News

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມັງກອນ 2019

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມັງກອນ 2019 ໄດ້ດໍາເນີນເປັນເວລາມື້ເຄິ່ງ ຄືວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດ ຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນດັ່ງນີ້: 1. ຮ່າງແຜນພັດທະນາ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຮອດປີ 2025. 2. ບົດລາຍງານກ່ຽວກັບແຜນພັດທະນາ ທົ່ວເຂດພູພຽງບໍລະເວນ. 3. ບົດລາຍງານກ່ຽວກັບຜົນການຄົ້ນຄວ້າ ແລະ ກວດກາຕີລາຄາ ກ່ຽວກັບການປະເມີນຜົນກະທົບຈາກໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າໂມ້ມີລີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. 4. ຮ່າງດໍາລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ. 5. ຮ່າງດໍາລັດວ່າດ້ວຍກົງຈັກການຈັດຕັ້ງຂອງລັດ. ຂໍ້ມູນຈາກ: ຂປລ.  

Read More »

ຜູ້ເສຍຊີວິດ ຈາກສັນເຂື່ອນແຕກຈະໄດ້ຮັບ 10.000 ໂດລາ

ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 138/ຫສນຍ ລົງວັນທີ 23 ມັງກອນ 2019 ເລື່ອງການຮັບຮອງເອົາຄ່າຊົດເຊີຍໃຫ້ແກ່ຜູ້ເສຍຊີວິດ ແລະ ສູນຫາຍ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນມູນຄ່າ 10.000 ໂດລາ ຕໍ່ຫົວຄົນ ຕາມຈຳນວນຜູ້ເສຍຊີວິດ ແລະ ສູນຫາຍ ທີ່ລັດຖະບານຮັບຮອງ (71ຄົນ) ແລະ ໃນຕໍ່ໜ້າຖ້າຫາກພົບເຫັນຜູ້ເສຍຊີວິດຕື່ມ ບໍລິສັດຕ້ອງສືບຕໍ່ຮັບຜິດຊອບຊົດເຊີຍຕື່ມ.  

Read More »

ປີທ່ອງທ່ຽວລາວ-ຈີນ 2019 ເປີດຂຶ້ນຢ່າງເປັນທາງການ

ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະ ມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໃນພິທີ ທ່ານ ລູຊູກາງ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວ ລາວ-ຈີນ 2019 ຈາກນັ້ນ ທ່ານ ບໍ່ແສງຄຳ ວົງດາລາ  ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວຕໍ່ພິທີເປີດປີທ່ອງທ່ຽວ ລາວ-ຈີນ 2019. ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ ...

Read More »

ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືລັດຖະມົນຕີກະຊວງການຕ່າງປະເທດ  ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ (Honorary Consular for Portugal)  ທີ່ນະຄອນຫຼວງວຽງຈັນ,  ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ. ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຜ່ານມາ ທີ່ກະຊວງການຕ່າງປະເທດ. ໃນການປະຕິບັດໜ້າທີ່ກົງການເຄື່ອນໄຫວກົງສຸນກິດຕິມະສັກດັ່ງກ່າວຂ້າງເທີງ ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມກັນທາງກົງສຸນ ທີ່ ສປປ ລາວ ມອບໃຫ້ໃນຖານະກິດຕິມະສັກຂອງຕ່າງປະເທດ.  

Read More »

ສະພາບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມ ຄັ້ງທີ XV.

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2019 ຜ່ານມາທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XV ຂອງຕົນຂຶ້ນ, ໂດຍການເປັນປະທານຂອງທ່ານ ປ.ອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານ ກປຊ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີຮອງປະທານ, ຄະນະກຳມະການສະພາບໍລິຫານ, ຄະນະອຳນວຍການ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການທົບທວນຄືນ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ປະຈຳສົກປີ 2018 ແລະ ກໍານົດທິດທາງແຜນການ ປະຈຳສົກປີ 2019, ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການ (ຫກປຊ) ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີທີ່ຜ່ານມາວ່າ: ໃນປີ 2018 “ກປຊ” ໄດ້ມີການຈັດຕັ້ງປະຕິບັດໂຄງການຈຸດສຸມຫຼາຍຢ່າງ ເຊັ່ນ: ສຳເລັດການປັບປຸງລະບົບ “ໂປຼແກຼມ”ເງິນສົມທົບພາກລັດ ຊຶ່ງສາມາດເກັບກໍາຂໍ້ມູນການຈ່າຍເງິນສົມທົບຂອງພະນັກງານ-ລັດຖະກອນໄດ້ລະອຽດຂອງແຕ່ລະຄົນ. ສໍາເລັດໂຄງການທົດລອງສ້າງໜ່ວຍບໍລິການກອງທຶນປະກັນສັງຄົມຂັ້ນເມືອງ 5 ...

