ເຊກອງກຽມແຮ່ຮູບປັ້ນ ທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ

ມື້ນີ້ວັນທີ 23 ມັງກອນ 2019, ເວລາ 14: 00ໂມງ  ແຂວງເຊກອງ ຈະໄດ້ຈັດພິທີແຮ່ຮູບປັ້ນທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ ຈຸດເລີ່ມຕົ້ນ ແມ່ນເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ມາຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ.

ສະນັ້ນ, ຂໍເຊີນການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໂດຍສະເພາະບັນດາທ່ານທີ່ຢູ່ໃນ 6 ບ້ານເທສະບານແຂວງ ເຂົ້າຮ່ວມພິທີແຮ່ຮູບປັ້ນໃຫ້ມີບັນຍາກາດຟົດຟື້ນ ແລະ ສົມກຽດ

  

 

Comments