ສະຖານນີ ຖ່າຍທອດຕໍ່ລາຍການ ວິທະຍຸ ແລະ ໂທລະພາບ ເຂດພາກກາງ

ໃນວັນທີ 24 ທັນວາ 2018, ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ ສະຖານນີຖ່າຍທອດຕໍ່ລາຍການ ວິທະຍຸ ແລະ ໂທລະພາບ ເຂດພາກກາງ ຊຶ່ງຕັ້ງຢູ່ບ້ານ ໂພໄຊ ເມືອງພະລານໄຊ, ແຂວງສະຫວັນນະເຂດ ຢ່າງເປັນທາງການ, ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 3 ປີ.

ເຂົ້າຮ່ວມພິທີດັ່ງກ່າວໂດຍ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫງວຽນ ວັນ ຈິ ຮອງຫົວໜ້າກົມແຜນການ-ການເງິນ, ສະຖານນີວິທະຍຸກະຈາຍສຽງຫວຽດນາມ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາການນໍາຈາກສູນກາງ, ທ້ອງຖິ່ນ, ສສ.ຫວຽດນາມ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຖານ​ນີແຫ່ງ​ນີ້ ຈະເຮັດໃຫ້ການແຜ່ກະຈາຍຄື້ນວິທະຍຸແຫ່ງຊາດ ສາມາດກວມເອົາທັງໝົດຂອງແຂວງສະຫວັນນະເຂດ ແລະ ສ່ວນໜຶ່ງຂອງແຂວງຄຳມ່ວນ ແລະ ແຂວງໃກ້ຄຽງ ແລະ ເມື່ອປະສານກັບວິທະຍຸເຂດທີ່ປາກຊ່ອງເຫັນວ່າ ວິທະຍຸແຫ່ງຊາດຄື້ນ 103,7 ເມກາເຮີດ ແມ່ນສາມາດກະຈາຍສັນຍານກວມໝົດພາກໃຕ້ ​ແລະ ສັນຍານໂທລະພາບ ກວມປະມານ 85% ຂອງແຂວງສະຫວັນນະເຂດ.

​ໃນ​ຂະນະ​ດຽວ​ກັນ ກໍຈະເປັນພາຫະນະສື່ມວນຊົນ ເອເລັກໂຕຣນິກທີ່ສຳຄັນ ແລະ ທັນສະໄໝ ແລະ ຈະນຳເອົາຂໍ້ມູນຂ່າວສານຜ່ານທາງສະຖານນີວິທະຍຸ ​ແລະ ໂທລະພາບ ລົງສູ່ພື້ນຖານປະຊາຊົນລາວບັນດາເຜົ່າພາຍໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃກ້ຄຽງ ໄດ້ຮັບຮູ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ມູນຂ່າວສານສາລະໜ້າຮູ້ຕ່າງໆໄດ້ວ່ອງໄວ ແລະ ຊັດເຈນຂຶ້ນ, ທັງເປັນເວທີສົ່ງເສີມຊຸກຍູ້ສາຍພົວພັນແບບພິເສດຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອັນເປັນມູນເຊື້ອໃຫ້ນັບມື້ນັບແຕກດອກອອກຜົນຂຶ້ນໄປເລື້ອຍໆ.

ຂໍ້ມູນຈາກ: ຂປລ.

 

Comments