ທ່ານຮອງນາຍົກ ແນະນຳຫຼາຍບັນຫາກ່ຽວກັບການເກັບລາຍຮັບ ທີ່ແຂວງສະຫວັນນະເຂດ.

ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໃນວັນທີ 21 ທັນວາ 2018, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໃນໂອກາດທີ່ທ່ານລົງມາເຄື່ອນໄຫວໃນວຽກງານຊຸກຍູ້ການເກັບລາຍຮັບເຂົ້າງົບປະມານທີ່ແຂວງ ສະຫວັນນະເຂດ ໃນສົກປີ 2018-2019.

ທ່ານເຈົ້າແຂວງ ສະຫວັນນະເຂດ ກໍໄດ້ລາຍງານ ສະພາບການພັດທະນາເສດ ຖະກິດ-ສັງຄົມໂດຍຫຍໍ້ໃຫ້ ທ່ານຮອງນາຍົກ ໄດ້ຮັບຊາບ, ໃນນີ້ບັນຫາຕົ້ນຕໍກໍແມ່ນຕົວເລກການເກັບລາຍຮັບໃນປີ 2018 ເຫັນໄດ້ວ່າ ໃນທົ່ວແຂວງ ສະຫວັນນະເຂດ ແມ່ນບໍ່ສາມາດເກັບລາຍຮັບເຂົ້າງົບປະມານຕາມ ຕົວເລກແຜນການທີ່ຂັ້ນເທິງໄດ້ວາງເປົ້າໝາຍໃຫ້ນັ້ນກໍຍ້ອນ ສາເຫດ ແລະ ເງື່ອນໄຂຕ່າງໆ ເຖິງແມ່ນວ່າບັນດາຂະແໜງການທີ່ ເປັນແຫຼ່ງລາຍຮັບຫຼັກໃນການສ້າງລາຍຮັບຈະພະຍາຍາມບືນຕົວສຸດຂີດແລ້ວກໍຕາມ.

ທ່ານ ເຈົ້າແຂວງກ່າວວ່າ: ເຖິງຢ່າງ ໃດກໍດີ ທາງຄະນະນຳຂອງ ແຂວງຍັງເລັ່ງສ້າງໃຫ້ໂຄງປະກອບທາງດ້ານເສດຖະກິດຂອງ ແຂວງເຂັ້ມແຂງຂຶ້ນ ໂດຍເນັ້ນໜັກໃສ່ຂົງເຂດອຸດສາຫະກຳ, ກະສິກຳ ແລະ ການບໍລິການ, ນອກນັ້ນຍັງເລັ່ງໃສ່ຂະແໜງທ່ອງທ່ຽວ ໂດຍມີໂຄງການບູລະນະເຂດເມືອງເກົ່າເພື່ອດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ,

ສ່ວນດ້ານກະສິກຳ ກໍແມ່ນເນັ້ນໃສ່ການຜະລິດເຂົ້າ ແລະ ປູກພືດສຳຮອງແກ້ໄຂບັນ ຫາດ້ານຊົນລະປະທານ ແລະ ສົ່ງເສີມການປູກເຂົ້ານາແຊງໃຫ້ຫຼາຍຂຶ້ນ, ພ້ອມນັ້ນຍັງມີບັນຫາເລື່ອງການຂາດດຸນ ແລະ ໄດ້ດຸນການຄ້າຕື່ມອີກເຊິ່ງແຂວງ ສະຫວັນນະເຂດ ໃນໄລຍະຜ່ານມາກໍເຫັນວ່າລະດັບການຂາດດຸນການຂາດແມ່ນບໍ່ມີຫຼາຍປານໃດ.

ທ່ານ ຮອງນາຍົກ ລັດຖະມົນຕີ ສົມດີ ດວງດີ ກໍໄດ້ ໃຫ້ຄຳແນະນຳຫຼາຍບັນຫາ, ໃນນີ້ຕົ້ນຕໍກໍແມ່ນໃຫ້ເລັ່ງໃສ່ທ່າແຮງດ້ານກະສິກຳ ແລະ ອຸດສາຫະກຳເປັນຫຼັກ ໃນການເກັບລາຍຮັບງົບປະມານ, ເບິ່ງ ຄືນລາຍຮັບດ້ານການທ່ອງທ່ຽວ, ການບໍລິການ,ຊຸກຍູ້ປະຊາຊົນໃຫ້ຜະລິດສິນຄ້າກະສິກໍາທີ່ຂາຍໄດ້ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນ ອ້ອຍ ແລະ ມັນຕົ້ນ ເຊິ່ງເປັນສິນຄ້າກະສິກຳທີ່ສາມາດສົ່ງອອກ ໄດ້ ແຕ່ວ່າເພື່ອໃຫ້ອຸດສາຫະກຳເພີ່ມຂຶ້ນກໍຕ້ອງໃຫ້ຄຳນຶງເຖິງ ຜົນກະທົບຕໍ່ສິ່ງແວດລ້ອມນຳພ້ອມ, ໃຫ້ສຶກສາດ້ານການໃຊ້ພະລັງງານໄຟຟ້າຈາກແສງຕາເວັນ ເພື່ອຫຼຸດຜ່ອນຄ່າໄຟຟ້າສຳ ລັບການປູກເຂົ້ານາແຊງຂອງ ປະຊາຊົນ.

ເວລາຕໍ່ມາ, ທ່ານ ຮອງນາຍົກ ກໍໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ການຈັດເກັບລາຍຮັບງົບປະມານຂອງແຂວງ ສະຫວັນນະເຂດ ປະຈຳປີ 2019 ໂດຍມີພະນັກງານຫຼັກແຫຼ່ງຂອງ ພະແນກການເງິນແຂວງ, ສ່ວຍສາອາກອນແຂວງ ແລະ ຄະນະພາສີຂອງແຂວງເຂົ້າຮ່ວມ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ

Comments