News

ມີເຝີກອົບຮົມຫົວຂໍ້ດີໆ (FREE) ສຳລັບຜູ້ປະກອບການ

ສູນຜູ້ປະກອບການແມ່ຍິງ ຮ່ວມກັບ ບໍລິສັດທີ່ປຶກສາ EDC ຈັດການເຝິກອົບຮົມ ຟຣີ (FREE) ສຳລັບແມ່ຍິງ ? ? ? #free training ຫົວຂໍ້ ກ້າວໄປຂ້າງໜ້າສໍາລັບຜູ້ ປະກອບການແມ່ຍິງ #GetAhead ສົນໃຈເຂົ້າຮ່ວມສາມາດສະມັກຕາມລິ້ງນີ້ https://goo.gl/forms/zcBO6sX0jXKk3aMw1 ໃນວັນທີ 4-8 ກຸມພາ 2019 ເວລາ 8:30 – 16:00 ທີ່ສູນຜູ້ປະກອບການແມ່ຍິງ ຂໍມູນເພີ່ມເຕີມໂທ: 021 451669

Read More »

ມີທຶນໃຫ້ນັກສຶກສາລາວ ໄປຮຽນຕໍ່ຢູ່ປະເທດບຣູໄນ ອ່ານດ່ວນ….

ເປີດຮັບສະໝັກແລ້ວ !!! ?? ?? ?? ແຈ້ງການເຖິງທຶນການສຶກສາ ຈາກລັດຖະບານປະເທດ ບຣູໄນ ດາຣູຊາແລມ ປະຈໍາປີ 2019 ສໍາຫຼັບນັກສຶກສາລາວ. ປິດຮັບສະໝັກ: 31/03/2019 ລາຍລະອຽດ ຕາມປະກາດແຈ້ງການ. ຫ້ອງການກະຊວງສຶກສາ ແລະ ກິລາ ແຈ້ງມາຍັງພະນັກງານ ແລະ ນັກສຶກສາ ຊາບທົ່ວເຖິງກັນວ່າ: Universiti Brunei Darussalam (UBD) ປະເທດບຣູໄນ ສະເໜີໃຫ້ທຶນການສຶກສາລະດັບປະລິນຍາໂທ ສາຂາຮຽນ Master of Public Policy and Management (MPPM) ໂດຍເປີດຮັບສະໝັກຜູ້ທີ່ມີຈຸດປະສົງຢາກໄປຮຽນຕໍ່ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນຂອງ Universiti  Brunei  Darussalam (UBD) ສ່ວນຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າເບິ່ງໄດ້ທີ່:  https://apply.ubd.edu.bn/orbron/uis-welcom/     E-Mail: [email protected],  Facebook@ipsubd. ເງື່ອນໄຂຂອງຜູ້ສະໝັກ: ຕ້ອງເປັນຄົນລາວຖືສັນຊາດລາວ ສຸຂະພາບສົມບູນແຂງແຮງດີທາງກາຍ ແລະ ຈິດໃຈ ສຳເນົາໃບປະກາດ ແລະ ໃບຄະແນນ ຈົບປະລິນຍາຕີໃນລະດັບດີ ສຳເນົາໃບຢັ້ງຢືນຄະແນນ TOEFL 550, IELTS ...

Read More »