Read More »

ສໍານັກງານ ປົກປ້ອງເງິນຝາກ ມີສະມາຊິກທັງໝົດ 40 ທະນາຄານ

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດ ການສ້າງຕັັ້ງສໍານັກງານປົກປ້ອງເງິນຝາກ ຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມດ້ວຍ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ. ສໍານັກງານປົກປ້ອງເງິນຝາກ ໃນເມື່ອກ່ອນເປັນກອງທຶນປົກປ້ອງຜູ້ຝາກເງິນ ທີ່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທັງນີ້ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືລະບົບທະນາຄານໄປຄຽງຄູ່ກັບການພັດທະນາລະບົບທະນາຄານ. ສໍານັກງານປົກປ້ອງເງິນຝາກ ໄດ້ຮັບການສ້າງຂຶ້ນຕາມດໍາລັດເລກທີ 329/ລບ; ລົງວັນທີ 25 ຕຸລາ 2017 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ. ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກໄດ້ແຈ້ງໃຫ້ຊາບການເຄື່ອນໄຫວໃນປີ 2018 ຜ່ານມາໂດຍໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນດ້ານວຽກງານນິຕິກໍາ; ດ້ານວຽກງານກວດກາ ແລະ ວິເຄາະ; ດ້ານການເຄື່ອນໄຫວທາງດ້ານການເງິນ; ການເກັບເບ້ຍປະກັນ, ...

Read More »

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງຈຳປາສັກ ຊຸດທີ I

ໃນວັນທີ 23 ມັງກອນ 2019 ຢູ່ທີ່ ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ I  ຢ່າງເປັນທາງການ  ພາຍໃຕ້ ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ບັນດາທ່ານຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ, ບັນອົງການປົກຄອງແຂວງ, ນະຄອນ, ເມືອງ ຫົວໜ້າພະແນກການ​ ອ້ອມຂ້າງແຂວງ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆທົ່ວແຂວງເຂົ້າຮ່ວມ. ທ່ານ ເມກສະຫວັນ ພົມພິທັກ  ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ຂອງແຂວງ ຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ທິດທາງແຜນການ 2019. ຮັບຟັງລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານປະຈຳ ປີ 2018 ແລະແຜນການປີ 2019 ຂອງອົງການກວດສອບປະຈຳພາກໃຕ້, ການແກ້ໄຂຜົນການກວດສອບຂອງພະແນກ ກວດກາລັດປະຈຳແຂວງ. ພິເສດສະມາຊິກສະພາປະຊາຊົນແຂວງ ຈະໄດ້ພິຈາລະນາຮັບຮອງເອົາການສະເໜີຂອງ ...

Read More »

ຫຼາຍຄັ້ງທີ່ຄອນເທັ້ນທີ່ນໍາສະເໜີມີຄວາມຜິດພາດ ຈົນລຸກລາມເກີດເປັນ Social Media Crisis ຂຶ້ນກັບແບຣນ!!! ມາເບິ່ງ! ວິທີຮັບມີກັບ Social Media Crisis…

