ຫ້ອງການມໍລະດົກໂລກ ຫຼວງພະບາງ ລິເລີ່ມການຂີ່ລົດຖີບໄປການ

ສະແດງຄວາມຊົມເຊີຍ ຫ້ອງການ ມໍລະດົກໂລກ ແຂວງຫຼວງພະບາງ ທີ່ລິເລີ່ມໂຄງການ ຂີ່ລົດຖີບໄປການ ເພື່ອເປັນການຫຼຸດຜ່ອນມົນລະຜິດ
ພ້ອມທັງເປັນການຮັກສຸກຂະພາບທີ່ດີ ແລະ ເປັນການສົ່ງເສີມການປະຢັດມັດທະຍັດ ອີກດ້ວຍ. ໂດຍການກຳນົດເອົາທຸກໆວັນອັງຄານ ຂອງແຕ່ລະອາທິດໃຫ້ທຸກຄົນຂີ່ລົດຖີບມາເຮັດວຽກໃນໂມງລັດຖະການ.

ຖ້າສໍານັກງານຂອງລັດ ໃນທຸກແຂວງປະຕິບັດໄດ້ແບບນີ້ ຮັບປະກັນວ່າ ຈະຊ່ວຍເຮັດໃຫ້ຫຼຸດມົນລະພິດທາງອາກາດໄດ້ສູງສົມຄວນ ທັງເປັນການເຮັດໃຫ້ພະນັກງານມີສຸຂະພາບແຂງແຮງ ຫຼຸດຜ່ອນການແອອັດຂອງຍານພາຫະນະ ແລະ ປະຢັດຄ່າໃຊ້ຈ່າຍ ໄປໄດ້ຫຼາຍສົມຄວນ.

ຂອບໃຈຮູບພາບຈາກ ເຟສບຸກ:  Sangkhane Phachanthavong

Comments