ນາຍົກ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (ສຄອ) ໄດ້ຈັດກອງປະຊຸມປະຈໍາປີ 2018 ພ້ອມທັງການສະເຫຼີມສະຫຼອງ ຄົບຮອບ 30 ປີ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ 2019 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ ສຄອ ເອົາໃຈໃສ່ໃນການສ້າງກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາ, ພ້ອມທັງຂະຫຍາຍການຮ່ວມມືກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອເປັນບົດຮຽນ,ປະສົບການ,ນໍາເອົານະວັດຕະກໍາໃໝ່ໆມານໍາໃຊ້ ແລະ ຍົກສູງການຜະລິດເປັນສິນຄ້າ ເພື່ອການສົ່ງອອກ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ຫຼາຍຂຶ້ນ.

ທ່ານນາຍົກຍັງໄດ້ແນະນໍາໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍສູນສົ່ງເສີມ ທຸລະກິດຂະໜາດນ້ອຍ-ກາງ ໄປຍັງແຂວງທີ່ມີເງື່ອນໄຂ,ສ້າງໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ມີການຖືບັນຊີຕາມກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ,ເສຍພັນທະໃຫ້ລັດຕາມລະບຽບກົດໝາຍ ແລະ ທ່ວງທັນເວລາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ.

 

Comments