News

ນາຍົກ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (ສຄອ) ໄດ້ຈັດກອງປະຊຸມປະຈໍາປີ 2018 ພ້ອມທັງການສະເຫຼີມສະຫຼອງ ຄົບຮອບ 30 ປີ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ 2019 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ ສຄອ ເອົາໃຈໃສ່ໃນການສ້າງກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາ, ພ້ອມທັງຂະຫຍາຍການຮ່ວມມືກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອເປັນບົດຮຽນ,ປະສົບການ,ນໍາເອົານະວັດຕະກໍາໃໝ່ໆມານໍາໃຊ້ ແລະ ຍົກສູງການຜະລິດເປັນສິນຄ້າ ເພື່ອການສົ່ງອອກ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ຫຼາຍຂຶ້ນ. ທ່ານນາຍົກຍັງໄດ້ແນະນໍາໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍສູນສົ່ງເສີມ ທຸລະກິດຂະໜາດນ້ອຍ-ກາງ ໄປຍັງແຂວງທີ່ມີເງື່ອນໄຂ,ສ້າງໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ມີການຖືບັນຊີຕາມກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ,ເສຍພັນທະໃຫ້ລັດຕາມລະບຽບກົດໝາຍ ແລະ ທ່ວງທັນເວລາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ.  

Read More »

30 ປີ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສ້າງທຸລະກິດລາວເຕີບໃຫຍ່ເຂັ້ມແຂງ…

ໃນຕອນບ່າຍວັນທີ 23 ມັງກອນ 2019, ຢູ່ທີ່ ຫໍປະຊຸມແຫ່ງຊາດຫຼັກ 6, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເປີດກອງປະຊຸມ ປະຈຳປີ 2018 ພ້ອມກັບສະເຫຼີມສະຫຼອງ ສະພາການຄ້າ ແລະ ອຸດສາຫະກຳ ຄົບຮອບ 30 ປີ. ໃຫ້ກຽດເຂົ້າຮ່ວມງານໂດຍພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາ ການຄ້າ ແລະ ອຸດສາຫະກຳ, ມີບັນດາ ລັດຖະມົນຕີ,​ ຮອງລັດຖະມົນຕີ, ມີບັນດາຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳ ແຕ່ລະແຂວງ, ສະມາຄົມ-ນັກທຸລະກິດ ແລະ ສະມາຊິກ ...

Read More »

ຫ້ອງການມໍລະດົກໂລກ ຫຼວງພະບາງ ລິເລີ່ມການຂີ່ລົດຖີບໄປການ

ສະແດງຄວາມຊົມເຊີຍ ຫ້ອງການ ມໍລະດົກໂລກ ແຂວງຫຼວງພະບາງ ທີ່ລິເລີ່ມໂຄງການ ຂີ່ລົດຖີບໄປການ ເພື່ອເປັນການຫຼຸດຜ່ອນມົນລະຜິດ ພ້ອມທັງເປັນການຮັກສຸກຂະພາບທີ່ດີ ແລະ ເປັນການສົ່ງເສີມການປະຢັດມັດທະຍັດ ອີກດ້ວຍ. ໂດຍການກຳນົດເອົາທຸກໆວັນອັງຄານ ຂອງແຕ່ລະອາທິດໃຫ້ທຸກຄົນຂີ່ລົດຖີບມາເຮັດວຽກໃນໂມງລັດຖະການ. ຖ້າສໍານັກງານຂອງລັດ ໃນທຸກແຂວງປະຕິບັດໄດ້ແບບນີ້ ຮັບປະກັນວ່າ ຈະຊ່ວຍເຮັດໃຫ້ຫຼຸດມົນລະພິດທາງອາກາດໄດ້ສູງສົມຄວນ ທັງເປັນການເຮັດໃຫ້ພະນັກງານມີສຸຂະພາບແຂງແຮງ ຫຼຸດຜ່ອນການແອອັດຂອງຍານພາຫະນະ ແລະ ປະຢັດຄ່າໃຊ້ຈ່າຍ ໄປໄດ້ຫຼາຍສົມຄວນ. ຂອບໃຈຮູບພາບຈາກ ເຟສບຸກ:  Sangkhane Phachanthavong

Read More »

ເທສະການອາຫານລາວ ເລີ່ມແລ້ວມື້ນີ້ ຈົນຮອດວັນທີ 26 ມັງກອນນີ້.

