ໃນວັນທີ 24 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ອິນໂດເນເຊຍ ຕໍ່ເຫດການໄພພິບັດຄື້ນຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການ ໄພພິບັດຄື້ນ ຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍແກ່ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ໃນເຂດດັ່ງກ່າວ.
ໃນນາມຕາມໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສຍໃຈເປັນຢ່າງຍິ່ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໂດຍສະເພາະຄອບຄົວຜູ້ເຄາະຮ້າຍທີ່ເສຍຊີວິດ ແລະ ບັນດາຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ຮ້າຍແຮງໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ຂອງລັດຖະບານແຫ່ງສາທາລະນະລັດ ອິນໂດເນເຊຍ ໃນການຮັບມືກັບໄພພິບັດຄັ້ງນີ້, ອິນໂດເນເຊຍ ຈະສາມາດຜ່ານຜ່າເວລາອັນຫຍຸ້ງຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະໄດ້ຮັບການຟື້ນຟູກັບສູ່ສະພາບປົກກະຕິໂດຍໄວ.
ຂໍ້ມູນຈາກ: ຂປລ.