ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຫຼື ຄຂທ ແມ່ນໄດ້ຮັບການແຕ່ງຕັ້ງໂດຍ ທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ຄຂທ ເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດກົດໝາຍແຂ່ງຂັນທາງທຸລະກິດຂອງ ສປປລາວ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຄຂທ ໂດຍແຕ່ງຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ຄຂທ ແລະ ແຕ່ງຕັ້ງໃຫ້ ທ່ານ ຫົວໜ້າກົມຄຸມຄອງ, ພັດທະນາວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ ຄຂທ.
ຄຂທ ປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 50 ຂອງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ດັ່ງນີ້:
ພິຈາລະນາຮັບຮອງເອົາແຜນການ, ແຜນງານ ແລະ ໂຄງການກ່ຽວກັບການແຂ່ງຂັນທາງທຸລະກິດ ຕາມການສະເໜີຂອງກອງເລຂາຕົນ; ຄົ້ນຄວ້າ, ສະເໜີ ອອກນິຕິກຳກ່ຽວກັບການແຂ່ງຂັນທາງທຸລະກິດ ລວມທັງໂຄສະນາ, ເຜີຍແຜ່ນິຕິກຳດັ່ງກ່າວ; ພິຈາລະນາກ່ຽວກັບການລວມຕົວທາງທຸລະກິດ; ນຳໃຊ້ມາດຕະການທາງບໍລິຫານຕໍ່ບຸກຄົນ ແລະ ນິຕິບຸກຄົນທີ່ລະເມີດກົດໝາຍສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ; ອອກຄຳສັ່ງ, ຂໍ້ຕົກລົງກວດກາ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມການຕົກລົງເຫັນດີຂອງອົງການທີ່ມີສິດອຳນາດກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວ່າດ້ວຍການດຳເນີນຄະດີອາຍາ; ສົ່ງສຳນວນຄະດີ ໃຫ້ອົງການໄອຍະການປະຊາຊົນ ເພື່ອດຳເນີນຄະດີຕາມຂະບວນການຍຸຕິທຳ; ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ;
ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ລັດຖະມົນຕີວ່າການ ກະຊວງອຸດຫາສະກຳ ແລະ ການຄ້າ; ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ນອກຈາກນັ້ນ, ມອບໃຫ້ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງດັ່ງກ່າວ ເພື່ອປະກອບເຂົ້າໃນຄະນະ ຕາມທີ່ໄດ້ກຳນົດໃນມາດຕາ 1 ຂອງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018.
ທີ່ມາ: LTP ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