ຖ້າພົບສະຖານະການແບບນີ້ ຄວນແກ້ໄຂແນວໃດ? ຊ່ອງທາງໜຶ່ງທີ່ໃຊ້ໃນການສ້າງຄວາມຮັບຮູ້ໃຫ້ກັບແບຣນ ປະຕິເສດບໍ່ໄດ້ເລີຍວ່າ ສ່ວນໃຫຍ່ແມ່ນໃຊ້ Social Media ເນື່ອງຈາກຜົນລັບຂອງການຮັບຮູ້ ແລະການປະຕິກິລິຍາລະຫວ່າງແບຣນ ແລະຜູ້ໃຊ້ມີປະສິດທິພາບຫຼາຍທີ່ສຸດ ແຕ່ຫຼາຍຄັ້ງຄອນເທັ້ນກໍນໍາສະເໜີຜິດພາດ ສ້າງຄວາມສັບສົນ ແລະບໍ່ເຂົ້າໃຈໃຫ້ກັບຜູ້ຮັບຈົນກໍ່ໃຫ້ເກີດຂໍ້ໂຕ້ແຍ່ງ ແລະຖົກຖຽງກັນຫຼວງຫຼາຍຜ່ານ Social Media ຂອງແບຣນ ຈົນລຸກລາມກວ້າງຂວາງເປັນ Social Media Crisis ຂຶ້ນກັບແບຣນ ເຊິ່ງຫຼາຍແບຣນກໍບໍ່ໄດ້ມີການຕັ້ງຮັບກັບການເກີດບັນຫານີ້ ຈຶ່ງກ້າວພາດໃນການຈັດການກັບ Social Media Crisis ຢ່າງເໝາະສົມ… ຄໍາຖາມຄື ແລ້ວເຮົາຈະແກ້ໄຂບັນຫານີ້ໄດ້ແນວໃດ? ເຮົາມີຄໍາຕອບ… ໃຫ້ຕັ້ງສະຕິ ແລະແຍກຕົວເອງໃຫ້ອອກກ່ອນວ່າ ຕອນນີ້ເຮົາກໍາລັງຈັດການກັບບັນຫາດັ່ງກ່າວໃນນາມຂອງແບຣນ ແລະບໍລິສັດ ບໍ່ແມ່ນກໍາຈັດບັນຫາດັ່ງກ່າວໃນນາມສ່ວນຕົວ ສະນັ້ນ ກ່ອນທີ່ຈະຕອບຫຍັງຕ້ອງປະເມີນຜົນດີ, ຜົນເສຍກ່ອນທີ່ຈະຕອບທຸກຄອມເມັ້ນ ເມື່ອພົບການສະແດງຄວາມຄິດເຫັນໄປໃນທາງສົ່ງເສີມ ຫຼືເຮັດໃຫ້ເກີດອາລົມຮ້າຍ ບໍ່ຄວນຄວນຕອບໂຕ້ທັນທີໃຫ້ຢຸດຄິດ ແລະສະຫງົບອາລົມກ່ອນຕອບ ທີ່ສໍາຄັນຕ້ອງລະວັງຜູ້ບໍ່ຫວັງດີ ຫຼືຄູ່ແຂ່ງທາງທຸລະກິດ ທີ່ພະຍາຍາມຊອກຂໍ້ບົກຜ່ອງຂອງເຮົາເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນອີກດ້ວຍ ຄິດສະເໝີວ່າທຸກຂໍ້ຄວາມທີ່ພິມອອກໄປນັ້ນສາມາດຖືກເກັບບັນທຶກໄດ້ຕະຫຼອດເວລາ ເຊິ່ງຖ້າຂໍ້ຄວາມທີ່ສື່ສານໄປບໍ່ເໝາະສົມ ຈະສາມາດຍ້ອນກັບມາສ້າງບັນຫາ ແລະເຮັດໃຫ້ເປັນປະເດັນທາງ Social Media Crisis ກັບແບຣນໄດ້ອີກສະເໝີ ໃຊ້ວິທີການອະທິບາຍຫຼາຍກວ່າການຕອບໂຕ້ ເພື່ອສະແດງໃຫ້ຜູ້ຮັບຂໍ້ມູນເຫັນວ່າເຮົາແກ້ບັນຫາ ແລະຕອບຮັບທຸກຂໍ້ຄວາມ ໂດຍສະເພາະການສະແດງຄວາມຄິດເຫັນທີ່ພະຍາຍາມສົ່ງເສີມດ້ວຍເຫດ ແລະຜົນປາສະຈາກອາລົມແທ້ຈິງ ຖ້າຕ້ອງໃຊ້ຂໍ້ມູນໃດໆມາອະທິບາຍ ...

