ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປນວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນໍາພັກ-ລັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນວ ສະມາຊິກ ສປນວ ບັນດາຄະນະນໍາ ນວ ເມືອງ ພະແນກການອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 4 ວັນ ເພື່ອຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງ ນວ, ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແປຜນການປີ 2019,

ບົດລາຍງານຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຢູ່ ນວ, ການສະເໜີແຕ່ງຕັ້ງບຸກຄະລາກອນ ຂອງອົງການປົກຄອງ ນວ ຈໍານວນໜຶ່ງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ຂອງ ສປນວ.

ຂໍ້ມູນຈາກ: ເຟສບຸກວຽງຈັນໃໝ່

Comments