ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8

ກຊສ ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 (ເປີດກວ້າງ) ສະໄໝທີ I ຂອງຕົນຂຶ້ນ ໃນວັນທີ 22 ມັງກອນ 2019, ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຄະນະປະຈຳພັກ, ຄະນະພັກກະຊວງ ແລະ ສະຫາຍ ເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.


ກອງປະຊຸມ, ໄດ້ພິຈາລະນາເອກະສານສຳຄັນຫຼາຍສະບັບ ເປັນຕົ້ນ ຮ່າງບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບລາຍງານ ກ່ຽວກັບວຽກງານກວດກາພັກຂອງຂະແໜງກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ;

ຮ່າງບົດສະຫຼຸບ 6 ເດືອນທ້າຍປີ 2018 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນຕົ້ນປີ 2019 ຂອງຄະນະພັກກະຊວງ; ການລາຍງານກ່ຽວກັບການກະກຽມສະຫຼຸບ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງບັນດາກົມກອງພາຍໃນກະຊວງ;

ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະກາງສະໄໝ ແລະ ທິດທາງແຜນການ ໃນໄລຍະທ້າຍສະໄໝ.

ຂໍ້ມູນຈາກ: ຂປລ.

Comments