ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມັງກອນ 2019

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມັງກອນ 2019 ໄດ້ດໍາເນີນເປັນເວລາມື້ເຄິ່ງ ຄືວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດ ຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນດັ່ງນີ້:
1. ຮ່າງແຜນພັດທະນາ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຮອດປີ 2025.
2. ບົດລາຍງານກ່ຽວກັບແຜນພັດທະນາ ທົ່ວເຂດພູພຽງບໍລະເວນ.
3. ບົດລາຍງານກ່ຽວກັບຜົນການຄົ້ນຄວ້າ ແລະ ກວດກາຕີລາຄາ ກ່ຽວກັບການປະເມີນຜົນກະທົບຈາກໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າໂມ້ມີລີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
4. ຮ່າງດໍາລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ.
5. ຮ່າງດໍາລັດວ່າດ້ວຍກົງຈັກການຈັດຕັ້ງຂອງລັດ.

ຂໍ້ມູນຈາກ: ຂປລ.

 

Comments