News

ນາຍົກ ເນັ້ນໃຫ້ໜ່ວຍງານພາກລັດ ເອົາໃຈໃສ່ຊຸກຍູ້ສົ່ງເສີມຜູ້ຜະລິດກາເຟ

ວັນທີ 28 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ. ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ລວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປັດຈຸບັນ ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ...

Read More »

ສະຖານທູດຈີນ ຈັດງານສະເຫຼີມສະຫຼອງປີໃໝ່ຈີນ ທີ່ນະຄອນຫຼວງວຽງຈັນ.

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນຂຶ້ນໃນຄ່ຳຄືນຂອງວານນີ້ ທີ 28 ມັງກອນ, ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ. ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳ ສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງ ສປ ຈີນ ທີ່ຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ເປັນຄັ້ງທຳອິດທີ່ຈີດີພີຂອງ ສປ.ຈີນ ໄດ້ລື່ນກາຍ 90 ລ້ານລ້ານຢວນ, ການປະກອບສ່ວນ ຂອງສປ.ຈີນຕໍ່ການຂະຫຍາຍຕົວເສດຖະກິດໂລກແມ່ນເທົ່າກັບ ...

Read More »

ນາຍົກ ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ທີ່ແຂວງຈໍາປາສັກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ,ຮອງລັດຖະມົນຕີ,ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ບັນດາການນໍາຂອງແຂວງຈໍາປາສັກ,ນາຍແລະພົນທະຫານ ແລະ ມວນຊົນຊາວແຂວງຈໍາປາສັກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ເດີ່ນກິລາຂອງແຂວງ ໃນວັນທີ 28 ມັງກອນ 2019 ຜ່ານມາດ້ວຍບັນຍາກາດຟົດຟື້ນ (ລາຍລະອຽດຕິດຕາມຊົມຄຣິບຂ່າວ) ຂ່າວກອງທັບ ແຂວງຈຳປາສັກຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20 ມັງກອນ 1949 – 20 ມັງກອນ 2019) Posted by Champasak RADIO Station100,7 Mhz on Tuesday, January 29, 2019 ຂອບໃຈຂໍ້ມູນຈາກ: ສະຖານີວິທະຍຸ 100,7 Mhz ແຂວງຈໍາປາສັກ.

Read More »

ກະຊວງການເງິນ ຈະນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານພາສີສາກົນຂົວມິດຕະພາບ 1

ເລີ່ມຕົ້ນນຳໃຊ້ລະບົບແຈ້ງພາສີປະຕູດຽວໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນແຫ່ງທຳອິດ. ພາຍຫຼັງມີການປັບປຸງສຳເລັດສົມບູນແລ້ວຈະກະຈາຍໄປສູ່ດ່ານພາສີອື່ນໆໃນທົ່ວປະເທດ. ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 ເພື່ອເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າແບບຕ່ອງໂສ້ໂດຍປາສະຈາກເຈ້ຍສໍ, ທັງພາກລັດ ແລະ ເອກະຊົນຈະໄດ້ຮັບຜົນປະໂຫຍດຈາກລັດຖະບານໃນຂັ້ນຕອນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າໃນ ສ.ປ.ປ ລາວ ໂດຍຜ່ານລະບົບ ເຕັກໂນໂລຊີໃໝ່ຫຼ້າສຸດ, ລະບົບແຈ້ງພາສີປະຕູດຽວ ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຂັ້ນຕອນທີ່ຊັກຊ້າລົງ ແລະ ເຮັດໃຫ້ປະເທດລາວກາຍເປັນພາກພື້ນທີ່ມີການດຶງດູດໃນການແຂ່ງຂັນທາງດ້ານເສດຖະກິດເພີ່ມຂື້ນ. ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ. ສຳລັບການຊຳລະຄ່າພາສີ, ...

Read More »

ເຊີນເຂົ້າຮ່ວມສຳມະນາ FREE ຖ້າຢາກໄປສຶກສາຕໍ່ ອັງກິດ, ຢູໂຣບ, ອາເມລິກາ, ຮົງກົງ.

ງານສໍາມະນາ ທຶນການສຶກສາ Open Society Foundation  ເພື່ອໄປສຶກສາຕໍ່ ທີ່ປະເທດ ອັງກິດ ?? ຢູໂຣບ, ອາເມລິກາ ?? ແລະ ຮອງກົງ ເຂົ້າຮ່ວມງານ Free ! ໂດຍມີອາດີດນັກສຶກສາ ທີ່ໄດ້ຮັບທຶນນີ້ ມາຮ່ວມ ເສວະນາ ແລະ ໃຫ້ຂໍ້ມູນດ້ານການສຶກສາ, ປະສົບການໃນການຂໍທຶນ ຕ່າງໆ…. ພົບກັນ ທີ່ ໂຮງແຮມ Mercure, ນະຄອນຫຼວງວຽງຈັນ ວັນທີ 19/02/2019 ເວລາ 18:00-20:00 ມາຮ່ວມງານກັນໃຫ້ໄດ້ເດີ້ !!! ທີ່ມາ: Lao Youth Radio FM 90.0 Mhz

Read More »

ມອບເງິນໃຫ້ແກ່ຍາດຜູ້ເສຍຊີວິດຈາກເຫດເຂື່ອນແຕກ 10.000 ໂດລາຕໍ່ຫົວຄົນ.

