ສ້າງແບຣນແນວໃດໃຫ້ເປັນທີ່ຮູ້ຈັກ ຫຼືໂດ່ງດັງ ໂດຍບໍ່ຕ້ອງຈ້າງຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບ! ທ່ານສາມາດລົງມືເຮັດເອງໄດ້… ປະຢັດງົບໄປໃນຕົວ.

7 ວິທີຕ້ອງຮູ້! ບໍ່ມີເງິນກໍສ້າງແບຣນໃຫ້ໂດ່ງດັງໄດ້

ຫຼາຍໆຄົນອາດຈະຄິດວ່າ ແບຣນ ຈະດີ ຫຼືຈະໂດ່ງດັງໄດ້ຕ້ອງອາໄສຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບເທົ່ານັ້ນ ແຕ່ໃນຄວາມເປັນຈິິງແລ້ວມັນບໍ່ແມ່ນສະເໝີໄປ ເພາະການລົງມືເຮັດເອງ ເຖິງຈະມີງົບໜ້ອຍ ຫຼືບໍ່ມີເລີຍກໍສາມາດສ້າງແບຣນໃຫ້ເຕີບໃຫຍ່ໄດ້ ເຊິ່ງຕ້ອງເຮັດແນວໃດແດ່ນັ້ນ ລອງມາເບິ່ງ 7 ເຄັດລັບດັ່ງຕໍ່ໄປນີ້:

  1. ກໍານົດນິຍາມຂອງແບຣນ

ສິ່ງທໍາອິດທີ່ຕ້ອງເຮັດຄື ການກໍານົດນິຍາມໃຫ້ກັບແບຣນ ໂດຍເບິ່ງຈາກວ່າ ທຸລະກິດທີ່ນໍາສະເໜີນັ້ນຄືຫຍັງ? ລູກຄ້າເປົ້າໝາຍຄືໃຜ? ແລະຈະໃຊ້ Solutions ຫຍັງເຂົ້າໄປອັດຊ່ອງວ່າງໃນຕະຫຼາດ ເພື່ອສ້າງຄວາມແຕກຕ່າງ? ຄໍາຖາມເຫຼົ່ານີ້ລ້ວນຕ້ອງການຄໍາຕອບ ເພື່ອຄວາມຊັດເຈນສໍາລັບເປັນທິດທາງໃນການດໍາເນີນວຽກຂອງທຸລະກິດ.

  1. ທຸກ Platform ຕ້ອງສະທ້ອນເຖິງແບຣນ

ພະລັງຂອງແບຣນຢູ່ທີ່ການສ້າງປະສົບການດ້ານການເບິ່ງເຫັນທີ່ດີສໍາລັບລູກຄ້າ ອາດຈະເປັນແງ່ຂອງການໃຊ້ໂລໂກ້ ທີ່ເຖິງຈະລຽບງ່າຍແຕ່ແຝງໄປດ້ວຍພະລັງ ຫຼືຈະເປັນເວັບໄຊ້ກໍ່ຕ້ອງມີຄວາມຊອດຄ່ອງ ແລະສະທ້ອນໃຫ້ເຫັນເຖິງ Style ແລະວິໄສທັດຂອງແບຣນ ລວມເຖິງ Platform ທີ່ໃຊ້ຕ່່າງໆທີ່ຕ້ອງໃຫ້ຄວາມຮູ້ສຶກໄປໃນທາງດຽວກັນ ບໍ່ວ່າຈະເປັນ Social Media ການຂາຍສິນຄ້າ, ການສື່ສານ ເຊິ່ງເມື່ອລູກຄ້າເຫັນແລ້ວຕ້ອງສາມາດນຶກເຖິງຄວາມເປັນແບຣນໄດ້.

  1. ເຮັດການຕະຫຼາດຜ່ານ Social

ທຸກມື້ນີ້ສິ່ງທີ່ບໍ່ຄວນເບິ່ງຂ້າມຄື ການໃຊ້ Social ເປັນເຄື່ອງມືໃນການເຮັດການຕະຫຼາດ ເຊິ່ງປຽບດັ່ງສຽງຂອງແບຣນທີ່ສົ່ງໄປເຖິງລູກຄ້າທັງເກົ່າ ແລະໃໝ່ ລວມໄປເຖິງບັນດາພະນັກງານ ດັ່ງນັ້ນ ຄວນໃຊ້ພາສາງ່າຍໆເພື່ອໃຫ້ລູກຄ້າສາມາດເຂົ້າໃຈໃນສິ່ງທີ່ຕ້ອງການຈະສື່ໃຫ້ໄດ້ຫຼາຍທີ່ສຸດ ຫຼືຈະລອງເຮັດການຕະຫຼາດຜ່ານ VDO ແລະ SEO ເພື່ອເປັນເຄື່ອງມືໃນການເຂົ້າເຖິງກຸ່ມເປົ້າໝາຍໃນວົງກວ້າງ ເພາະການສົນທະນາເທິງ Social ນັ້ນ ບໍ່ພຽງແຕ່ຈະເຮັດໃຫ້ລູກຄ້າຮູ້ສຶກໃກ້ຊິດກັບແບຣນຫຼາຍຂຶ້ນ ແຕ່ຍັງເຮັດໃຫ້ແບຣນເຂົ້າໃຈພຶດຕິກໍາຂອງລູກຄ້າເລິກຂື້ນໄດ້ອີກດ້ວຍ.

