ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສຄອຊ ຄົບຮອບ 30 ປີ

ໃນໂອກາດ ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ພ້ອມກັບການສະເຫຼີມສະຫຼອງ ສະພາການຄ້າ ຄົບຮອບ 30 ປີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ບັນດາຄະນະຜູ້ບໍລິຫານ, ບັນດາອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດລາວ ທົ່ວປະເທດ ທັງໝົດ 400 ທ່ານທີ່ເຂົ້າຮ່ວມຄື:


1. ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງ ສຄອຊ ຕະຫຼອດໄລຍະຜ່ານມາ,
2. ເນັ້ນໃຫ້ ສຄອຊ ເອົາໃຈໃສ່ໃນການປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອສ້າງໄດ້ກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ,

3. ໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາຕົນເອງຫັນມາເປັນການຜະລິດ ແລະ ທຸລະກິດເປັນປາຍແຫຼມສົ່ງອອກ ໃນການຂະຫຍາຍທຸລະກິດຂອງຕົນໄປຍັງພາກພື້ນ ແລະ ສາກົນໃຫ້ເພີ່ມຂຶ້ນ,


4. ໂດຍການເພີ່ມນະວັດຕະກໍາໃໝ່ເຂົ້າໃນປັດໄຈຂອງການດໍາເນີນທຸລະກິດໃຫ້ມີການຮ່ວມມືກັບທຸລະກິດປະເທດເພື່ອນບ້ານໃນພາກພື້ນ ແລະ ສາກົນ,
5. ເພີ່ມການແລກປ່ຽນຖອດຖອນບົດຮຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ,
6. ເປັນເຈົ້າການສ້າງເງື່ອນໄຂໃຫ້ມີນັກທຸລະກິດດີເດັ່ນ ແລະ ຮັບໂລ້ລາງວັນໃຫ້ຫຼາຍ,
7. ໃຫ້ສືບຕໍ່ການປະສານງານກັບສະພາການຄ້າຕ່າງປະເທດຢູ່ລາວ ແລະ ຊຸກຍູ້ສ້າງເງື່ອນໄຂຊ່ວຍສະພາການຄ້າ ແລະ ອຸດສາຫະກໍາຂັ້ນແຂວງ ໃຫ້ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດຂອງຕົນ,

8. ໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍສູນສົ່ງເສີມ SMEs ໄປຍັງບາງແຂວງທີ່ມີເງື່ອນໄຂ,
9. ສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ກາງ ແລະ ຈຸນລະວິສາຫະກິດ ໃຫ້ເຂົາເຈົ້າມີການຖືບັນຊີຕາມກົດໝາຍ ແລະ ລະບຽບການ,
10. ມີແຜນທຸລະກິດທີ່ເໝາະສົມ, ມີຖານະການເງິນທີ່ຄ່ອງຕົວ ແລະ ມີການປະກອບສ່ວນເສຍພັນທະໃຫ້ລັດຕາມລະບຽບກົດໝາຍຢ່າງຖືກຕ້ອງ ແລະ ທັນເວລາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃຫ້ມີ ຄວາມເຂັ້ມແຂງ.

Comments