30 ປີ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສ້າງທຸລະກິດລາວເຕີບໃຫຍ່ເຂັ້ມແຂງ…

ໃນຕອນບ່າຍວັນທີ 23 ມັງກອນ 2019, ຢູ່ທີ່ ຫໍປະຊຸມແຫ່ງຊາດຫຼັກ 6, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເປີດກອງປະຊຸມ ປະຈຳປີ 2018 ພ້ອມກັບສະເຫຼີມສະຫຼອງ ສະພາການຄ້າ ແລະ ອຸດສາຫະກຳ ຄົບຮອບ 30 ປີ.

ໃຫ້ກຽດເຂົ້າຮ່ວມງານໂດຍພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາ ການຄ້າ ແລະ ອຸດສາຫະກຳ, ມີບັນດາ ລັດຖະມົນຕີ,​ ຮອງລັດຖະມົນຕີ, ມີບັນດາຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳ ແຕ່ລະແຂວງ, ສະມາຄົມ-ນັກທຸລະກິດ ແລະ ສະມາຊິກ ເຂົ້າຮ່ວມຫຼາຍກວ່າ 400 ທ່ານ.

ຕະຫຼອດໄລຍະ 30 ປີຜ່ານມາ ສຄອຊ ແຫ່ງຊາດ ໄດ້:
1. ເອົາໃຈໃສ່ເຄື່ອນໄຫວເຂົ້າໃນການພັດທະນາວຽກງານ ສຄອຊ ແຫ່ງຊາດລາວ ເຮັດໃຫ້ວຽກງານໃນແຕ່ລະດ້ານນັບມື້ມີຄວາມເຂັ້ມແຂງ ແລະ ມີຜົນສຳເລັດເປັນກ້າວໆ,
2. ເປັນຕົ້ນວຽກງານພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອເປັນການສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄົບຮອບ 30 ປີ ແລະ ທົບທວນຜົນງານການເຄື່ອນໄຫວຂອງຕົນພາຍໃຕ້ການຊີ້ນຳ ແລະ ນຳພາຂອງຄະນະບໍລິຫານງານ ຊຸດທີ I ຫາ ຊຸດທີ VII ໃນການຈັດຕັ້ງແຜນຍຸດທະສາດການພັດທະນາພາກທຸລະກິດຂອງຕົນ,

3. ເນັ້ນໃສ່ເປົ້າໝາຍໄລຍະຍາວ ໂດຍການເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນ ສປປລາວ ເພື່ອພັດທະນາເສດຖະກິດແຫ່ງຊາດ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ,
4. ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ SMEs ພ້ອມທັງຂະຫຍາຍຖານການຜະລິດທຸລະກິດ ທີ່ຖືກຕ້ອງຕາມລະບຽບກົດໝາຍໃຫ້ຫຼາຍກວ່າເກົ່າ,
5. ເສີມສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດການຜະລິດເພື່ອສົ່ງອອກ,
6. ເສີມສ້າງແວດລ້ອມທຸລະກິດໃຫ້ດີ ໂດຍນຳໃຊ້ເວທີກອງປະຊຸມທຸລະກິດລາວ ແລະ ເວທີປຶກສາຫາລືພາກລັດ, ທຸລະກິດ ແລະ ອື່ນໆ,
7. ສ້າງຖານຂໍ້ມູນສຳລັບພາກທຸລະກິດ, ການເຊື່ອມໂຍງຂອງທຸລະກິດລາວ ເພື່ອກ້າວສູ່ປະຊາຄົມເສດຖະກິດອາຊຽນ,
8. ປັບປຸງການຈັດຕັ້ງລະບົບສົ່ງເສີມ ແລະ ການບໍລິການທຸລະກິດຂອງ ສຄອຊ, ສຄອຊ ແຂວງ, ກຸ່ມ ແລະ ສະມາຄົມທຸລະກິດຢູ່ ສປປລາວ;

ພາຍໃນງານ, ສຄອຊ ຍັງໄດ້ມອບໃບຍ້ອງຍໍ ແລະ ໂລລາງວັນ ໃຫ້ກັບຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນ ສ້າງຄວາມເຂັ້ມແຂງ ໃຫ້ກັບ ສຄອຊ ໃນໄລຍະ 30 ຜີ ທີ່ຜ່ານມາຄື: ສະພາການຄ້າ ແລະ ອຸດສາຫະກຳແຕ່ລະແຂວງ, ສະພາການຄ້າ ແລະ ອຸດສາຫະກຳຕ່າງປະເທດທີ່ຕັ້ງຢູ່ ສປປ ລາວ, ສະມາຄົມນັກທຸລະກິດຕ່າງໆ, ກຸ່ມນັກທຸລະກິດລາວ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ໃຫ້ກັບ ສຄອຊ ແລະ ພາກທຸລະກິດລາວ. ໃນນັ້ນ,​ ບໍລິສັດ K&C Group ກໍໄດ້ຮັບໂລລາງວັນ ທຸລະກິດດີເດັ່ນ 30 ປີ ສຄອ ທີ່ໄດ້ມີຜົນງານປະກອບສ່ວນໃນການສ້າງທຸລະກິດໃນໄລຍະຜ່ານມາ ເປັນກຽດມອບໂລລາງວັນໂດຍ ປະທານສະການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຂຶ້ນຮັບໂດຍ ທ່ານນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການບໍລິຫານ  ບໍລິສັດ K&C Group

Comments