ເທສະການອາຫານລາວ ເລີ່ມແລ້ວມື້ນີ້ ຈົນຮອດວັນທີ 26 ມັງກອນນີ້.

ໃນຕອນເຊົ້າວັນທີ 23 ມັງກອນ 2019 ທີ່ແຄມຂອງທ່າວັດຈັນ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານເທສະການອາຫານລາວ ຄັ້ງທີ​ 14​ ປະຈໍາປີ​ 2019​ ທີ່ຈັດໂດຍສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະແມ່ຍິງລາວ ເຊິ່ງໄດ້ລວບລວມເອົາອາຫານທີ່ເປັນເອກະລັກສະເພາະ ຈາກບັນດາແຂວງແຕ່ເໜືອຮອດໃຕ້ສຸດຂອງລາວ ມາວາງສະແດງ ແລະ ບໍລິການຂາຍ ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຊື້, ໄດ້ຊິມລົດຊາດອາຫານທີ່ເປັນເອກະລັກແຕ່ລະແຂວງຂອງລາວ.​ງານດັ່ງກ່າວຈະດໍາເນີນໄປຮອດວັນທີ 26 ມັງກອນ 2019.​

ນ​ໂອກາດ​ດັ່ງກ່າວ,​ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ກ່າວໃນພິທີເປີດງານເທສະການອາຫານ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ມັງກອນນີ້ວ່າ: ງານເທສະການອາຫານລາວ, ມີທັງໝົດ 180 ຮ້ານວາງສະແດງ, ໃນນັ້ນເປັນຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ-ກະສິກຳ 20 ຮ້ານ, ຮ້ານຈາກປະເທດອາຊຽນ ແລະ ສະຖານທູດ 2 ຮ້ານ ແລະ ຮ້ານທີ່ມາຈາກເຄືອຂ່າຍໜຶ່ງເມືອງ, ໜຶ່ງຜະລິດຕະພັນ ປະເທດໄທ ມີ18 ຮ້ານ, ໃນນັ້ນມີຮ້ານອາຫານ, ເຄື່ອງດື່ມ, ຢາສະໝູນໄພ ແລະ ເຄື່ອງຫັດຖະກຳ-ກະສິກຳ​ ມາວາງສະແດງ ແລະ ຈໍາໜ່າຍໃຫ້ມວນຊົນທີ່ເຂົ້າຮ່ວມງານ.

Comments