ກໍາລັງຮິດ!!! ການຕະຫຼາດ Micro-Influencers ໄດ້ຜົນກວ່າຈ້າງຄົນມີຊື່ສຽງ…

ຈ້າງ Micro-Influencers ດີກວ່າ Influencers ແນວໃດ? ປັດຈຸບັນຖ້າໃຫ້ຊອກຄົນມາຮ່ວມແຄມເປນການຕະຫຼາດອອນລາຍ ຫຼາຍໆແບຣນຄົງນຶກເຖິງດາລາ, ເຊເລບເປັນອັນດັບທໍາອິດ ເພາະເຊື່ອວ່າຍອດຜູ້ຕິດຕາມລະດັບແສນ-ລ້ານຄົນ ຈະຊ່ວຍໃຫ້ແຄມເປນໜ້າເຊື່ອຖືຂຶ້ນ, ລູກຄ້າໃຫ້ຄວາມໄວ້ວາງໃຈ ແລະຕັດສິນໃຈຊື້ສິນຄ້າ ແລະບໍລິການໃນທີ່ສຸດ. ແຕ່ຟ້າວກ່ອນ! ປັດຈຸບັນນີ້ການທີ່ໃຊ້ດາລາ ເຊເລບໃນແຄມເປນການຕະຫຼາດອອນລາຍອາດຈະບໍ່ໄດ້ຜົນອີກຕໍ່ໄປ ເພາະລູກຄ້າຫັນມາເຊື່ອຖືໃນສິ່ງທີ່ Micro-Influencers (ຄົນມີຊື່ສຽງໃນໂລກໂຊຊ່ຽວທີ່ມີຜູ້ຕິດຕາມ 30.000 ຄົນ ຫຼືໜ້ອຍກວ່າ) ເວົ້າຫຼາຍກວ່າ. ບັນດາ Society, Agency ທີ່ຮັບເຮັດການຕະຫຼາດອອນລາຍ ເຜີຍໃຫ້ຮູ້ວ່າ ແຄມເປນທີ່ໃຊ້ Micro-Influencers ປະສົບຄວາມສໍາເລັດຫຼາຍກວ່າແຄມເປນທີ່ໃຊ້ Influencers ເພາະລູກຄ້າເຊື່ອວ່າເຫຼົ່າ Micro-Influencers ໃຊ້ສິນຄ້າ ແລະບໍລິການຂອງແບຣນແທ້ ໃນຂະນະທີ່ Influencers ອາດຈະບໍ່ໄດ້ໃຊ້ສິນຄ້າ ແລະບໍລິການ ແຕ່ທີ່ມາຮ່ວມແຄມເປນເພາະຜົນປະໂຫຍດທາງທຸລະກິດເທົ່ານັ້ນ ນອກຈາກນັ້ນ ຍັງມີຂໍ້ມູນຈາກ Instagram ວ່າ ເຖິງວ່າພວກ Micro-Influencers ຈະມີຍອດຜູ້ຕິດຕາມໜ້ອຍ ເຊິ່ງມີພຽງແຕ່ 30.000 ຫຼືບາງຄົນໜ້ອຍກວ່າ ແຕ່ພວກເຂົາກໍສ້າງການເປັນສ່ວນນຮ່ວມໃນແຄມເປນໄດ້ຫຼາຍເຖິງ 60% ເຊິ່ງຫຼາຍກວ່າ Influencers ເຖິງ 6.7 ເທົ່າ. ຂອບໃຈທີ່ມາ: www.smethailandclub.com

Read More »

ລາວຟອດຊີຕີ ແຈກໂຊກໃຫຍ່ ລົດຟອດ 2 ຄັນ ຄືນກຳໄລ ໃຫ້ລູກຄ້າ.

ວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL  ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່ 21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ໄລຍະເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ. • ລາງວັນທີ 1 ຟອດ Ranger 1 ຄັນ • ລາງວັນທີ 2 ຟອດ Ecosport 1 ...

Read More »

ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່ໃນວັນທີ 20 ມັງກອນນີ້, ທີ່ວິທະຍາຄານກົມມະດໍາ, ເມືອງໂພນໂຮງແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ,  ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທ່ານການນໍາຂັ້ນສູງພັກ-ລັດ, ພ້ອມທັງ ບັນດານາຍທະຫານຂັ້ນສູງຈາກປະເທດເພື່ອນມິດຕ່າງໆ, ເປັນຕົ້ນ: ຫວຽດນາມ, ຈີນ, ຣັດເຊຍ, ບັນດາທຸຕານຸທູດ ຕ່າງປະເທດປະຈຳລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ, ນັກຮຽນ-ນັກສຶກສາ,​ ປັນຍາຊົນ ແລະ  ພ້ອມດ້ວຍມວນຊົນຊາວລາວບັນດາເຜົ່າປະມານ 7 ພັນຄົນເຂົ້າຮ່ວມ. ການສະຫຼອງວັນປະຫວັດສາດອັນຍິ່ງໃຫຍ່ດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະຂອງກອງສິລະປະກອນກອງທັບປະຊາຊົນລາວ ປະກອບມີ: ຮ້ອງເພງດຽວຍິງທີ່ມີຊື່ວ່າ: ເມືອງລາວມີພັກນໍາພາ, ເພງດຽວຊາຍຊື່ວ່າ: 20 ມັງກອນ, ຮ້ອງເພງໝູ່ຊາຍ : ທະຫານບໍ່ຢ້ານຕໍ່ອຸປະສັກ, ...

