ເຕັກໂນໂລຊີເຮັດໃຫ້ຄົນເຮົາລໍຄອຍບໍ່ເປັນ ແຕ່ການລໍຄອບທີ່ທຸກຄົນຕ່າງບໍ່ມັກ ກັບກາຍມາເປັນບົດຮຽນດີໆໃຫ້ຜູ້ກໍ່ຕັ້ງທຸລະກິດ ແລະນັກລົງທຶນໄດ້ຮຽນຮູ້…

ບົດຮຽນຈາກການເຮັດ Startup

Startup ຖືເປັນທຸລະກິດທີ່ມາແຮງ ແລະກໍາລັງເປັນທີ່ສົນໃຈຫຼາຍໃນຍຸກປັດຈຸບັນ ເຊິ່ງໃຈການເຮັດ Startup ນັ້ນ ຈະແຕກຕ່າງຈາກການເຮັດທຸລະກິດທົ່ວໄປຄືບໍ່ແມ່ນມີແຕ່ເຈົ້ານາຍ ແລະລູກນ້ອງ ແຕ່ຈະປະກອບດ້ວຍ ຜູ້ກໍ່ຕັ້ງ ແລະນັກລົງທຶນ ສະນັ້ນແລ້ວຖ້າຢາກໃຫ້ທຸລະກິດນີ້ປະສົບຜົນສໍາເລັດໄດ້ ທັງສອງຈະຕ້ອງມີຄວາມເຂົ້າໃຈຕົງກັນໃນເລື່ອງຕ່າງໆ… ມື້ນີ້ຜູ້ຂຽນຂໍມາແນະນໍາໃຫ້ຮູ້ເຖິງບົດຮຽນຈາກການເຮັດ Startup! ຖ້າຢາກໃຫ້ທຸລະກິດນັ້ນປະສົບຄວາມສໍາເລັດຕ້ອງຮູ້ຫຍັງແດ່?

 

ບົດຮຽນທໍາອິດ: ຄວາມລ່າຊ້າບໍ່ກ່ຽວກັບຄວາມສາມາດ ນັກລົງທຶນເຂົ້າໃຈວ່າ ທຸລະກິດມີໂອກາດພົບບັນຫາທີ່ເຮັດໃຫ້ເກີດຄວາມລ່າຊ້າໃນການເຮັດວຽກໄດ້ ດັ່ງນັ້ນ ເພື່ອປ້ອງກັນກັບບັນຫາທີ່ສ້າງໃຫ້ເກີດຄວາມລ່າຊ້າ ຜູ້ກໍ່ຕັ້ງ ແລະນັກລົງທຶນຕ້ອງຮ່ວມກັນສະເໜີວິທີຮັບມືກັບບັນຫາ, ມີແຜນສໍາຮອງໄວ້ໃຊ້ໃນກໍລະນີທີ່ແຜນຮັບມືທໍາອິດບໍ່ໄດ້ຜົນ.

ບົດຮຽນທີສອງ: ຫຼີກລ່ຽງຜູ້ກໍ່ຕັ້ງ ແລະນັກລົງທຶນທີ່ບໍ່ມີເຫດຜົນ ຜູ້ກໍ່ຕັ້ງຢ່າລະດົມທຶນຈາກນັກລົງທຶນທີ່ໃຈຮ້ອນ ເພາະພວກເຂົາຈະຕໍາໜິເຖິງຄວາມລ່າຊ້າໃນການເຮັດວຽກຕັ້ງແຕ່ປີທໍາອິດທີ່ລົງທຶນ. ໂດຍນັກລົງທຶນທີ່ຕ້ອງຫຼີກລ່ຽງຄື ກໍາລັງຖືກຮ້ອງຟ້ອງ, ອີໂກ້ສູງ, ແຜນທຸລະກິດໃຫຍ່ກວ່າເຈົ້າຂອງທຸລະກິດ, ສອນກ່ຽວກັບວິທີເຮັດທຸລະກິດຢູ່ຕະຫຼອດ ແລະບໍ່ຮູ້ຈັກທຸລະກິດທີ່ຮ່ວມລົງທຶນ; ສ່ວນຜູ້ກໍ່ຕັ້ງທີ່ນັກລົງທຶນຕ້ອງຫຼີກລ່ຽງຄື ອ້າງວ່າຈະໄດ້ຜົນຕອບແທນໄວ ແລະໃຈຮ້ອນ ເຊິ່ງອາດຈະສ້າງບັນຫາຕ່າງໆ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍກັບທຸລະກິດ.

ບົດຮຽນສຸດທ້າຍ: ນັກລົງທຶນມັກຄິດວ່າຕົນມີໜ້າທີ່ລົງເງິນ ຜູ້ກໍ່ຕັ້ງມີໜ້າທີ່ຮຽນຮູ້ ແຕ່ຄວາມຈິງແລ້ວທັງສອງຕ້ອງຮຽນຮູ້ຢ່າງຕໍ່ເນື່ອງເພື່ອໃຫ້ທັນກັບໂລກທີ່ປ່ຽນແປງຢູ່ຕະຫຼອດ ນັກລົງທຶນຄວນສ້າງຄວາມສໍາພັນອັນດີກັບຜູ້ກໍ່ຕັ້ງ ແລະທີມງານ ຂະນະທີ່ຜູ້ກໍ່ຕັ້ງກໍໃຊ້ເວລາໄປກັບການນຶກເຖິງສິ່ງດີໆໃນກາເຮັດທຸລະກິດ

ທີ່ມາ: www.smethailandclub.com

Comments