ໃນຕອນເຊົ້າວັນທີ 23 ມັງກອນ 2019 ທີ່ແຄມຂອງທ່າວັດຈັນ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານເທສະການອາຫານລາວ ຄັ້ງທີ​ 14​ ປະຈໍາປີ​ 2019​ ທີ່ຈັດໂດຍສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະແມ່ຍິງລາວ ເຊິ່ງໄດ້ລວບລວມເອົາອາຫານທີ່ເປັນເອກະລັກສະເພາະ ຈາກບັນດາແຂວງແຕ່ເໜືອຮອດໃຕ້ສຸດຂອງລາວ ມາວາງສະແດງ ແລະ ບໍລິການຂາຍ ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຊື້, ໄດ້ຊິມລົດຊາດອາຫານທີ່ເປັນເອກະລັກແຕ່ລະແຂວງຂອງລາວ.​ງານດັ່ງກ່າວຈະດໍາເນີນໄປຮອດວັນທີ 26 ມັງກອນ 2019.​ ນ​ໂອກາດ​ດັ່ງກ່າວ,​ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ກ່າວໃນພິທີເປີດງານເທສະການອາຫານ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ມັງກອນນີ້ວ່າ: ງານເທສະການອາຫານລາວ, ມີທັງໝົດ 180 ຮ້ານວາງສະແດງ, ໃນນັ້ນເປັນຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ-ກະສິກຳ 20 ຮ້ານ, ຮ້ານຈາກປະເທດອາຊຽນ ແລະ ສະຖານທູດ 2 ຮ້ານ ແລະ ຮ້ານທີ່ມາຈາກເຄືອຂ່າຍໜຶ່ງເມືອງ, ໜຶ່ງຜະລິດຕະພັນ ປະເທດໄທ ມີ18 ຮ້ານ, ໃນນັ້ນມີຮ້ານອາຫານ, ...

Read More »

ການປູກພືດເປັນສິນຄ້າ ເປັນທ່າແຮງສໍາຄັນຂອງແຫຼ່ງລາຍຮັບ

ໃນປີ 2018 ເສດຖະກິດຂອງແຂວງຈໍາປາສັກ ໂດຍລວມແລ້ວເຫັນວ່າຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 8,15%, ລວມຍອດຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 19.142,33 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.153 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໃນນັ້ນໂຄງປະກອບເສດຖະກິດຄື: ຂະແໜງກະສິກຳກວມ 22,9%, ຂະແໜງອຸດສາຫະກຳກວມ 22,94% ແລະ ຂະແໜງບໍລິການກວມ 54,16% ຂອງGDP. ສາເຫດທີ່ພາໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ ແມ່ນຍ້ອນຜົນຜະລິດການປູກພືດເປັນສິນຄ້າເພີ່ມສູງຂຶ້ນ ໂດຍສະເພາະແມ່ນມັນຕົ້ນ ປະຕິບັດໄດ້ 16.587 ເຮັກຕາ, ຜົນຜະລິດ 879.111 ໂຕນ ທຽບໃສໄລຍະດຽວເພີ່ມຂຶ້ນ 19%, ທຽບໃສແຜນປີລື່ນແຜນ 19%, ປະເພດສິນຄ້າຜູກພັນສອງສົ້ນ ( ຜັກກະລໍ່າ,ຜັກກາດຫຍໍ່, ຂິງ ) ເພີ່ມຂຶ້ນຫຼາຍເທົ່າຕົວ, ນອກນັ້ນ ພືດທີ່ເປັນທ່າແຮງຂອງແຂວງເຊັ່ນ: ກາເຟ ຜົນຜະລິດກໍ່ເພີ່ມຂຶ້ນ 9,5% ໃນເນື້ອທີ່ໃຫ້ໝາກ 46.770 ເຮັກຕາ,( ຜົນຜະລິດໝາກແດງໄດ້ 469.822 ໂຕນ ) ຖ້າທຽບໃສ່ແຜນປີປະຕິບັດໄດ້ 100%. ຢາງພາລາມີເນື້ອທີ່ 28.824 ເຮັກຕາ, ຜົນຜະລິດໄດ້ 51.926 ...

