDG 2009) ແລະ ຜົນການ ທົບທວນຂອງຊ່ຽວຊານຈາກ ກອງເລຂາ ຄະນະກໍາມະການແມ່ນໍ້າຂອງສາກົນ (MRCs)ໂດຍການວ່າຈ້າງບໍລິສັດທີ່ປືກສາ Poyry ຈາກປະເທດສະວິດ ແລະ ບໍລິສັດ CNR ຈາກປະເທດຝຣັ່ງ ໃນການອອກແບບ ແລະ ປັບປຸງແບບຂອງ ໂຄງການ.

ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ປັດຈຸບັນ ການດໍາເນີນການກໍ່ສ້າງ ແມ່ນສໍາເລັດ 97,7% ໂດຍອີງຕາມແຜນພັດທະນາໂຄງການແມ່ນຈະເລີ່ມ ດໍາເນີນການຜະລິດຢ່າງເປັນທາງການໃນເດືອນຕຸລາ 2019.

ຂໍ້ມູນຈາກ:ເຟສບຸກວຽງຈັນໃໝ່

Comments