Read More »

ລັດຖະບານລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ກອງທັບປະຊາຊົນລາວ

ພິທີປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍສັນລະເສີນຜົນງານ 5 ປີ (2014-2019) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 5 ປີຜ່ານມາ. ໄດ້ຈັດຂຶ້ນໃນວັນທີ 18 ມັງກອນນີ້, ຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ. ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ຄະນະດຽວກັນທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ...

Read More »

ພິທີມອບ-ຮັບໂຄງການ ອາຄານ-ເດີນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ.

ວັນທີ 16 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີ ມອບ-ຮັບໂຄງການອາຄານ-ເດີ່ນ ສວນສະໜາມ ແລະ ມອບ- ຮັບ ອຸປະກອນເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ໂນຣິນໂກ ແຫ່ງ ສປ ຈີນ ແລະ ບໍລິສັດ ເອ ເຊຍ ລົງທຶນ ແລະ ກໍ່ສ້າງຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ມີບັນດາຄະນະນໍາກະຊວງ, ຄະນະກົມໃຫຍ່, ປະທານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ເພື່ອໃຫ້ທັນກັບງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ບໍລິສັດ ເອເຊຍ ລົງທຶນ ແລະ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງອາຄານ ແລະ ເດີ່ນສວນສະໜາມ ...

Read More »

ທ່ານ ປອ ຄຳແພງ ໄຊສົມແພງ ຕ້ອນຮັບຜູ້ຕາງໜ້າອົງການຈັດຕັ້ງສາກົນຄົນໃໝ່ ປະຈຳລາວ.

ໃນວັນທີ 17 ມັງກອນ 2019 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dr. Mark Andrew JACOBS ຜູ້ຕາງໜ້າອົງການອະນາໄມໂລກ ( WHO ) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດ ທີ່ ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ (WHO) ຄົນໃໝ່ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ Dr. Mark Andrew JACOBS ພ້ອມທັງສະແດງຄວາມຂອບໃຈຕໍ່ທາງອົງການອະນາໄມໂລກ ທີ່ໄດ້ໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ...

Read More »

ມອບ-ຮັບ ໂຮງຮຽນ ມຕົ້ນ ກຸ່ມບ້ານນາເຄືອ

ລັດຖະບານ ຢີ່ປຸ່ນໄດ້ມອບຮັບໂຮງຮຽນ ທີ່ໄດ້ຮັບທຶນສະໜັບສະໜຸນ ແລະ ກໍ່ສ້າງພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນາໝໍ້, ແຂວງອຸດົມໄຊ. ພິທີມອບຮັບໂຄງການຢ່າງເປັນທາງການແມ່ນໄດ້ຖືກຈັດຂຶ້ນໃນວັນທີ 16 ມັງກອນ 2019 ທີ່ຜ່ານມາ, ໂດຍມີ ທ່ານ ດ.ຣ. ຄຳພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ. ສັນຍາຂໍ້ຕົກລົງດັ່ງກ່າວແມ່ນການຊ່ວຍເຫຼືອລ້າທີ່ມີມູນຄ່າ 145.943 ໂດລາສະຫະລັດ ເຊິ່ງໄດ້ມີພິທີລົງນາມໃຫ້ການຊ່ວຍເຫຼືອຂຶ້ນໃນ ເດືອນມີນາ ປີ 2017. Oudomxay, 16 January 2019 – The Government of Japan has handed over a school which was financed and constructed by the Japanese Grant ...

Read More »

ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ສະໄໝທີ X

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X  ໃນຂົງເຂດເສດຖະກິດ-ການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 17-18 ມັງກອນ 2019 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມ ມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດ ຫລາຍກວ່າ 200 ສະຫາຍ ເຂົ້າຮ່ວມ. ກອງປະຊຸມໄດ້ເຊື່ອມຊຶມ 2 ເອກະສານສໍາຄັນ ຄື: ມະຕິກ່ຽວກັບການເພີ່ມທະວີການນໍາພາ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງ ກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ, ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການ ໃຫ້ເເທດກັບຕົວຈິງ ແລະ ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການດັ່ງກ່າວ ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງ ກໍ່ໃຫ້ເກີດການຫັນປ່ຽນຕົວຈິງ ທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານ ເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຄາດໝາຍ ...

Read More »