ຄະນະອົງການຈັດຕັ້ງຂັ້ນສູນກາງ, ຄະນະອົງການຈັດຕັ້ງຂອງ​ ແຂວງ ອັດຕະປື ແລະ ທຸກພາກສ່ວນໃນທົ່ວປະເທດ ໄດ້​ຮ່ວມ​ຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດ​ເຖິງ​ດວງ​ວິນ​ຍານໃຫ້ລູກຫຼານ​ພີ່ນ້ອງຜູ້ເສຍຊີວິດຈາກອຸດຕິເຫດເຂື່ອນແຕກ ທີ່ເມືອງ ສະໜາມໄຊ ໃນ​ວັນ​ທີ 25-26 ມັງກອນ 2019 ລວມມີກອງບັງສະກຸນທັງໝົດ 75 ກອງ ໃນນີ້ມີກອງບຸນອຸທິດໃຫ້ເຈົ້າຖິ່ນເຈົ້າຖານ ແລະ ເຈົ້າກຳນາຍເວນ 4 ກອງ ເຊິ່ງການຈັດຕັ້ງກອງບັງສະກຸນສົນຄັ້ງນີ້ເພື່ອເປັນໃຈກາງຄວາມສາມັກຄີສຶກສາອົບຮົມນໍ້າໃຈຮັກ ແລະ ຫວງແຫນພີ່ນ້ອງຮວ່ມຊາດ, ເປັນການລໍາລຶກເຖິງບຸນຄຸນ ຍາດພີ່ນ້ອງຂອງຊາດທີ່ສູນສະຫຼະຊີວິດຈາກເຫດການເຂື່ອນແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ,  ໂດຍມີ 6 ບ້ານໄດ້ຮັບຜົນກະທົບໜັກ ລວມຜູ້ເສຍຊີວິດ 71 ຄົນ, ລວມກອງບັງສະກຸນທັງໝົດ 71 ກອງ ໃນນີ້ ບ້ານຫີນລາດມີ 35 ກອງ, ບ້ານໃໝ່ 10 ກອງ, ບ້ານ ທ່າຫີນ 5 ກອງ, ບ້ານສະໝອງ 5 ກອງ, ບ້ານ ທ່າແສງຈັນ 16 ກອງ. ພ້ອມນີ້ຍັງໄດ້ມອບເງິນຊົດເຊີຍແກ່ຍາດພີ່ນ້ອງຜູ້ເສຍຊີວິດທັງ ...

Read More »

ຄາດວ່າ ຈະດຶງດູດນັກທ່ອງທ່ຽວເຂົ້າມາລາວໃຫ້ໄດ້ຫຼາຍກວ່າ 4 ລ້ານຄົນ ໃນປີນີ້.

ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ທີ່ຫໍວັດທະ ນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໃນພິທີ ທ່ານ ລູຊູກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວລາວ-ຈີນ 2019 ແລະ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານບຸນຍັງວໍລະຈິດ, ປະທານປະເທດລາວຕໍ່ພິທີເປີດປີທ່ອງທ່ຽວລາວ-ຈີນ 2019, ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ...

Read More »

ກະຊວງຍຸຕິທໍາ ຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດປາຖະກະຖາເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (9 ທັນວາ 2003-9 ທັນວາ 2018) ໂດຍການໃຫ້ກຽດປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ,  ມີທ່ານ ສຸກຖາວອນ ແດງເພັງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ, ກົມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມ, ຫ້ອງການ, ສກສ, ສຍຊ, ຫົວໜ້າພະແນກ, ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານປະທານໃຫ້ກຽດເຜີຍແຜ່ບົດປາໄສຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເນື່ອງໃນໂອກາດ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 15 ປີ. ການສໍ້ລາດບັງຫຼວງ ແມ່ນສະພາບການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນທົ່ວໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ...

Read More »

ທ່ານ ພັນຄຳ ວິພາວັນ ຕ້ອນຮັບທູດອິນເດຍ ຢ້ຽມຂໍ່ານັບອຳລາ

ໃນວັນທີ 25 ມັງກອນ 2019, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ Ravi Shankar Aisola ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ລາວ. ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ ຂອງທ່ານ ທູດ Ravi Shankar Aisola ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມືມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ນັບມື້ນັບກວ້າງຂວາງ ຂຶ້ນໄປເລື້ອຍໆ. ຂໍ້ມູນຈາກ: ຂປລ.

Read More »

ທ່ານ ຄໍາໄຕ ສີພັນດອນ ຢ້ຽມຢາມພົບປະການນໍາແຂວງບໍ່ແກ້ວ.

ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ,ອະດີດປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນໍາແຂວງບໍ່ແກ້ວ ໃນວັນທີ 24-25 ມັງກອນ 2019. ລາຍລະອຽດຕິດຕາມຄຣິບຂ້າງລຸ່ມນີ້: ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼງແຂວງບໍ່ແກ້ວ25/1/2019ຂ່າວ: ຄຳເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Friday, January 25, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ

Read More »