ອັດຕະປື ຈັດງານປີທ່ອງທ່ຽວ ຕິດພັນງານນະມັດສະການເຈົ້າໄຊເສດຖາ

ໃນຕອນແລງ ຂອງວັນທີ 24 ທັນວາ 2018 ແຂວງອັດຕະປື ໄດ້ຈັດງານປີທ່ອງທ່ຽວລາວ 2018 ໃນບຸນນະມັດສະການພະເຈົ້າໄຊຍະເສດຖາທິຣາດ ຂຶ້ນທີ່ວັດທ່າພະໄຊ, ເມືອງໄຊເສດຖາ; ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ຈັດງານປີທ່ອງທ່ຽວລາວ; ມີທ່ານ ຈູມມາລີ ໄຊຍະສອນ, ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາແຂວງຈຳປາສັກ, ກົງສູນໃຫຍ່ ແຫ່ງ ລາຊະອານາຈັກໄທ ປະຈຳສະຫວັນນະເຂດ ຕະຫຼອດຮອດ ສື່ມວນຊົນ ແລະ ປະຊາຊົນຊາວແຂວງອັດຕະປື ເຂົ້າຮ່ວມຢ່າງຫຼວງຫຼາຍ.

ກ່ອນເລີ່ມພິທີຢ່າງເປັນທາງການ,ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທຳ, ຮີດຄອງປະເພນີ, ວິຖີດໍາລົງລົງຊີວິດ, ຄວາມສາມັກຄີຮັກແພງ, ຄວາມອຸດົມຮັ່ງມີ ແລະ ອື່ນໆ ຂອງປະຊາຊົນບັນດາເຜົ່າ ແລະ ທ້ອງຖິ່ນແຂວງອັດຕະປື.

ຫຼັງຈາກນັ້ນ, ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື, ປະທານຈັດງານປີທ່ອງທ່ຽວລາວ 2018 ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ ກ່ຽວກັບຜົນສຳເລັດ ແລະ ການກະກຽມຄວາມພ້ອມ ໃນການຈັດງານຄັ້ງນີ້ວ່າ: ນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ, ການນຳຂອງແຂວງ ໄດ້ນຳພາ ຈັດຕັ້ງປະຕິບັດບັນດາກິດຈະກຳ ເພື່ອຊຸກຍູ້ວຽກງານທ່ອງທ່ຽວ ເປັນຕົ້ນ: ບຸນປະເພນີ ໄຂປະຕູເລົ້າ ຕິດພັນກັບເທສະການປາຫຼຸມ ຂອງເຜົ່າອິນທີ ເມືອງສະໜາມໄຊ; ງານບຸນເຂົ້າບ້ານ ທີ່ບ້ານວັງຍາງ, ເມືອງພູວົງ; ເທດສະການປີໃໝ່ລາວ ປ່ຽນຜ້າບ່ຽງຢະອົງແສນ ທີ່ວັດສະແຄະ; ງານບຸນບັ້ງໄຟ ທີ່ບ້ານວັດຫຼວງ, ເມືອງໄຊເສດຖາ; ບຸນກິນເຂົ້າໃໝ່ ຂອງເຜົ່າຕະຫຼຽງ, ເມືອງຊານໄຊ; ເທດສະການອອກພັນສາ, ເມືອງສາມັກຄີໄຊ. ນອກຈາກນັ້ນ, ຍັງມີງານປະກວດນາງສາວອັດຕະປື ປະຈຳປີ, ງານປະກວດເຂົ້າປຸ້ນ, ເຂົ້າເຕົ້າເອກະລັກ, ງານປະກວດພາຂວັນ, ງານສະແດງສິນລະປະວັດທະນະທຳບັນດາເຜົ່າ, ງານເທດສະການອາຫານທ້ອງຖິ່ນ, ງານຕະຫຼາດນັດ ແລະ ອື່ນໆ.

ການຈັດບັນດາກິດຈະກຳເຫຼົ່ານັ້ນ, ກໍເພື່ອຊຸກຍູ້ສົ່ງເສີມ ມູນເຊື້ອວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ແຂວງອັດຕະປື ໃຫ້ນັບມື້ກວ້າງຂວາງ ແລະ ຍືນຍົງ; ເພື່ອສົ່ງເສີມ ການຜະລິດສິນຄ້າພາຍໃນ ກໍຄື ປະຊາຊົນທ້ອງຖິ່ນ ໃຫ້ມີຄວາມຫຼາກຫຼາຍ, ມີມູນຄ່າເພີ່ມ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ, ທັງເປັນການສ້າງເງື່ອນໄຂໃຫ້ປະຊາຊົນ, ຜູ້ປະກອບການ ໄດ້ມີການແລກປ່ຽນສິນຄ້າ, ແລກປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນ ຫຼາຍກວ່າເກົ່າ;

ພ້ອມດຽວກັນນັ້ນ, ກໍຍັງເປັນການຍົກລະດັບຄວາມສາມາດ ໃນວຽກງານການບໍລິການ; ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ເວົ້າລວມ, ເວົ້າສະເພາະ ກໍເພື່ອສ້າງກິດຈະກຳ ແລະ ເງື່ອນໄຂ ເພື່ອດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງລາຍຮັບໃຫ້ແຂວງ ກໍຄື ປະຊາຊົນ ເພື່ອປະກອບສ່ວນຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ.

ນອກຈາກນັ້ນ, ກໍຍັງເຮັດໃຫ້ຜູ້ຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ ຄວາມອຸດົມສົມບູນ ແລະ ຮັ່ງມີ ຂອງແຂວງອັດຕະປືຫຼາຍຂຶ້ນ, ສາມາດນຳເອົາຊື່ສຽງ ສູ່ພາກພື້ນ ແລະ ສາກົນ ເປັນກ້າວໆ.

ໃນໂອກາດດຽວກັນ, ທ່ານເຈົ້າແຂວງໆອັດຕະປື ກໍໄດ້ຕາງໜ້າໃຫ້ ການນຳແຂວງ ແລະ ປະຊາຊົນບັນດາເຜົ່າ ຊາວແຂງອັດຕະປື ຂຶ້ນກ່າວສະແດງຄວາມຂອບໃຈ ຕໍ່ບັນດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້. ພ້ອມທັງ ເຊີນຊວນ ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມດິນແດນອັດຕະປື ຜືນແຜ່ນດິນຄຳ ຕຳນານພະເຈົ້າໄຊຍະເສດຖາ ຊົມໜອງຟ້າເທິງພູ ບູຊາຍະອົງແສນ ດິນແດນປ່າໄມ້ຂຽວ ມາທ່ຽວເມືອງອົງການເດິຢະເອີຍ ພ້ອມທັງ ສຳຜັດກັບວັດທະນະທຳ ທີ່ເປັນເອກະລັກ, ທຳມະຊາດທີ່ຊົງຄຸນຄ່າ ແລະ ສວຍສົດງົດງາມ, ປະຫວັດສາດ ທີ່ໜ້າຄົ້ນຫາ, ປະຊາທັງປວງ ຍິນດີຕ້ອນຮັບ ຢ່າງສຸດໃຈ.

(ຂອບໃຈພາບປະກອບຈາກເຟສບຸກ.)

ການເປີດພິທີຢ່າງເປັນທາງການ, ແມ່ນໄດ້ຮັບກຽດລັ່ນຄ້ອງເກົ້າບາດ ຈາກທ່ານ ສອນໄຊ ສີພັນດອນ ແລະ ຕັດແຖບຜ້າ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າ ຢູ່ພາຍໃນງານຕື່ມອີກ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ສນຍ

 

Comments