ທ່ານ ຈູມມາລີ ໄຊຍະສອນ ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້

ທ່ານ ຈູມມາລີ ໄຊຍະສອນ  ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້ ຄື: ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ.

ການພົບປະໂອ້ລົມຄັ້ງນີ້ ຈັດຂຶ້ນຢູ່ຫ້ອງວ່າການແຂວງຈໍາປາສັກ, ເຂົ້າຮ່ວມຮັບຟັງການໂອ້ລົມມີທ່ານ ປອ.ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາທ່ານເລຂາ-ຮອງເລຂາພັກແຂວງ ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ.

ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຟັງການລາຍງານສະພາບລວມທົ່ວໄປຂອງແຂວງຈໍາປາສັກ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ວຽກງານພັກ-ພະນັກງານ ໂດຍຫຍໍ້ ເຊິ່ງລາຍງານໂດຍທ່ານ ປອ. ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງໃນ 9 ເດືອນ ປີ 2018 ຜ່ານມາ, ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 12.573,87 ຕື້ກີບ ເທົ່າກັບ 75,95% ຂອງແຜນການປີ, ໃນນີ້ຂະແໜງກະສິກໍາ-ປ່າໄມ້ ກວມ 24,5%, ອຸດສາຫະກໍາ ກວມ 25,35% ແລະ ການບໍລິການ ກວມ 50,15% ຂອງ (GDP).

ແຜນການຈັດເກັບລາຍຮັບງົບປະມານ ປີ 2018 ມີທັງໝົດ 1.491,5 ຕື້ກີບ, ໃນນັ້ນ ພູດສູນກາງ 655,55 ຕື້ກີບ, ພູດທ້ອງຖິ່ນ 835,95 ຕື້ກີບ, ຜ່ານຈາກການກວດກາຖານຂໍ້ມູນລາຍຮັບ, ອັດຊ່ອງຫວ່າງຮົ່ວໄຫຼຂອງງົບປະມານ ດ້ວຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ, ມາຮອດເດືອນທີ 11 ຈັດເກັບລາຍຮັບໄດ້ 1.263 ຕື້ກີບ ເທົ່າກັບ 84,67%, ຄາດຄະເນໝົດປີ 2018 ອາດຈະບັນລຸໄດ້ຫຼາຍກ່ວາ 90% ຂອງແຜນການເບື້ອງຕົ້ນ ແລະ 89,84% ຂອງແຜນການດັດແກ້ 1.512 ຕື້ກີບ.

ຈາກນັ້ນ ທ່ານ ຈູມມາລີ ໄຊຍະສອນ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ, ເນື້ອໃນສໍາຄັນ ທ່ານ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ 4 ແຂວງພາກໃຕ້ ເອົາໃຈໃສ່ປັບປຸງກໍ່ສ້າງຮາກຖານພັກ ໃຫ້ມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນກ່ວາທີ່ຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ,

ຕົ້ນຕໍແມ່ນໃຫ້ເອົາໃຈໃສ່ແກ້ໄຂກຸ່ມບ້ານ ແລ້ວຫັນມາສ້າງບ້ານເປັນບ້ານໃຫຍ່ ໂດຍກໍານົດແຜນວາດ ແລະ ແຜນຜັງຂອງບ້ານໃຫຍ່ໃຫ້ລະອຽດ ລວມທັງປັບປຸງກົງຈັກການຈັດຕັ້ງ ຕ້ອງຫັນເປັນໜຸ່ມ ແລະ ມີລະດັບຄວາມຮູ້ຄວາມສາມາດທີ່ແນ່ນອນ ແລ້ວສືບຕໍ່ນໍາພາສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ.

ພ້ອມທັງສຸມໃສ່ຊຸກຍູ້ປະຊາຊົນປູກຝັງ-ລ້ຽງສັດ ແລະ ການຜະລິດເປັນສິນຄ້າ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີບວກກັບຄວາມອາດສາມາດຂອງທ້ອງຖິ່ນ, ສ້າງໃຫ້ໄດ້ກຸ່ມການຜະລິດ ຫຼື ທຸລະກິດຂະໜາດນ້ອຍ-ຂະໜາດກາງ ຢູ່ຂັ້ນບ້ານ,

ພັດທະນາສີມືແຮງງານ, ເຮັດໃຫ້ປະຊາຊົນມີອາຊີບ, ມີວຽກເຮັດງານທໍາ ແລະ ສາມາດສ້າງລາຍຮັບແກ່ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ຂໍ້ມູນຈາກ: ນສພ ຈໍາປາໃໝ່.

Comments