Read More »

ຕະຫຼາດກາເຟລາວຍັງສົດໃສ ແຕ່ຂາດທຶນໝູນວຽນ

ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າຫ້ອງການສະມາຄົມກາເຟລາວ ໄດ້ເປີດເຜີຍວ່າ: ປັດຈຸບັນເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ. ໃນນີ້, 80% ແມ່ນຢູ່ເຂດພູພຽງພໍລະເວນ ແລະ ມີສະມາຊິກທັງໝົດ 57 ຫົວໜ່ວຍທຸລະກິດ. ສໍາລັບເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ສົກປີ 2018 ມີທັງໝົດ 73,255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66,838 ເຮັກຕາ. ສ່ວນການສົ່ງອອກໄປຍັງເອີຣົບ, ອາເມຣິກາ ແລະ ອາຊຽນໃນປີ 2017 ຈໍານວນ 32 ພັນໂຕນ ມູນຄ່າ 83 ລ້ານໂດລາ, ມາເຖິງປີ 2018 ຍອດສົ່ງອອກຫຼຸດລົງມີພຽງແຕ່ 26 ພັນໂຕນ ມູນຄ່າ 55 ລ້ານໂດລາ.   ສໍາລັບລາຄາກາເຟຂອງຕະຫຼາດໂລກໃນປີ 2017-2018 ປະມານ 2.500 -2.600 ໂດລາ/ໂຕນ; ໃນນີ້, ລາຄາທີ່ບໍລິສັດຊື້ນໍາປະຊາຊົນປະເພດກາເຟໝາກແດງ ລາຄາ 2.200 – 3.000 ກີບ/ກິໂລ ແລະ ...

Read More »

ຈັດງານເທສະການອາຫານລາວ ຄັ້ງທີ 14

ງານເທສະການອາຫານລາວປີ 2019 ຈັດຂຶ້ນລະຫວ່າງວັນທີ 23-26 ມັງກອນ 2019 ທີ່ແຄມຂອງ (ສວນເຈົ້າອານຸວົງ) ບ້ານວັດຈັນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ປີນີ້ເປັນປີທີ 14 ເຊິ່ງມີຫຼາຍກວ່າ 180 ຮ້ານເຂົ້າຮ່ວມເຊັ່ນ: ຂາຍອາຫານເຄື່ອງດື່ມ ຢາສະໝຸນໄພ ເຄື່ອງຫັດຖະກຳ ຈາກພາຍໃນ ແລະ ຕ່າງປະເທດ ການບໍລິການແມ່ນເລີ່ມແຕ່ເວລາ 8:00 ຫາ 22:00ໂມງ.  

Read More »

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8

ກຊສ ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 (ເປີດກວ້າງ) ສະໄໝທີ I ຂອງຕົນຂຶ້ນ ໃນວັນທີ 22 ມັງກອນ 2019, ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຄະນະປະຈຳພັກ, ຄະນະພັກກະຊວງ ແລະ ສະຫາຍ ເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ. ກອງປະຊຸມ, ໄດ້ພິຈາລະນາເອກະສານສຳຄັນຫຼາຍສະບັບ ເປັນຕົ້ນ ຮ່າງບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບລາຍງານ ກ່ຽວກັບວຽກງານກວດກາພັກຂອງຂະແໜງກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບ 6 ເດືອນທ້າຍປີ 2018 ແລະ ທິດທາງແຜນການເຄື່ອນໄຫວ 6 ...

Read More »

ເຊກອງກຽມແຮ່ຮູບປັ້ນ ທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ

ມື້ນີ້ວັນທີ 23 ມັງກອນ 2019, ເວລາ 14: 00ໂມງ  ແຂວງເຊກອງ ຈະໄດ້ຈັດພິທີແຮ່ຮູບປັ້ນທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ ຈຸດເລີ່ມຕົ້ນ ແມ່ນເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ມາຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ. ສະນັ້ນ, ຂໍເຊີນການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໂດຍສະເພາະບັນດາທ່ານທີ່ຢູ່ໃນ 6 ບ້ານເທສະບານແຂວງ ເຂົ້າຮ່ວມພິທີແຮ່ຮູບປັ້ນໃຫ້ມີບັນຍາກາດຟົດຟື້ນ ແລະ ສົມກຽດ     

Read More »

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຖືກຮັບຮອງເປັນ ກົງສູນ ກິດຕິມະສັກ ປອກຕຸຍການ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ ທີ່ນະຄອນຫຼວງວຽງຈັນ Honorary Consular for Portugal ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ. ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ກະຊວງການຕ່າງປະເທດ.  

Read More »