Read More »

Youtube ຈະຕົກເທຣນ ຫຼືບໍ່? ເມື່ອ Facebook ເປີດໃຫ້ໃຊ້ຟີເຈີ່ Watch… ເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ເປັນຫຼາຍເທົ່າ!!!

Watch on Facebook… Facebook ເພີ່ມຄວາມສະດວກສະບາຍຂຶ້ນມາອີກຂັ້ນ ດ້ວຍການເປີດຕົວຟີເຈີ Watch ສໍາລັບການເບິ່ງ VDO ໂດຍຮອງຮັບການໃຊ້ງານເທິງ Smart Phone, Tablet, Computer ແລະ Application ເທິງ Smart TV. ຫຼາຍໆທ່ານກໍອາດຈະໃຊ້ງານມາແລ້ວ! ການໃຊ້ງານກໍແສນຈະງ່າຍພຽງແຕ່ກົດໄປຟີເຈີ Watch ທ່ານຈະພົບກັບ VDO ຫຼາກຫຼາຍໝວດໝູ່ ບໍ່ວ່າຈະເປັນ VDO ຍອດນິຍົມໃນໄລຍະນັ້ນ, VDO ຕະລົກ, VDO Live, VDO ລາຍການໂທລະພາບ ຫຼືແມ່ນແຕ່ VDO ທີ່ໝູ່ຂອງທ່ານກໍາລັງເບິ່ງຢູ່… ຜູ້ໃຊ້ Facebook ສາມາດເບິ່ງ VDO ຕ່າງໆໄດ້ທັນທີໂດຍບໍ່ຕ້ອງກົດຕິດຕາມຜູ້ຜະລິດ VDO ນັ້ນໆ ແລະສະແດງຄວາມຄິດເຫັນກ່ຽວກັບ VDO ທີ່ເບິ່ງໄດ້ແບບ Real-Time ນອກຈາກນີ້ຟີເຈີ Watch ຍັງມາພ້ອມ Watch list ທີ່ຈະເຮັດໃຫ້ທຸກທ່ານບໍ່ພາດ VDO ໃໝ່ມາແຮງ ແລະເບິ່ງ VDO ທີ່ເຊັບໄວ້ເບິ່ງຍ້ອນຫຼັງອີກດ້ວຍ. ທັງນີ້ ...

Read More »

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສຄອຊ ຄົບຮອບ 30 ປີ

ໃນໂອກາດ ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ພ້ອມກັບການສະເຫຼີມສະຫຼອງ ສະພາການຄ້າ ຄົບຮອບ 30 ປີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ບັນດາຄະນະຜູ້ບໍລິຫານ, ບັນດາອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດລາວ ທົ່ວປະເທດ ທັງໝົດ 400 ທ່ານທີ່ເຂົ້າຮ່ວມຄື: 1. ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງ ສຄອຊ ຕະຫຼອດໄລຍະຜ່ານມາ, 2. ເນັ້ນໃຫ້ ສຄອຊ ເອົາໃຈໃສ່ໃນການປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອສ້າງໄດ້ກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, 3. ໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາຕົນເອງຫັນມາເປັນການຜະລິດ ແລະ ທຸລະກິດເປັນປາຍແຫຼມສົ່ງອອກ ໃນການຂະຫຍາຍທຸລະກິດຂອງຕົນໄປຍັງພາກພື້ນ ແລະ ສາກົນໃຫ້ເພີ່ມຂຶ້ນ, 4. ໂດຍການເພີ່ມນະວັດຕະກໍາໃໝ່ເຂົ້າໃນປັດໄຈຂອງການດໍາເນີນທຸລະກິດໃຫ້ມີການຮ່ວມມືກັບທຸລະກິດປະເທດເພື່ອນບ້ານໃນພາກພື້ນ ແລະ ສາກົນ, 5. ເພີ່ມການແລກປ່ຽນຖອດຖອນບົດຮຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ, 6. ເປັນເຈົ້າການສ້າງເງື່ອນໄຂໃຫ້ມີນັກທຸລະກິດດີເດັ່ນ ແລະ ຮັບໂລ້ລາງວັນໃຫ້ຫຼາຍ, 7. ...

Read More »