Youtube ຈະຕົກເທຣນ ຫຼືບໍ່? ເມື່ອ Facebook ເປີດໃຫ້ໃຊ້ຟີເຈີ່ Watch… ເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ເປັນຫຼາຍເທົ່າ!!!

Watch on Facebook…

Facebook ເພີ່ມຄວາມສະດວກສະບາຍຂຶ້ນມາອີກຂັ້ນ ດ້ວຍການເປີດຕົວຟີເຈີ Watch ສໍາລັບການເບິ່ງ VDO ໂດຍຮອງຮັບການໃຊ້ງານເທິງ Smart Phone, Tablet, Computer ແລະ Application ເທິງ Smart TV. ຫຼາຍໆທ່ານກໍອາດຈະໃຊ້ງານມາແລ້ວ! ການໃຊ້ງານກໍແສນຈະງ່າຍພຽງແຕ່ກົດໄປຟີເຈີ Watch ທ່ານຈະພົບກັບ VDO ຫຼາກຫຼາຍໝວດໝູ່ ບໍ່ວ່າຈະເປັນ VDO ຍອດນິຍົມໃນໄລຍະນັ້ນ, VDO ຕະລົກ, VDO Live, VDO ລາຍການໂທລະພາບ ຫຼືແມ່ນແຕ່ VDO ທີ່ໝູ່ຂອງທ່ານກໍາລັງເບິ່ງຢູ່…

ຜູ້ໃຊ້ Facebook ສາມາດເບິ່ງ VDO ຕ່າງໆໄດ້ທັນທີໂດຍບໍ່ຕ້ອງກົດຕິດຕາມຜູ້ຜະລິດ VDO ນັ້ນໆ ແລະສະແດງຄວາມຄິດເຫັນກ່ຽວກັບ VDO ທີ່ເບິ່ງໄດ້ແບບ Real-Time ນອກຈາກນີ້ຟີເຈີ Watch ຍັງມາພ້ອມ Watch list ທີ່ຈະເຮັດໃຫ້ທຸກທ່ານບໍ່ພາດ VDO ໃໝ່ມາແຮງ ແລະເບິ່ງ VDO ທີ່ເຊັບໄວ້ເບິ່ງຍ້ອນຫຼັງອີກດ້ວຍ.

ທັງນີ້ Facebook ໄດ້ແນະນໍາຜູ້ຜະລິດ VDO ວ່າ VDO ທີ່ຜູ້ໃຊ້ Facebook ມັກເບິ່ງຄື VDO ທີ່ມີເນື້ອໃນສົດໃໝ່, VDO ທີ່ມີເນື້ອໃນກົງກັບຄວາມສົນໃຈຂອງກຸ່ມເປົ້າໝາຍ ແລະ VDO ຖ່າຍທອດສົດທີ່ສາມາດຕອບໂຕ້ກັບຄົນເບິ່ງໄດ້ທັນທີ ສ່ວນເລື່ອງການແບ່ງລາຍໄດ້ 55% ຈະເປັນຂອງຜູ້ຜະລິດ VDO ແລະ 45% ຈະເປັນຂອງ Facebook.

ແລ້ວ Youtube ຈະຕົກເທຣນໄປບໍ່? ເມື່ອ Facebook ເພີ່ມຄວາມສະດວກສະບາຍມາເປັນຄູນສອງແບບນີ້… ແນວໃດກໍຕ້ອງຕິດຕາມກັນຕໍ່ໄປວ່າຟີເຈີເທິງ Facebook ຈະສາມາດຄອງໃຈລູກຄ້າຈົນລືມ Youtube ໄປແທ້ ຫຼືບໍ່? ແລະ Facebook ຈະພັດທະນາຫຍັງເພີ່ມຕຶ່ມໃນປີ 2019 ນີ້!!!

ຂອບໃຈທີ່ມາ: www.smethailandclub.com

 

Comments