  1. ເນັ້ນຕະຫຼາດສະເພາະ ຫຼື Niche Marketing

ແທນທີ່ຈະເຮັດ Pro duck ແບບຫວ່ານແຫເພື່ອໃຫ້ໃຜກໍໄດ້ມາເປັນລູກຄ້າ ຜູ້ປະກອບການຄວນຕັ້ງເປົ້າໄປທີ່ການເຈາະຕະຫຼາດທີ່ມີຄວາມສະເພາະ ທີ່ສໍາຄັນຢ່າລືມທໍາຄວາມເຂົ້າໃຈໃນຕະຫຼາດ ແລະກຸ່ມລູກຄ້າທີ່ເປັນເປົ້າໝາຍ ເພື່ອໃຫ້ໄດ້ Idea ທີ່ຊັດເຈນວ່າທາງແບຣນຈະໃຫ້ Solutions ຫຍັງກັບຜູ້ບໍລິໂພກ ແລະຈະນໍາສະເໜີສິ່ງທີ່ແປກໃໝ່ໃຫ້ກັບຕະຫຼາດໄດ້ແນວໃດ?

  1. ສ້າງຄວາມໜ້າຈົດຈໍາ

ການເຮັດໃຫ້ແບຣນເປັນທີ່ໜ້າຈົດຈໍາ ໝາຍເຖິງ ການສ້າງ Story ຫຼືບາງຢ່າງເພື່ອໃຫ້ລູກຄ້າຈົດຈໍາແບຣນໄດ້ນັ້ນເອງ ບໍ່ວ່າຈະເປັນການສ້າງຄາມປະທັບໃຈໃນການໃຫ້ບໍໍລິການ ແລະຄວາມຊ່ວນເຫຼືອໃຫ້ກັບລູກຄ້າເວລາມີບັນຫາ ຫຼືການເປັນຕົວຢ່າງທີ່ດີໃນການເປັນອົງກອນຊ່ວຍເຫຼືອສັງຄົມ ລວມໄປເຖິງວິທີງ່າຍໆເຊັ່ນ ການໃສ່ໂລໂກ້ໃນອີເມລ, ນາມບັດ, ໃບສັ່ງສິນຄ້າ ຫຼື Platform ສື່ສານຕ່າງໆ ເຊິ່ງຈະເຮັດໃຫ້ລູກຄ້ານຶກເຖິງແບຣນຫຼາຍຂຶ້ນ.

  1. ເປັນຜູ້ນໍາທາງຄວາມຄິດ

ອີກໜຶ່ງຕົວຊ່ວຍທີ່ສາມາດສ້າງການຮັບຮູ້ໃຫ້ກັບຕະຫຼາດໄດ້ຄື ການທີ່ CEO ຫຼືຜູ້ຈັດການຂອງແບຣນໄປຮ່ວມສະແດງທັດສະນະຄະຕິ ແລະຄວາມຄິດເຫັນຕໍ່ຟໍຣັ່ມ, ສື່ ແລະເວທີຕ່າງໆ ລວມໄປເຖິງການຂຽນບົດຄວາມເທິງເວັບໄຊ້ ແລະເລື່ອງຕ່າງໆໃຫ້ກັບສື່ ກໍສາມາດຊ່ວຍສົ່ງເສີມດ້ານພາບລັກທີ່ດີໃຫ້ກັບແບຣນໄດ້ ຖືວ່າເປັນ Content Marketing ທີ່ມີປະສິດທິພາບຢ່າງໜຶ່ງ ທີ່ນອກຈາກຄົນຈະເຂົ້າໃຈເຖິງເບື້ອງເລິກເບື້ອງຫຼັງຂອງບໍລິສັດໄດ້ຫຼາຍຂຶ້ນແລ້ວ ຍັງເປັນໂອກາດໃນການແບ່ງປັນຄວາມຮູ້, ຂໍ້ມູນ ແລະເທຣນຕ່າງໆຂອງວົງການທຸລະກິດທີ່ເຮັດໄດ້ອີກດ້ວຍ.

  1. ຢ່າລືມຄວາມເປັນຄົນ

ບໍ່ວ່າຜູ້ປະກອບການຈະຢູ່ກັບການໃຊ້ຍຸດທະສາດເຮັດທຸລະກິດ ແລະເຕັກນິກການຂາຍແນວໃດກໍຕາມ ສິ່ງທີ່ຕ້ອງຈື່ໃຫ້ຂຶ້ນໃຈຄື ສຸດທ້າຍແລ້ວສິ່ງທີ່ທ່ານຕ້ອງໄປໂອ້ລົມນໍານັ້ນກໍຄື “ຄົນ” ສະນັ້ນ ຢ່າລືມພື້ນຖານຂອງຄວາມເປັນຄົນ ເຖິງວ່າຈະກໍາລັງເຮັດທຸລະກິດພັນລ້ານ ໝື່ນລ້ານຢູ່ກໍຕາມ ຈົ່ງມີຄວາມຈິງໃຈ, ເຫັນອົກເຫັນໃຈຄົນອື່ນ, ເອົາໃຈລູກຄ້າມາໃສ່ໃຈເຮົາ ແລະຊື່ສັດ ແລ້ວຈະເຫັນວ່າ ທ່ານໄດ້ຫຍັງຫຼາຍກວ່າສິ່ງທີ່ໜັງສືທຸລະກິດໄດ້ສອນໄວ້ອີກ.

ທີ່ມາ: www.smethailandclub.com

Comments