ການປູກພືດເປັນສິນຄ້າ ເປັນທ່າແຮງສໍາຄັນຂອງແຫຼ່ງລາຍຮັບ

ໃນປີ 2018 ເສດຖະກິດຂອງແຂວງຈໍາປາສັກ ໂດຍລວມແລ້ວເຫັນວ່າຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 8,15%, ລວມຍອດຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 19.142,33 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.153 ໂດລາສະຫະລັດຕໍ່ຄົນຕໍ່ປີ,

ໃນນັ້ນໂຄງປະກອບເສດຖະກິດຄື: ຂະແໜງກະສິກຳກວມ 22,9%, ຂະແໜງອຸດສາຫະກຳກວມ 22,94% ແລະ ຂະແໜງບໍລິການກວມ 54,16% ຂອງGDP.

ສາເຫດທີ່ພາໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ ແມ່ນຍ້ອນຜົນຜະລິດການປູກພືດເປັນສິນຄ້າເພີ່ມສູງຂຶ້ນ ໂດຍສະເພາະແມ່ນມັນຕົ້ນ ປະຕິບັດໄດ້ 16.587 ເຮັກຕາ, ຜົນຜະລິດ 879.111 ໂຕນ ທຽບໃສໄລຍະດຽວເພີ່ມຂຶ້ນ 19%, ທຽບໃສແຜນປີລື່ນແຜນ 19%, ປະເພດສິນຄ້າຜູກພັນສອງສົ້ນ ( ຜັກກະລໍ່າ,ຜັກກາດຫຍໍ່, ຂິງ ) ເພີ່ມຂຶ້ນຫຼາຍເທົ່າຕົວ,

ນອກນັ້ນ ພືດທີ່ເປັນທ່າແຮງຂອງແຂວງເຊັ່ນ: ກາເຟ ຜົນຜະລິດກໍ່ເພີ່ມຂຶ້ນ 9,5% ໃນເນື້ອທີ່ໃຫ້ໝາກ 46.770 ເຮັກຕາ,( ຜົນຜະລິດໝາກແດງໄດ້ 469.822 ໂຕນ ) ຖ້າທຽບໃສ່ແຜນປີປະຕິບັດໄດ້ 100%. ຢາງພາລາມີເນື້ອທີ່ 28.824 ເຮັກຕາ, ຜົນຜະລິດໄດ້ 51.926 ໂຕນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 11,39%, ທຽບໃສ່ແຜນປະຕິບັດໄດ້ 98%.

ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກ ໃຫ້ຮູ້ຕື່ມວ່າ: ດ້ານການລົງທຶນທົ່ວແຂວງມີມູນຄ່າລົງທຶນທັງໝົດ 7.814,19 ຕື້ກີບ ທຽບໃສ່ໄລຍະດຽວເພີ່ມຂຶ້ນ 10,7%, ທຽບໃສ່ແຜນປີລື່ນແຜນ 80%.

ການສົ່ງອອກສິນຄ້າປະຕິບັດໄດ້ 267,98 ລ້ານໂດລາສະຫະລັດ,ທຽບໃສ່ແຜນການລື່ນ 6,3%, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 10,6%.

ດ້ານງົບປະມານສາມາດຈັດເກັບລາຍຮັບໄດ້ 1.352,17 ຕື້ກີບ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 8,58%, ທຽບໃສ່ແຜນປີປະຕິບັດໄດ້ 90,66%.

ບັນຍາກາດການປ່ອຍສິນເຊື່ອທົ່ວລະບົບທະນາຄານພາຍໃນແຂວງໄດ້ 3.232,84 ຕື້ກີບ ຫຼື ເທົ່າກັບ 16,88% ຂອງGDP, ຖ້າທຽບໃສ່ໄລຍະດຽວເພີ່ມຂຶ້ນ 78,7% ແລະ ຖ້າທຽບໃສ່ແຜນການປີລື່ນ 3,61 ເທົ່າຕົວ.

ສຳລັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກປີ 2019 ຈະສູ້ຊົນໃຫ້ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນສະເລ່ຍເພີ່ມຂຶ້ນ 8,16%, ສ້າງມູນຄ່າເພີ່ມໃຫ້ໄດ້ 20.160,59 ຕື້ກີບ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 1.410,67%.

ຂໍ້ມູນຈາກ: ນສພ ຈໍາປາໃໝ່.

ຮູບປະກອບຈາກ: ອິນເຕີເນັດ.

Comments