ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງຈຳປາສັກ ຊຸດທີ I

ໃນວັນທີ 23 ມັງກອນ 2019 ຢູ່ທີ່ ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ I  ຢ່າງເປັນທາງການ  ພາຍໃຕ້ ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ບັນດາທ່ານຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ, ບັນອົງການປົກຄອງແຂວງ, ນະຄອນ, ເມືອງ ຫົວໜ້າພະແນກການ​ ອ້ອມຂ້າງແຂວງ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆທົ່ວແຂວງເຂົ້າຮ່ວມ.


ທ່ານ ເມກສະຫວັນ ພົມພິທັກ  ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ຂອງແຂວງ ຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ທິດທາງແຜນການ 2019.

ຮັບຟັງລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານປະຈຳ ປີ 2018 ແລະແຜນການປີ 2019 ຂອງອົງການກວດສອບປະຈຳພາກໃຕ້, ການແກ້ໄຂຜົນການກວດສອບຂອງພະແນກ ກວດກາລັດປະຈຳແຂວງ.

ພິເສດສະມາຊິກສະພາປະຊາຊົນແຂວງ ຈະໄດ້ພິຈາລະນາຮັບຮອງເອົາການສະເໜີຂອງ ທ່ານເຈົ້າແຂວງ ກ່ຽວກັບການສະເໜີຍົກຍ້າຍຂອງຄະນະປະຈຳ, ປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງໄປສັງກັດຢູ່ອົງການປົກຄອງແຂວງ, ພິຈາລະນາຮັບຮອງເອົາການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການສະເໜີເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ເປັນຄະນະປະຈຳສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງປະທານຄະນະກຳມະການຂອງສະພາປະຊາຊົນແຂວງຕື່ມອີກ.

ໃນກອງປະຊຸມເທື່ອນີ້, ຍັງຈະໄດ້ຮັບຟັງການອະທິບາຍຊີ້ແຈງບັນຫາພົ້ນເດັ່ນ ທີ່ສັງຄົມໃຫ້ຄວາມສົນໃຈເຊັ່ນ: ການປະຕິບັດມາດຕະການເພື່ອຈຳກັດການນຳໃຊ້ສານເຄມີອັນຕະລາຍເກີນມາດຕະຖານ (ຢາຂ້າຫຍ້າ, ຂ້າແມງໄມ້) ຢູ່ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ,

ການຈັດຕັ້ງປະຕິບັດມາດຕະການ ແລະ ວິທີການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງບໍລິສັດພາຍໃນ ແລະ ຕ່າງປະເທດ ທີ່ເຊົ່າ ແລະ ສໍາປະທານແລ້ວບໍ່ຈັດຕັ້ງປະຕິບັດ, ບັນຫາການປະລະການຮຽນໃນຊັ້ນປະຖົມ, ມັດທະຍົມ ທີ່ມີລັກສະນະເພີ່ມຂຶ້ນ.

ການຈັດຕັ້ງປະຕິບັດຄໍາຕັດສິນ ແລະ ຄໍາພິພາກສາ ຂອງສານ, ການເກັບຄ່າທຳນຽມອອກປຶ້ມສຳມະໂນຄົວ, ບັດປະຊາຊົນ ແລະ ບັນຫາສຳຄັນອື່ນໆອີກ.

ກອງປະຊຸມຈະໄດ້ດຳເນີນໄປຮອດວັນທີ 25 ມັງກອນ 2019 ຈິ່ງຈະໄດ້ອັດລົງ.

ຂໍ້ມູນຈາກ: ວິທະຍຸແຫ່ງຊາດ.

Comments